ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣະປະວັດຂອງພຣະອົງຄ໌ທຸກໆຕອນ ທັງທີ່ທົງເລົ່າເອງ ແລະເປັນຄໍາຂອງພຣະສັງຄີຕິກາຈາຣຍ໌ ຜູ້ຮ້ອຍກອງບາລີພຣະໄຕຣປິດົກ ຍ່ອມມີຢູ່ເປັນແຫ່ງໆຕອນໆ ບໍ່ຕິດຕໍ່ກັນໄປຈົນຕະຫຼອດໝົດເລື່ອງ ເປັນການລໍາບາກແກ່ຜູ້ສຶກສາ. ສົມເດັດພຣະມະຫາສະມະນະເຈົ້າກຣົມພະຍາວະຊິຣະຍານະວະໂຣຣົສ ເຄີຍທົງພົບເຫດແຫ່ງຄວາມບໍ່ສະດວກຂໍ້ນີ້ ດັ່ງທີ່ຕຣັດໄວ້ໃນຕອນຄໍາຜາຣົບ ທີ່ໜ້າໜັງສືພຸດທະປະວັດເຫຼັ້ມ ໑ ຂອງພຣະອົງວ່າ :-
“...ໜ້າເສຍດາຍວ່າ ເລື່ອງພຸດທະປະວັດນັ້ນ ບໍ່ປາກົດໃນບາລີທີ່ຂຶ້ນສູ່ສັງຄີຕິຈົນຕະຫຼອດໝົດເລື່ອງຈັກແຫ່ງດຽວ ມີມາໃນບາລີປະເທດນັ້ນໆ ພຽງເປັນທ່ອນໆ ເຊັ່ນເລື່ອງປະສູດມາໃນມະຫາປະທານະສູຕ ແຫ່ງທີຄະນິກາຍມະຫາວັກຄະ ເລື່ອງຄັ້ງຍັງທົງພຣະເຍົາມາໃນຕິກະນິບາຕອັງຄຸຕຕະຣະນິກາຍ ເລື່ອງຕັ້ງແຕ່ຜາຣົບເຫດທີ່ສະເດັດອອກບັນພະຊາ ຈົນພິກຂຸປັນຈະວັກຄີສໍາເລັດພຣະອະຣະຫັນຕະຜົລ ມາໃນປາສະຣາສິສູຕ ແຫ່ງມັຊຊິມະນິກາຍ ມູລະປັນນາສະ ເລື່ອງສະເດັດອອກບັນພະຊາແລ້ວ ບໍາເພັນທຸກະຣະກິຣິຍາຈົນໄດ້ຕຣັສຮູ້ ມາໃນມະຫາສັຈຈະກະສູຕ ແຫ່ງມັຊຊິມະນິກາຍ ມູລະປັນນາສະ ເລື່ອງຕັ້ງແຕ່ຕຣັສຮູ້ແລ້ວຈົນເຖິງອັກຄະຣະສາວົກບັນພະຊາ ມາໃນມະຫາວັກຄະແຫ່ງວິນັຍ ການບໍາເພັນພຸດທະກິດນັ້ນໆ ມາໃນພຣະສູຕຕ່າງໆຫຼາຍສະຖານທີ່, ຕອນໃກ້ຈະປະຣິນິບພານ ຈົນເຖິງປະຣິນິບພານ ແລ້ວ ມັນລະກະສັດໃນກຸສິນາຣານ້ອມການຖວາຍພຣະເພີງພຣະພຸດທະສຣີຣະແລ້ວ ແບ່ງພຣະສາຣີຣິກະທາດໄວ້ແດ່ ແຈກໄປໃນນະຄອນອື່ນແດ່ ມາໃນມະຫາປະຣິນິບພານະສູຕ ແຫ່ງທີຄະນິກາຍ ມະຫາວັກຄະ.
(໙)
ເປັນເຊັ່ນນີ້ ເຂົ້າໃຈວ່າພຣະຄັນຖະຣະຈະນາຈາຣຍ໌ ມຸ່ງຈະກ່າວເທສນາບາງຢ່າງ ຈຶ່ງດຶງເລື່ອງມາກ່າວພໍເປັນເຫດປາຣົບເທສນາ ທີ່ຮຽກວ່າ “ອັດຖຸບປັຕຕິ” ອີກຢ່າງໜຶ່ງ ໄດ້ເລື່ອງມາພຽງໃດ ກໍຣົດຈະນາໄວ້ພຽງນັ້ນເປັນຕອນໆ ເພາະເຫດນີ້ໃນປະກອນດຽວ ຄວນຈະຮຽງເລື່ອງໄວ້ໃນສູຕດຽວກັນ ກໍຍັງຮຽງແຈກກະຈາຍກັນໄວ້ ...”
ແຕ່ໃນໜັງສືພຸດທະປະວັດທີ່ພຣະມະຫາສະມະນະເຈົ້າພຣະອົງນີ້ ທົງຮຽບຮຽງນັ້ນ ທົງເກັບຄວາມໃນບາລີມາສັບປົນກັນໄປ ທີ່ຕຣັດເລົ່າໂດຍພຣະໂອຖເອງ ແລະທີ່ເປັນຄໍາຂອງສັງຄີຕິກາຈາຣຍ໌ ບາງແຫ່ງກໍລວມທັງອັຕຖະກະຖາ ທັງບໍ່ໄດ້ທົງໝາຍເຫດໄວ້ໃຫ້ຊັດແຈ້ງວ່າຕອນໃດເປັນຄໍາຕຣັດເລົ່າ ຕອນໃດເປັນຄໍາຂອງຜູ້ຣົດຈະນາ ເພາະທົງແຕ່ງໃຫ້ເປັນໜັງສືເຫຼັ້ມໃໝ່ຂຶ້ນຕ່າງຫາກ ພ້ອມທັງມີຄໍາອະທິບາຍແລະຄວາມເຫັນສັນນິຖານ. ສ່ວນເລື່ອງຈາກພຣະໂອຖ ທີ່ຂ້າພະເຈົ້າລວບລວມມານີ້ ເລືອກເກັບແລະແປອອກສະເພາະຕອນ ທີ່ພຣະສາສດາຕຣັດເລົ່າເລື່ອງຂອງພຣະອົງຄ໌ເອງ ຈາກບາລີຢ່າງດຽວ ບໍ່ມີຄໍາຂອງພຣະສັງຄີຕິກາຈາຣຍ໌ຫຼືຄັນຖະຣະຈະນາຈາຣຍ໌ປົນຢູ່ເລີຍ ເພື່ອບໍ່ໃຫ້ສັບປົນຄົນເລກັນ ດ້ວຍຫວັງວ່າຈະເປັນການສະດວກແກ່ຜູ້ທີ່ຈະສຶກສາ ແລະສັນນິຖານຄໍາພີພຸດທະປະວັດສືບຕໍ່ໄປ, ແມ່ນວ່າເມື່ອໄປອ່ານຄໍາພີພຸດທະປະວັດອື່ນໆ ທີ່ທ່ານລວບລວມຂຶ້ນໃໝ່ ເຊັ່ນ ປະຖົມສົມໂພທິເປັນຕົ້ນກໍດີ ຕະຫຼອດຈົນພຸດທະປະວັດຕ່າງປະເທດກໍດີ ຈະເຂົ້າໃຈໄດ້ງ່າຍວ່າ ອັນໃດເປັນອັນໃດ ແລະອັນໃດເປັນມອກຂອງເລື່ອງ.
ເພາະສະນັ້ນ ເລື່ອງພຸດທະປະວັດຈາກພຣະໂອຖ ກໍໝາຍຄວາມວ່າ ເລື່ອງທີ່ທົງເລົ່າເອງ ມີນໍ້າໜັກຍິ່ງກວ່າບາລີທໍາມະດາທົ່ວໄປ ເພື່ອໃຫ້ໄດ້ຫຼັກແຫ່ງພຸດທະປະວັດແທ້ໆ ສໍາລັບສຶກສາໃນຂັ້ນທໍາອິດເສຍກ່ອນ. ໃນລໍາດັບຕໍ່ໄປ ຈຶ່ງຈະໄດ້ສຶກສາສ່ວນທີ່ເປັນຄໍາຂອງພຣະສັງຄີຕິກາຈາຣຍ໌ ຕະຫຼອດລົງມາຈົນເຖິງອັຕຖະກະຖາ ແລະເລື່ອງເລົ່າກັນປະລັມປຣາ ອັນກ່ຽວດ້ວຍພຸດທະປະວັດທຸກຢ່າງ.
(໑໐)
ເມື່ອເປັນເຊັ່ນນີ້ ເຮົາຈະຮູ້ເລື່ອງພຸດທະປະວັດໄດ້ຢ່າງທົ່ວເຖິງ ເປັນຫຼັກຖານໝັ້ນຄົງ, ແລະຮູ້ວ່າອັນໃດເປັນແກ່ນ ອັນໃດເປັນມອກ ອັນໃດເປັນເປືອກພຽງໃດດ້ວຍ, ເຊິ່ງຖ້າມີໂອກາດ ກໍຄວນຈະໄດ້ສຶກສາກັນໃຫ້ຄົບທຸກຊະນິດ ຈາກທີ່ເປັນຫຼັກຖານໜັກ ແໜ້ນທີ່ສຸດ ໄປຫາທີ່ມີຫຼັກຖານເບົາບາງ. ໃນບັດນີ້ ຂໍເຊີນທ່ານຜູ້ອ່ານສຶກສາແກ່ນແທ້ຂອງພຸດທະປະວັດ ຄືບາລີຈາກພຣະພຸດທະໂອຖ ນີ້ເປັນຂັ້ນທໍາອິດ.








