ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຸດທະປະວັຕຈາກພຣະໂອຖະ

ພຸດທະທາສະພິກຂຸ

ແປແລະລວບລວມຈາກພຣະໄຕຣປິດົກພາສາບາລີ

(໑)

ປຶ້ມ

ພຸດທະປະວັຕຈາກພຣະໂອຖະ

ຄະນະຜູ້ແປແລະກວດແກ້ເປັນພາສາລາວ :

ພຣະອາຈາຣຍ໌ ຕິສສະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ບຸນເລືອກ ກຸນນະໂລກ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ

ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ.ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ.ສາລາຄໍາ ມ. ຫາດຊາຍຟອງ

ນະຄອນຫຼວງວຽງຈັນ.

ພິເສດແມ່ນອຸປາສິກາບົວພັນເປັນສັດທາເອື້ອເຟື້ອໃນການແປຈາກພາສາໄທມາເປັນພາສາລາວ.

(໒)

ການຮ້ອຍກອງປຶ້ມຫົວນີ້

ອຸທິດ

ເປັນຖາມພລີ ແດ່ພຣະຜູ້ມີພຣະພາຄເຈົ້າ

ແລະ

ເພື່ອເປັນຮອຍພຣະພຸດທະບາດ ແດ່ເພື່ອນສັຕຜູ່ຕາມຄົ້ນຫາພຣະອົງຄ໌

(໓)

ພຣະຕະຖາຄົຕເກີດຂຶ້ນໃນໂລກ

ເພື່ອສະແດງແບບແຫ່ງການຄອງຊີວິຕອັນປະເສີດແກ່ໂລກ

“ຄະຣາວາດຄັບແຄບ ເປັນທາງມາແຫ່ງທຸລີ ;

ສ່ວນບັນພະຊາ ເປັນໂອກາດວ່າງ. ມັນບໍ່ເປັນໄປໄດ້ໂດຍງ່າຍ

ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ ຈະປະພຶດພຣົມມະຈັນນັ້ນ

ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດສະອາດດີແລ້ວ.

ຖ້າຈັ່ງໃດ ເຮົາຄວນໂກນຜົມແລະໜວດ ຄອງຜ້າຍ້ອມຝາດ

ອອກຈາກເຮືອນໄປ, ບວດເປັນຜູ້ບໍ່ມີເຮືອນເຖີ້ນ”....

- ບາລີ ມູ. ມ. ໑໒/໔໘໙/໔໕໔.

(໔)

ພຣະຕະຖາຄົຕເກີດຂຶ້ນເພື່ອຄວາມສຸຂຂອງໂລກ

“ເຂົາເມື່ອຈະຮຽກໃຫ້ຖືກຕ້ອງເຊັ່ນນັ້ນ ຈົ່ງຮຽກເຮົາຕະຖາຄົຕນີ້ແລ

ວ່າເປັນສັຕຜູ້ມີຄວາມບໍ່ຫຼົງຢູ່ເປັນປົກກະຕິ ແລະເກີດຂຶ້ນ

ເພື່ອຄວາມເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ

ເພື່ອອະນຸເຄາະໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ

ເພືືື່ອຄວາມສຸຂ ຂອງເທວະດາແລະມະນຸສທັງຫຼາຍ.”

- ບາລີ ພະຢະເພຣະວະສູຕ ມູ. ມ. ໑໒/໓໗/໔໖.

(໕)

ຜູ້ເຊື່ອຟັງພຣະຕະຖາຄົຕ

ຈະໄດ້ຮັບປະໂຍຊນ໌ສຸຂຊົ່ວສິ້ນກາລະນານ

“ພິກຂຸ ທ. ! ເຮົາ ແລ ເປັນຜູ້ສະຫຼາດໃນເລື່ອງໂລກນີ້

ສະຫຼາດໃນເລື່ອງໂລກອື່ນ, ເປັນຜູ້ສະຫຼາດຕໍ່ ວັຕຕະອັນເປັນທີ່ຢູ່ຂອງມາຣ ສະຫຼາດຕໍ່ ວິວັຕຕະອັນບໍ່ເປັນທີ່ຢູ່ຂອງມາຣ,

ເປັນຜູ້ສະຫຼາດຕໍ່ ວັຕຕະອັນເປັນທີ່ຢູ່ຂອງມະຣຶຕະຢູ

ສະຫຼາດຕໍ່ ວິວັຕຕະອັນບໍ່ເປັນທີ່ຢູ່ຂອງມະຣຶຕະຢູ.

ຊົນເຫຼົ່າໃດຖືວ່າ ເລື່ອງນີ້ຄວນຟັງຄວນເຊື່ອ

ຂໍ້ນັ້ນຈະເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ

ແກ່ຊົນທັງຫຼາຍເຫຼົ່ານັ້ນ ຊົ່ວສິ້ນກາລະນານ.”

- ບາລີ ຈູລະໂຄປາລະສູຕ ມູ. ມ. ໑໒/໔໒໑/໓໙໑.

(໖)

ໃຈຄວາມສໍາຄັນ

ເປັນພຣະປະວັດຕຣັດເລົ່າ ບໍ່ມີຄໍາຮຽບຮຽງຂອງຜູ້ແຕ່ງສັບປົນ

ເພາະເປັນທີ່ຮວບຮວມສະເພາະ ພຣະພຸດທະວະຈະນະ (ພຸດທະພາສິຕ)

ທີ່ຕຣັດເຖິງປະວັດຂອງພຣະອົງຄ໌ເອງ. ຈາກຄໍາພີພຣະໄຕຣປິດົກລ້ວນໆ

ເລືອກເກັບເອົາມາຮ້ອຍກອງໃຫ້ເປັນໝວດໝູ່ ຕິດຕໍ່ກັນເປັນລໍາດັບ,

ມຸ່ງສະແດງຫຼັກທັມ ທີ່ຕິດແໜ້ນຢູ່ໃນພຣະຊົນຊີບຂອງພຣະອົງຄ໌

ແທນການມຸ່ງຊີ້ທາງຕໍານານປະວັດ ຫຼືນິຍາຍປະວັດ ເພື່ອໃຫ້ເປັນໜັງສື

ສົ່ງເສີມປະຕິບັດທັມເຫຼັ້ມໜຶ່ງ ເປັນສ່ວນໃຫຍ່ ລວມທັງເປັນແກ່ນ

ແຫ່ງເລື່ອງພຸດທະປະວັດດ້ວຍ, ເປັນສ່ວນພິເສດ.

- ຜູ້ລວບລວມ.

(໗)

(໘)

ຄໍານໍາ

(ເມື່ອພິມຄັ້ງທີ ໑)

ພຣະປະວັດຕຣັດເລົ່າ ຫຼືພຸດທະປະວັດຈາກພຣະໂອຖະນີ້ ເລືອກເກັບຈາກບາລີພຣະໄຕຣປິດົກ ລວບລວມເອົາມາສະເພາະ ຕອນທີ່ພຣະອົງຄ໌ຕຣັດເລົ່າເຖິງປະວັດຂອງພຣະອົງຄ໌ເອງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ