ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ລັດທິ ໓ ລັດທິເຫຼົ່ານີ້ມີຢູ່, ເປັນລັດທິຊຶ່ງແມ່ນວ່າບັນດິຕຈະພາກັນຮິ່ນຕອງ ຈະຍົກຂຶ້ນກວດສອບ ຈະຍົກຂຶ້ນວິພາກວິຈາຣກັນແນວໃດ ແມ່ນວ່າຈະຜັນແປກັນມາແນວໃດ ກໍຊວນໃຫ້ນ້ອມໄປເພື່ອການບໍ່ປະກອບກັມທີ່ດີງາມຢູ່ນັ້ນເອງ.

ພິກຂຸ ທ. ! ລັດທິ ໓ ລັດທິນັ້ນເປັນແນວໃດໜໍ ? ໓ ລັດທິຄື (໑) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ” ດັ່ງນີ້. (໒) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະການບັນດານຂອງຜູ້ເປັນເຈົ້າເປັນນາຍ (ອິສວຣ)” ດັ່ງນີ້. (໓) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ທັງໝົດນັ້ນ ບໍ່ມີອັນໃດເປັນເຫດເປັນປັດຈັຍເລີຍ” ດັ່ງນີ້.

໑. ບາລີ ມຫາວັກຄະ ຕິກ. ອັງ. ໒໐/໒໒໒/໕໐໑. ຕຣັດແກ່ພິກຂຸທັງຫຼາຍ.

໔໑໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ໃນບັນດາລັດທິທັງສາມນັ້ນ ສະມະນະແລະພຣາມພວກໃດ ມີຖ້ອຍຄໍາ ແລະຄວາມເຫັນວ່າ “ບຸກຄົນໃດໄດ້ຮັບສຸຂ ຫຼືທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ເພາະກັມທີ່ເຮັດໄວ້ແຕ່ປາງກ່ອນຢ່າງດຽວ” ຢູ່ ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນແລ້ວ ສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າດັ່ງນັ້ນຄົນທີ່ຂ້າສັຕ ...ລັກຊັບ ...ປະພຶດຜິດພຣົມມະຈັນ ...ເວົ້າຂີ້ຕົວະ ...ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ ...ເວົ້າໂລເລ ...ມີໃຈລະໂມບເພັ່ງເລັງ ...ມີໃຈພະຍາບາດ ...ມີຄວາມເຫັນວິປະຣິຕ ເຫຼົ່ານີ້ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ. ເມື່ອມົວແຕ່ຖືເອົາກັມທີ່ເຮັດໄວ້ແຕ່ປາງກ່ອນ ມາເປັນສາຣະສໍາຄັນດັ່ງນີ້ແລ້ວ ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ ສິ່ງນີ້ຄວນເຮັດ ສິ່ງນີ້ບໍ່ຄວນເຮັດອີກຕໍ່ໄປ. ເມື່ອກະຣະນີຍະກິດແລະອະກະຣະນີຍະກິດບໍ່ຖືກລົງມື ຫຼືຖືກລະເວັ້ນໃຫ້ຈິງໆຈັງໆ ກັນແລ້ວ ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ ກໍບໍ່ມີອັນໃດ ທີ່ຈະມາເອີ້ນຕົນວ່າເປັນສະມະນະຢ່າງຊອບທັມໄດ້.” ດັ່ງນີ້.

ພິກຂຸ ທ. ! ນີ້ແລ ແງ່ສໍາລັບຂົ່ມຢ່າງເປັນທັມ ແກ່ສະມະນະພຣາມທັງຫຼາຍ ຜູ້ມີຖ້ອຍຄໍາແລະຄວາມເຫັນເຊັ່ນນັ້ນ ແງ່ທີໜຶ່ງ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໑໓

ທົງ “ເຢີ້ຍ” ລັດທິທີ່ວ່າສຸຂທຸກຂ໌ເພາະການບັນດານຂອງເຈົ້ານາຍ ໑

(ເລື່ອງຕອນຕົ້ນຂອງເລື່ອງນີ້ ຕໍ່ເປັນເລື່ອງດຽວກັບຕອນຕົ້ນຂອງເລື່ອງກ່ອນ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ