ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເຮົາໄດ້ກ່າວກັບນິຄັນຖ໌ ທ. ເຫຼົ່ານັ້ນສືບຕໍ່ໄປອີກວ່າ “ທ່ານຜູ້ເປັນ ນິຄັນຖ໌ ທ. ! ທ່ານ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄືພວກທ່ານຈະຍ່ອມໄດ້ຕາມພໍໃຈຂອງທ່ານວ່າ ດ້ວຍອໍານາດການບໍາເພັນ ອຸປັກກະມະແລະປະທານະ (ອັນເປັນຕະບະຂອງເຮົາ) (໑) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລໃນທິຕຖະທັມ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລໃນສັມປະຣາຍະພົບເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ຫຼືວ່າ (໒) ກັມໃດ ເປັນກັມທີ່ຕ້ອງສະເຫວີຍຜົລໃນສັມປະຣາຍະພົບ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລໃນທິຕຖະທັມເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄືພວກທ່ານຈະຍ່ອມໄດ້ຕາມພໍໃຈຂອງທ່ານວ່າ ດ້ວຍອໍານາດການບໍາເພັນ ອຸປັກກະມະແລະປະທານະ (ອັນເປັນຕະບະຂອງເຮົາ) (໓) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລເປັນສຸຂ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລເປັນທຸກຂ໌ເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
໔໗໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ຫຼືວ່າ (໔) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລເປັນທຸກຂ໌ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລເປັນ ສຸຂເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄືພວກທ່ານຈະຍ່ອມໄດ້ຕາມພໍໃຈຂອງທ່ານວ່າ ດ້ວຍອໍານາດການບໍາເພັນ ອຸປັກກະມະແລະປະທານະ (ອັນເປັນຕະບະຂອງເຮົາ) (໕) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລເຕັມຂະໜາດ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລບໍ່ເຕັມຂະໜາດເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ຫຼືວ່າ (໖) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລບໍ່ເຕັມຂະໜາດ ຂໍໃຫ້ກັມນັ້ນເປັນກັມທີ່ຈົ່ງສະເຫວີຍຜົລເຕັມຂະໜາດເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄືພວກທ່ານຈະຍ່ອມໄດ້ຕາມພໍໃຈຂອງທ່ານວ່າ ດ້ວຍອໍານາດການບໍາເພັນ ອຸປັກກະມະແລະປະທານະ (ອັນເປັນຕະບະຂອງເຮົາ) (໗) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລຢ່າງຫຼາຍ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລແຕ່ໜ້ອຍເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ຫຼືວ່າ (໘) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລຢູ່ແຕ່ໜ້ອຍ ຂໍໃຫ້ກັມນັ້ນ ເປັນກັມທີ່ຈົ່ງສະເຫວີຍຜົລຢ່າງຫຼາຍເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄືພວກທ່ານຈະຍ່ອມໄດ້ຕາມພໍໃຈຂອງທ່ານວ່າ ດ້ວຍອໍານາດການບໍາເພັນ ອຸປັກກະມະແລະປະທານະ (ອັນເປັນຕະບະຂອງເຮົາ) (໙) ກັມໃດເປັນກັມທີ່ຕ້ອງສະເຫວີຍຜົລ ຂໍໃຫ້ກັມນັ້ນ ເປັນກັມທີ່ບໍ່ຕ້ອງສະເຫວີຍຜົລເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ຫຼືວ່າ (໑໐) ກັມໃດເປັນກັມທີ່ບໍ່ຕ້ອງສະເຫວີຍຜົລ ຂໍໃຫ້ກັມນັ້ນ ເປັນກັມທີ່ຕ້ອງສະເຫວີຍຜົລເຖີ້ນ, ດັ່ງນີ້ຫຼື ? “ບໍ່ອາດເປັນໄປໄດ້, ທ່ານ !”
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໗໗
ທ່ານຜູ້ເປັນນິຄັນຖ໌ ທ. ! ເມື່ອໄດ້ຍິນກັນຢູ່ແລ້ວດັ່ງນີ້ວ່າ ບໍ່ອາດເປັນໄປໄດ້ ບໍ່ອາດເປັນໄປໄດ້ ດັ່ງນີ້ແລ້ວ ອຸປັກກະມະແລະປະທານະ ຂອງທ່ານຜູ້ເປັນນິຄັນຖ໌ ທ. ກໍບໍ່ມີຜົລອັນໃດ.
ພິກຂຸ ທ. ! ນິຄັນຖ໌ ທ. ເປັນຜູ້ມີວາທະເຊັ່ນນີ້ ; ພິກຂຸ ທ. ! ດັ່ງນັ້ນ ວາທານຸວາທະ (ວາທະນ້ອຍໃຫຍ່) ໑໐ ປະການ ທີ່ປະກອບດ້ວຍທັມຕາມແບບຂອງພວກນິຄັນຖ໌ ຜູ້ມີວາທະເຊັ່ນນີ້ ຍ່ອມເຖິງຖານະທີ່ຄວນຕໍານິ.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງກັມ ອັນເຮັດໃນກາລກ່ອນ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງເຮັດກັມຊົ່ວໃນກາລກ່ອນ ເປັນແນ່ ເພາະໃນບັດນີ້ ເປັນຜູ້ສະເຫວີຍທຸກຂະເວທະນາອັນຮຸນແຮງແສບຮ້ອນເຫັນປານນີ້.








