ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(໙໑) ເປັນຜູ້ເຈາະທະລຸຕາໜ່າງ (ແຫຫຼືມອງ) ຄືຕັນຫາເຄື່ອງດັກສັຕ,
(໙໓) ເປັນຜູ້ຮູ້ຜູ້ຕື່ນຜູ້ເບີກບານເປັນປົກກະຕິ,
(໙໓) ເປັນຜູ້ມີກິເລສດຸດດັ່ງຄວັນໄຟປາສະຈາກໄປແລ້ວ,
(໙໔) ເປັນຜູ້ອັນຕັນຫາແລະທິຕຖິບໍ່ສາບທາໄດ້ອີກຕໍ່ໄປ,
໕໔໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
(໙໕) ເປັນຜູ້ເປັນອາຫຸເນີຍຍະບຸກຄົນຄວນແກ່ຂອງທີ່ເຂົານໍາໄປບູຊາ,
(໙໖) ເປັນຜູ້ທີ່ໂລກທັງປວງຕ້ອງບູຊາ,
(໙໗) ເປັນບຸກຄົນຜູ້ສູງສຸດແຫ່ງບຸກຄົນທັງຫຼາຍ,
(໙໘) ເປັນຜູ້ມີຄຸນອັນບໍ່ມີໃຜວັດໄດ້,
(໙໙) ເປັນຜູ້ເປັນມະຫາບຸຣຸສ,
(໑໐໐) ເປັນຜູ້ເຖິງແລ້ວຊຶ່ງຄວາມເລີດດ້ວຍກຽດຕິຄຸນ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ. ດັ່ງນີ້ ແລ.
ຕາມສຽງຂອງພຣະເຈົ້າປະເສນທິໂກສົລ ໑
: ທົງມີຄະນະສົງຄ໌ທີ່ປະພຶດພຣົມມະຈັນຕະຫຼອດຊີວິຕ
ພຣະອົງຜູ້ຈະເຣີນ ! ຂໍ້ສັງເກດ ຂອງຂ້ານ້ອຍມີຢູ່ໃນພຣະຜູ້ມີພຣະພາຄ ວ່າ “ພຣະຜູ້ມີພຣະພາຄ ເປັນຜູ້ຕຣັສຮູ້ຊອບດ້ວຍຕົນເອງ, ພຣະທັມເປັນສິ່ງທີ່ພຣະຜູ້ມີ ພຣະພາຄຕຣັດໄວ້ດີແລ້ວ, ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ປະຕິບັດດີແລ້ວ” ດັ່ງນີ້.
ພຣະອົງຜູ້ຈະເຣີນ ! ຄືໃນເລື່ອງນີ້ ຂ້ານ້ອຍໄດ້ເຫັນສະມະນະພຣາມບາງພວກ ປະພຶດພຣົມມະຈັນຢ່າງເຄັ່ງຄັດ ໄດ້ສິບປີແດ່ ຊາວປີແດ່ ສາມສິບປີແດ່ ສີ່ສິບປີແດ່ ຄັນສະໄໝອື່ນ ສະມະນະພຣາມພວກນັ້ນກາຍເປັນຜູ້ອາບຢ່າງດີ ລູບທາຢ່າງດີ ແຕ່ງຜົມແຕ່ງໜວດ ອີ່ມເອີບ ພຽບພ້ອມດ້ວຍກາມະຄຸນຫ້າ ໃຫ້ເຂົາບໍາເລີຢູ່. ສ່ວນພິກຂຸໃນສາສນານີ້, ຂ້ານ້ອຍເຫັນປະພຶດພຣົມມະຈັນບໍຣິສຸດ ບໍຣິບູນຈົນຕະຫຼອດຊີວິຕ ຈົນວ່າໝົດລົມຫາຍໃຈ. ພຣະອົງຜູ້ຈະເຣີນ ! ຂ້ານ້ອຍບໍ່ເຫັນພຣົມມະຈັນອື່ນ ທີ່ບໍຣິສຸດ ບໍຣິບູນແນວນີ້. ນີ້ແລເປັນຂໍ້ສັງເກດຂອງຂ້ານ້ອຍ ອັນມີຢູ່ໃນພຣະຜູ້ມີພຣະພາຄ.
໑. ບາລີ ມ. ມ. ໑໓/໕໐໙/໕໖໒. ຄໍາຂອງພຣະເຈົ້າປະເສນທິໂກສົລ ທູນແດ່ພຣະຜູ້ມີພຣະພາຄເຈົ້າ
ທີ່ນິຄົມເມທະລຸປະ ແຄວ້ນສາກະຍະ, ໃນເມື່ອຍາມໄປເຝົ້າຢ້ຽມ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໔໑
: ທົງມີຄະນະສົງຄ໌ທີ່ພ້ອມພຽງ
ຂໍ້ອື່ນຍັງມີອີກ, ພຣະອົງຜູ້ຈະເຣີນ ! ຣາຊາກໍຍັງຜິດຖຽງກັບຣາຊາດ້ວຍກັນ, ກະສັດກໍຍັງຜິດຖຽງກັບກະສັດ, ພຣາມກໍຍັງຜິດຖຽງກັບພຣາມ, ຄະຫະບໍດີກໍຍັງຜິດຖຽງກັບຄະຫະບໍດີ, ມານດາກໍຍັງຜິດຖຽງກັບບຸຕ, ບຸຕກໍຍັງຜິດຖຽງກັບມານດາ, ບິດາກໍຍັງຜິດຖຽງກັບບຸຕ, ບຸຕກໍຍັງຜິດຖຽງກັບບິດາ, ພີ່ນ້ອງຊາຍຜິິດຖຽງກັບພີ່ນ້ອງຍິງ, ພີ່ນ້ອງຍິງຜິດຖຽງກັບພີ່ນ້ອງຊາຍ, ແມ່ນແຕ່ສະຫາຍກໍຍັງຜິດຖຽງກັບສະຫາຍ; ສ່ວນໃນພຣົມມະຈັນນີ້ ຂ້ານ້ອຍເຫັນພິກຂຸທັງຫຼາຍເປັນຜູ້ພ້ອມພຽງກັນ ເບີກບານຕໍ່ກັນ ບໍ່ຜິດຖຽງກັນ ເຂົ້າກັນໄດ້ດີຍິ່ງດັ່ງນໍ້າປົນກັບນໍ້ານົມສົດ ແນມເບິ່ງກັນແລະກັນດ້ວຍສາຍຕາອັນໜ້າຮັກ. ພຣະອົງຜູ້ຈະເຣີນ ! ຂ້ານ້ອຍບໍ່ເຫັນບໍຣິສັດອື່ນທີ່ພ້ອມພຽງກັນແບບນີ້ ນອກຈາກບໍຣິສັດນີ້. ແມ່ນວ່ານີ້ກໍເປັນຂໍ້ສັງເກດຂອງຂ້ານ້ອຍ ໃນພຣະຜູ້ມີພຣະພາຄ.
: ທົງມີຄະນະສົງຄ໌ທີ່ຊຸ່ມຊື່ນຜ່ອງໃສ
ຂໍ້ອື່ນຍັງມີອີກ, ພຣະອົງຜູ້ຈະເຣີນ ! ຂ້ານ້ອຍທ່ຽວໄປເນື່ອງໆ ຈາກອາຣາມນີ້ ສູ່ອາຣາມນັ້ນ ຈາກສວນນີ້ສູ່ສວນນັ້ນ, ໄດ້ເຫັນສະມະນະພຣາມພວກໜຶ່ງ ຊູບຜອມ ເສົ້າໝອງ ຜິວພັນຫຍາບ ຜອມເຫຼືອງ ຟູເຕັມໄປດ້ວຍເສັ້ນເອັນ ເຫັນຈະບໍ່ປະສົງແນມເບິ່ງໃຜເສຍເລີຍ. ຂ້ານ້ອຍມີຄວາມເຫັນວ່າ ທ່ານພວກນີ້ຄົງຝືນໃຈປະພຶດ ພຣົມມະຈັນເປັນແນ່ ຫຼືບໍ່ດັ່ງນັ້ນ ກໍຍັງມີບາບຈັກຢ່າງໜຶ່ງ ຊຶ່ງທ່ານເຫຼົ່ານີ້ເຮັດແລ້ວປົກປິດໄວ້ ຈຶ່ງເປັນຜູ້ຊູບຜອມ ເສົ້າໝອງ ຜິວພັນຫຍາບ ຜອມເຫຼືອງ ຟູເຕັມໄປດ້ວຍເສັ້ນເອັນ ເຫັນຈະບໍ່ປະສົງແນມເບິ່ງໃຜເສຍເລີຍ. ຂ້ານ້ອຍເຂົ້າໄປຫາ ແລ້ວຖາມວ່າ ເຫດໃດຈຶ່ງເປັນດັ່ງນັ້ນ ທ່ານເຫຼົ່ານັ້ນຕອບວ່າ “ຂ້າແຕ່ມະຫາຣາຊ ! ພວກເຮົາມີໂຣຄາເນື່ອງມາເປັນເຜົ່າພັນ”, ດັ່ງນີ້. ສ່ວນພິກຂຸໃນສາສນານີ້ ຂ້ານ້ອຍເຫັນທ່ານລ່າເລີງແລະເບີກບານ ສົ່ງຄວາມຮູ້ສຶກພາຍໃນໃຈອັນສູງຂຶ້ນແລະສູງຂຶ້ນ
໕໔໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔








