ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຮົາໄດ້ກ່າວກັບນິຄັນຖ໌ເຫຼົ່ານັ້ນຕໍ່ໄປວ່າ “ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານ ທ. ເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ : ເມື່ອໃດພວກທ່ານມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນທ່ານ ທ. ຍ່ອມໄດ້ຮັບທຸກຂະເວທະນາອັນຮຸນແຮງ ແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ; ແຕ່ເມື່ອໃດພວກທ່ານບໍ່ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນທ່ານ ທ. ຍ່ອມບໍ່ໄດ້ຮັບທຸກຂະເວທະນາ ອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ດັ່ງນີ້ບໍ່ແມ່ນຫຼື ?”

“ທ່ານໂຄຕະມະ ! ເມື່ອໃດພວກເຮົາ ທ. ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນເຮົາ ທ. ຍ່ອມໄດ້ຮັບທຸກຂະເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ; : ແຕ່ເມື່ອໃດພວກເຮົາບໍ່ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນເຮົາ ທ. ຍ່ອມບໍ່ໄດ້ຮັບທຸກຂະເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ.”

໑. ບາລີ ເທວະທະຫະສູຕ ອຸປຣິ. ມ. ໑໔/໗/໘-໙. ຕຣັດເລົ່າແກ່ພິກຂຸ ທ. ທີ່ເທວະທະຫະ ແຄວ້ນສັກກະ.

໔໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທ່ານຜູ້ເປັນນິຄັນຖ໌ ທ. ! ເມື່ອໄດ້ຍິນກັນຢູ່ແລ້ວ ດັ່ງນີ້ວ່າ ເມື່ອໃດພວກທ່ານ ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນທ່ານ ທ. ຍ່ອມໄດ້ຮັບທຸກຂະ ເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ; ແຕ່ເມື່ອໃດພວກທ່ານບໍ່ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນທ່ານ ທ. ຍ່ອມບໍ່ໄດ້ຮັບທຸກຂະ ເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ດັ່ງນີ້ແລ້ວ ກໍບໍ່ເປັນການສົມຄວນ ແກ່ທ່ານຜູ້ເປັນນິຄັນຖ໌ ທ. ທີ່ກ່າວວ່າ “ບຸຣຸສບຸກຄົນເຮົານີ້ ສະເຫວີຍເວທະນາໃດໆ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ເປັນອະທຸກຂະມະສຸຂະກໍດີ ທັງໝົດນັ້ນມີເພາະເຫດແຫ່ງກັມອັນເຮັດແລ້ວໃນກາລກ່ອນ ແລະວ່າເພາະການເຜົາລ້າງເສຍຊຶ່ງກັມໃນກາລກ່ອນຈົນໝົດສິ້ນ ແລະເພາະການບໍ່ເຮັດຊຶ່ງກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ, ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍໝົດກັມ, ເພາະໝົດກັມກໍໝົດທຸກຂ໌, ເພາະໝົດທຸກຂ໌ ກໍໝົດເວທະນາ, ເພາະໝົດເວທະນາ ທຸກຂ໌ທັງໝົດກໍສູນສິ້ນ” ດັ່ງນີ້.

ທ່ານຜູ້ເປັນນິຄັນຖ໌ ທ. ! ຖ້າເມື່ອໃດ ແມ່ນວ່າພວກທ່ານມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນທຸກຂະເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ກໍຍັງຕັ້ງຢູ່, ແລະແມ່ນວ່າເມື່ອໃດ ພວກທ່ານບໍ່ມີຄວາມພາກພຽນພະຍາຍາມຢ່າງເຂັ້ມແຂງ ເມື່ອນັ້ນ ທຸກຂະເວທະນາອັນຮຸນແຮງແສບຮ້ອນ ຊຶ່ງເກີດຈາກຄວາມພຽນນັ້ນ ກໍຍັງຕັ້ງຢູ່, ດັ່ງນີ້ນັ້ນ ; ຈະເປັນການສົມຄວນ ແກ່ທ່ານຜູ້ເປັນນິຄັນຖ໌ ທ. ຫຼື ທີ່ຈະກ່າວວ່າ “ບຸຣຸສບຸກຄົນເຮົານີ້ ສະເຫວີຍເວທະນາໃດໆ ... ທັງໝົດນັ້ນມີເພາະເຫດແຫ່ງກັມອັນເຮັດແລ້ວໃນກາລກ່ອນ ...ໆລໆ..., ເພາະໝົດເວທະນາ ທຸກຂ໌ທັງໝົດກໍສູນສິ້ນໄປ” ດັ່ງນີ້.

ທ່ານຜູ້ເປັນນິຄັນຖ໌ ທ. ! ເພາະເຫດທີ່ວ່າ ເມື່ອໃດຄວາມພຽນຂອງທ່ານເຂັ້ມແຂງ ທຸກຂະເວທະນາຂອງທ່ານກໍແສບຮ້ອນ ແຕ່ເມື່ອໃດຄວາມພຽນຂອງທ່ານບໍ່ເຂັ້ມແຂງ ທຸກຂະເວທະນາຂອງທ່ານ ກໍບໍ່ແສບຮ້ອນ ;

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໗໕

ເພາະເຫດນັ້ນຈຶ່ງສະແດງວ່າ ເມື່ອທ່ານ ທ. ສະເຫວີຍທຸກຂະເວທະນາອັນຮຸນແຮງ ແສບຮ້ອນດ້ວຍຕົນເອງນັ້ນແຫຼະ ທ່ານ ທ. ໄດ້ປຸງອະວິຊຊາຊຶ່ງເປັນອັນຍານແລະສັມໂມຫະ ຂຶ້ນມາວ່າ “ບຸຣຸສບຸກຄົນເຮົານີ້ ສະເຫວີຍເວທະນາໃດໆ ... ທັງໝົດນັ້ນມີເພາະເຫດແຫ່ງກັມອັນເຮັດແລ້ວໃນກາລກ່ອນ ...ໆລໆ... , ເພາະໝົດເວທະນາ ທຸກຂ໌ທັງໝົດກໍສູນສິ້ນໄປ” ດັ່ງນີ້.

ພິກຂຸ ທ. ! ເຮົາຜູ້ມີວາທະຢູ່ດັ່ງນີ້ແຫຼະ ຍ່ອມມອງບໍ່ເຫັນອັນໃດໃນໝູ່ນິຄັນຖ໌ ທີ່ໜ້າຈັບໃຈແລະປະກອບຢູ່ດ້ວຍທັມ.

: ການໃຫ້ຜົລຂອງກັມເກົ່າບໍ່ອາດປ່ຽນໄດ້ດ້ວຍຕະບະຂອງນິຄັນຖ໌ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ