ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຮົາກ່າວດັ່ງນີ້ແລ້ວ ເທວະບຸຕນັ້ນໄດ້ກ່າວສືບຕໍ່ໄປວ່າ “ພຣະອົງຄ໌ ! ອັດສະຈັນແທ້, ບໍ່ເຄີຍມີເລີຍ ຄື ຄໍາທີ່ພຣະອົງຄ໌ຕຣັດນີ້. ຂ້າແຕ່ພຣະອົງຄ໌ ! ໃນກາລກ່ອນ ຂ້ານ້ອຍເປັນຣືສີຊື່ໂຣຫິຕັສສະ ຜູ້ໂພຊະບຸຕ ມີລິດໄປໄດ້ໂດຍອາກາດ. ຄວາມວ່ອງໄວຂອງຂ້ານ້ອຍ ເຊັ່ນດຽວກັບລູກທະນູຂອງອາຈາຣຍ໌ ຜູ້ຄ່ອງແຄ່ວລືຊາໃນການຍິງທະນູຂະໜາດໜັກ ສາມາດຍິງຖືກຂົນກວາງໄດ້ໃນລະຍະອຸສຸພະໜຶ່ງ ທີ່ຍິງຕະຫຼອດເງົາແຫ່ງຕົ້ນຕາລ໑ໂດຍຂວາງ ດ້ວຍລູກສອນອັນເບົາປິວ ສະນັ້ນ. ການກ້າວບາທາຂອງຂ້ານ້ອຍ (ກ້າວໜຶ່ງມີລະຍະໄກ) ປະມານເທົ່າ ຈາກສະມຸດຟາກຕາເວັນອອກ ເຖິງສະມຸດຟາກຕາເວັນຕົກ. ຂ້າແຕ່ພຣະອົງ ! ເມື່ອປະກອບດ້ວຍຄວາມວ່ອງໄວ ແລະການກ້າວໄກເຖິງເຊັ່ນນີ້ ຂ້ານ້ອຍເກີດຄວາມປາຖນາວ່າ ເຮົາຈະເຖິງທີ່ສຸດໂລກ ດ້ວຍການໄປໃຫ້ຈົນໄດ້. ຂ້ານ້ອຍຈຶ່ງເວັ້ນການບໍຣິໂພກ ການດື່ມ ການຄ້ຽວ ການຊີມ ເວັ້ນການຖ່າຍອຸດຈາຣະປັດສາວະ ເວັ້ນການຫຼັບ ອັນເປັນເຄື່ອງບັນເທົາຄວາມອິດເມື່ອຍເສຍ, ມີອາຍຸ ມີຊີວິຕ ໑໐໐ ປີ ກໍເດີນທາງຕັ້ງ ໑໐໐ ປີ, ຍັງບໍ່ເຖິງທີ່ສຸດແຫ່ງໂລກເລີຍ, ຂ້າແຕ່ພຣະອົງຄ໌ ! ອັດສະຈັນແທ້, ບໍ່ເຄີຍມີເລີຍ, ຄືຄໍາທີ່ພຣະອົງຄ໌ຕຣັດວ່າ “ເຮົາກ່າວວ່າໃຜໆ ບໍ່ອາດຮູ້ ບໍ່ອາດເຫັນ ບໍ່ອາດເຖິງທີ່ສຸດໂລກ ດ້ວຍການໄປໄດ້ເລີຍ”, ດັ່ງນີ້.”

ພິກຂຸ ທ. ! ເຮົາໄດ້ກ່າວກັບເທວະບຸຕນັ້ນວ່າ “ແນ່ເຈົ້າ ! ທີ່ສຸດໂລກແຫ່ງໃດ ອັນສັຕບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດ, ເຮົາບໍ່ກ່າວການຮູ້ ການເຫັນ ການເຖິງທີ່ສຸດໂລກນັ້ນ ເພາະການໄປ. ແນ່ເຈົ້າ ! ເຮົາຍັງບໍ່ເຖິງທີ່ສຸດແຫ່ງໂລກແລ້ວ ກໍຈະຍັງບໍ່ກ່່າວການເຮັດທີ່ສຸດແຫ່ງທຸກຂ໌ ແນ່ເຈົ້າ ! ໃນຮ່າງກາຍທີ່ຍາວວາໜຶ່ງ ຊຶ່ງປະກອບດ້ວຍສັນຍາ ແລະໃຈນີ້ເອງ ເຮົາໄດ້ບັນຍັດໂລກ, ເຫດເກີດຂອງໂລກ, ຄວາມດັບບໍ່ມີເຫຼືອຂອງໂລກ ແລະ ທາງໃຫ້ເຖິງຄວາມດັບບໍ່ມີເຫຼືອຂອງໂລກໄວ້” ດັ່ງນີ້.

໑. ບາລີ = ຕິຣິຢັງ ຕາລະຈະສາຢັງ ໜ້າຈະແມ່ນເງົາຕົ້ນຕານຕາມພື້ນດິນ ?.

໔໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ການສົນທະນາເລື່ອງລັດທິຊຶ່ງສົມມຸດກັນວ່າເລີດ ໑

ພັກຄະວະ ! ມີສະມະນະພຣາມພວກໜຶ່ງ ບັນຍັດລັດທິຊຶ່ງສົມມຸດວ່າເລີດ ຕາມແບບແຫ່ງອາຈາຣຍ໌ຕົນ ວ່າ ‘(ໃຜໆ ລ້ວນແຕ່ເປັນຜູ້ທີ່) ອິສວຣສ້າງຂຶ້ນ ພຣົມສ້າງຂຶ້ນ’. ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວກ່າວວ່າ “ໄດ້ຍິນວ່າ ທ່ານ ທ. ຍ່ອມບັນຍັດລັດທິຊຶ່ງສົມມຸດວ່າເລີດ ຕາມແບບແຫ່ງອາຈາຣຍ໌ຕົນ ວ່າ ‘(ໃຜໆ ລ້ວນແຕ່ເປັນຜູ້ທີ່) ອິສວຣສ້າງຂຶ້ນ ພຣົມສ້າງຂຶ້ນ’. ຈິງແທ້ຫຼື ? ເມື່ອຖືກຖາມດັ່ງນີ້ ສະມະນະພຣາມເຫຼົ່ານັ້ນ ກໍຍອມຮັບວ່າ ຈິງແທ້. ເຮົາກ່າວກັບສະມະນະພຣາມເຫຼົ່ານັ້ນຕໍ່ໄປວ່າ “ກໍທ່ານ ທ. ຍ່ອມບັນຍັດລັດທິຊຶ່ງສົມມຸດວ່າເລີດ ຕາມແບບແຫ່ງອາຈາຣຍ໌ຕົນ ວ່າ (ໃຜໆ ລ້ວນແຕ່ເປັນຜູ້ທີ່) ອິສວຣສ້າງຂຶ້ນ ພຣົມສ້າງຂຶ້ນ ນັ້ນ ດ້ວຍເຫດຜົລແນວໃດ ? ເມື່ອຖືກຖາມດັ່ງນີ້ແລ້ວ ສະມະນະພຣາມເຫຼົ່ານັ້ນກໍຊີ້ແຈງບໍ່ໄດ້ ເມື່ອຊີ້ແຈງບໍ່ໄດ້ ກໍກັບຢ້ອນຖາມເຮົານັ້ນເອງ ເຮົາຖືກຖາມແລ້ວກໍພະຍາກອນ ...ໆລໆ... (ເຫດທີ່ເຮັດໃຫ້ເຂົ້າໃຈຜິດ).

ໝາຍເຫດ : ພຣະອົງຄ໌ຍັງໄດ້ສະເດັດໄປທົງສົນທະນາກັບ ສະມະນະພຣາມພວກບັນຍັດລັດທິ ຂິດດາປະໂທສິກະ, ລັດທິມະໂນປະໂທສິກະ, ແລະລັດທິອະທິດຈະສະມຸບປັນນະ ໂດຍລັກສະນະເຊັ່ນດຽວກັນ. ສໍາລັບຄໍາພະຍາກອນຂອງພຣະອົງນັ້ນ ໂດຍໃຈຄວາມກ່ຽວກັບການເກີດກ່ອນ ເກີດລຸນຫຼັງຂອງສັຕ ຜູ້ເກີດຂຶ້ນເປັນຄັ້ງເປັນຄາວກ່ອນຫຼັງກວ່າກັນ ຈົນເຮັດໃຫ້ເກີດການເຂົ້າໃຈຜິດ ວ່າມີຜູ້ສ້າງຜູ້ເນຣະມິຕ ເປັນຕົ້ນ. (ຂໍ້ຄວາມໂດຍລະອຽດ ຈົ່ງອ່ານເບິ່ງຈາກປາຕິກະສູຕ ປາ. ທີ. ໑໑/໓໐/໑໓-໑໖). - ຜູ້ລວບລວມ.

໑. ບາລີ ປາຕິກະສູຕ ປາ. ທີ. ໑໑/໓໐/໑໓. ຕຣັດແກ່ພັກຄະວະໂຄຕປະຣິບພາຊົກ. ທີ່ອາຣາມຂອງລາວ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໘໓

ການຕຣັດເລື່ອງ “ມະຫາພູຕະ” ບໍ່ຢັ່ງລົງໃນບ່ອນໃດ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ