ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໓໗
(໓໕) ເປັນຜູ້ເຮັດຄວາມກະເສມແກ່ສັບພະສັຕ,
(໓໖) ເປັນຜູ້ມີເວດຄືຍານເຄື່ອງເຈາະແທງຊຶ່ງໂມຫະ,
(໓໗) ເປັນຜູ້ປະດິດສະຖານຢູ່ໃນທັມ,
(໓໘) ເປັນຜູ້ມີພຣະອົງຄ໌ອັນທົງຈັດສັນດີແລ້ວ,
(໓໙) ເປັນຜູ້ຂ້າມຜ່ານກິເລສອັນເປັນເຄື່ອງຂ້ອງເສຍໄດ້,
(໔໐) ເປັນຜູ້ຫຼຸດລອດແລ້ວຈາກບ້ວງທັງປວງ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :
(໔໑) ເປັນຜູ້ເປັນດັ່ງພະຍາຊ້າງໂຕປະເສີດ,
(໔໒) ເປັນຜູ້ມີການນອນອັນງຽບສງັດຈາກການລົບກວນແຫ່ງກິເລສ,
(໔໓) ເປັນຜູ້ມີກິເລສເຄື່ອງປະກອບໄວ້ໃນພົບສິ້ນສຸດແລ້ວ,
(໔໔) ເປັນຜູ້ພົ້ນພິເສດແລ້ວຈາກທຸກຂ໌ທັງປວງ,
(໔໕) ເປັນຜູ້ມີຄວາມຄິດພໍດີສະເພາະເລື່ອງ,
(໔໖) ເປັນຜູ້ມີປັນຍາເຄື່ອງເຮັດຄວາມເປັນແຫ່ງມຸນີ,
(໔໗) ເປັນຜູ້ມີມານະເປັນດຸດດັ່ງທຸງອັນພຣະອົງຄ໌ທົງລົດລົງໄດ້ແລ້ວ,
(໔໘) ເປັນຜູ້ປາສະຈາກແລ້ວເຊິ່ງຣາຄະ,
(໔໙) ເປັນຜູ້ມີການຝຶກຕົນອັນຝຶກດີແລ້ວ,
(໕໐) ເປັນຜູ້ໝົດສິ້ນແລ້ວຈາກກິເລສເຄື່ອງກົດນ່ວງໃຫ້ລ່າຊ້າ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :
(໕໑) ເປັນຜູ້ສະແຫວງຫາພົບຄຸນອັນໃຫຍ່ຫລວງ ອົງທີເຈັດ,
(໕໒) ເປັນຜູ້ປາສະຈາກແລ້ວຈາກຄວາມຄົດໂກງ,
(໕໓) ເປັນຜູ້ຊົງໄວ້ຊຶ່ງວິຊຊາທັງສາມ,
(໕໔) ເປັນຜູ້ເປັນພຣົມແຫ່ງປວງສັຕ,
໕໓໘ ພຸດທະປະວັຕຈາກພຣະໂອຖະ - ພາກ ໔
(໕໕) ເປັນຜູ້ສໍາເລັດຈາກການອາບການລ້າງແລ້ວ,
(໕໖) ເປັນຜູ້ມີຫຼັກມີເກນໃນການປະພຶດທັງປວງ,
(໕໗) ເປັນຜູ້ມີດວງຈິຕສັນດານອັນລະງັບແລ້ວ,
(໕໘) ເປັນຜູ້ມີຍານະເວດອັນວິທິຕແລ້ວ,
(໕໙) ເປັນຜູ້ທໍາລາຍຊຶ່ງທານີນະຄອນແຫ່ງກິເລສທັງຫຼາຍ,
(໖໐) ເປັນຜູ້ເປັນຈອມແຫ່ງສັຕທັງປວງ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :
(໖໑) ເປັນຜູ້ໄປພົ້ນແລ້ວຈາກຂ້າເສິກ ຄືກິເລສ,
(໖໒) ເປັນຜູ້ມີຕົນອັນອົບຮົມເຖິງທີ່ສຸດແລ້ວ,
(໖໓) ເປັນຜູ້ມີທັມທີ່ຄວນບັນລຸອັນບັນລຸແລ້ວ,
(໖໔) ເປັນຜູ້ເຮັດຊຶ່ງອັຕຖະທັງຫຼາຍໃຫ້ແຈ່ມແຈ້ງ,
(໖໕) ເປັນຜູ້ມີສະຕິສົມບູນຢູ່ເອງໃນທຸກກໍລະນີ,
(໖໖) ເປັນຜູ້ມີຄວາມຮູ້ແຈ້ງເຫັນແຈ້ງເປັນປົກກະຕິ,
(໖໗) ເປັນຜູ້ມີຈິຕບໍ່ແຟບລົງດ້ວຍອໍານາດແຫ່ງກິເລສ,
(໖໘) ເປັນຜູ້ມີຈິຕບໍ່ຟູຂຶ້ນດ້ວຍອໍານາດແຫ່ງກິເລສ,
(໖໙) ເປັນຜູ້ມີຈິຕບໍ່ຫວັ່ນໄຫວດ້ວຍອໍານາດແຫ່ງກິເລສ,
(໗໐) ເປັນຜູ້ບັນລຸເຖິງຊຶ່ງຄວາມມີອໍານາດເໜືອກິເລສ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :
(໗໑) ເປັນຜູ້ໄປແລ້ວໂດຍຖືກຕ້ອງ,
(໗໒) ເປັນຜູ້ມີການເພັ່ງພິນິດທັງໃນສະມາທິແລະປັນຍາ,
(໗໓) ເປັນຜູ້ມີສັນດານອັນກິເລສຕາມເຖິງບໍ່ໄດ້ແລ້ວ,
(໗໔) ເປັນຜູ້ສະອາດໝົດກ້ຽງແລ້ວຈາກສິ່ງເສົ້າໝອງທັງປວງ,
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໓໙
(໗໕) ເປັນຜູ້ອັນຕັນຫາແລະທິຕຖິອາໄສບໍ່ໄດ້ແລ້ວ,
(໗໖) ເປັນຜູ້ບໍ່ມີຄວາມຢ້ານກົວໃນສິ່ງເປັນທີ່ຕັ້ງແຫ່ງຄວາມຢ້ານກົວ,
(໗໗) ເປັນຜູ້ສະງົບແລ້ວຈາກການລົບກວນແຫ່ງກິເລສທັງປວງ,
(໗໘) ເປັນຜູ້ບັນລຸແລ້ວຊຶ່ງທັມອັນເລີດ,
(໗໙) ເປັນຜູ້ຂ້າມແລ້ວຊຶ່ງໂອຄະກັນດານ,
(໘໐) ເປັນຜູ້ຊຸກຍູ້ບຸກຄົນອື່ນໃຫ້ຂ້າມແລ້ວຊຶ່ງໂອຄະນັ້ນ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :
(໘໑) ເປັນຜູ້ມີສັນດານສະງົບລະງັບແລ້ວ,
(໘໒) ເປັນຜູ້ມີປັນຍາທີ່ໜາແໜ້ນ,
(໘໓) ເປັນຜູ້ມີປັນຍາອັນໃຫຍ່ຫຼວງ,
(໘໔) ເປັນຜູ້ປາສະຈາກແລ້ວຊຶ່ງໂລພະ,
(໘໕) ເປັນຜູ້ມີການໄປການມາຢ່າງພຣະພຸດທະເຈົ້າທັງຫຼາຍ,
(໘໖) ເປັນຜູ້ໄປແລ້ວດ້ວຍດີ,
(໘໗) ເປັນບຸກຄົນຜູ້ບໍ່ມີບຸກຄົນໃດປຽບປານ,
(໘໘) ເປັນບຸກຄົນຜູ້ບໍ່ມີບຸກຄົນໃດສະເໝີເໝືອນ,
(໘໙) ເປັນບຸກຄົນຜູ້ມີຍານອັນເກັ່ງກ້າ,
(໙໐) ເປັນຜູ້ມີປັນຍາລະອຽດອ່ອນ ;
ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :








