ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ນິຄັນຖະ ທ. ! ເຮົາແລ ສາມາດເພື່ອເຮັດກາຍບໃຫໄຫວຫວນ ປິດວາຈາໃຫ້ສະງົບງຽບ ສະເຫວີຍຄວາມສຸຂຢ່າງດຽວລ້ວນໆ ຢູ່ຕະຫຼອດເວລາ ໑ ວັນ ໑ ຄືນ, ຫຼື ໒ ວັນ ໒ ຄືນ, ..໓ ວັນ ໓ ຄືນ, ..໔ ວັນ ໔ ຄືນ, ..໕ ວັນ ໕ ຄືນ, ..໖ ວັນ ໖ ຄືນ, .. ຫຼື ໗ ວັນ ໗ ຄືນ ເປັນກໍານົດ ໄດ້ຕາມປາຖນາ. ນິຄັນຖະ ທ. ! ເມື່ອເປັນເຊັ່ນນີ້ ທ່ານທັງຫຼາຍຈະເຂົ້າໃຈແນວໃດ ? ພຣະເຈາພິມພິສາຣ ຣາຊາແຫ່ງມະຄົດ ມີວິຫາຣທັມເປັນສຸຂກວ່າເຮົາ ຫຼືວ່າ ເຮົາມີວິຫາຣທັມເປັນສຸຂກວ່າພຣະເຈາພິມພິສາຣ ຣາຊາແຫງມະຄົດ ?

“ພຣະໂຄດົມຜູ້ມີອາຍຸ ! ຖ້າເປັນແນວນີ້ ພຣະສະມະນະໂຄດົມ ເປັນຜູ້ມີວິຫາຣທັມເປັນສຸຂກວ່າ.”

໓໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງຜາສຸຂຍິ່ງແທ້ ເມື່ອທົງຢູ່ໃນອະນິມິຕຕະເຈໂຕສະມາທິ ໑

ອານົນທ໌ ! ສະໄໝໃດ ຕະຖາຄົຕ ເຂົ້າສູ່ເຈໂຕສະມາທິ ທີ່ບໍ່ມີນິມິຕ ເພາະບໍ່ກໍານົດນິມິຕທັງປວງໄວ້ໃນໃຈ ດັບເວທະນາບາງພວກເສຍ ແລ້ວແລຢູ່ ; ອານົນທ໌ ! ສະໄໝນັ້ນ ຄວາມຜາສຸກຍິ່ງ ຍ່ອມມີແກ່ຕະຖາຄົຕ.

ອານົນທ໌ ! ເພາະເຫດນັ້ນ ເຈົ້າ ທ. ຈົ່ງເປັນຜູ້ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ : ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ຢູ່ເຖີ້ນ.

ອານົນທ໌ ! ເຊັ່ນໃດໜໍ ເອີ້ນວ່າພິກຂຸຜູ້ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ : ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ຕາມເຫັນເຊິ່ງກາຍໃນກາຍ ມີຄວາມພຽນ ມີສັມປະຊັນຍະ ມິສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ຕາມເຫັນຊຶ່ງເວທະນາໃນເວທະນາ ທ. ມີຄວາມພຽນ ມີສັມປະຊັນຍະ ມິສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ຕາມເຫັນຊຶ່ງຈິຕໃນຈິຕ ມີຄວາມພຽນ ມີສັມປະຊັນຍະ ມິສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ຕາມເຫັນຊຶ່ງທັມໃນທັມ ທ. ມີຄວາມພຽນ ມີສັມປະຊັນຍະ ມິສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ;

ອານົນທ໌ ! ເຊັ່ນນີ້ແລ ພິກຂຸຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ : ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່.

໑. ບາລີ ມຫາ. ທີ. ໑໐/໑໑໘/໙໓; ມຫາ. ສັງ. ໑໙/໒໐໕/໗໑໑. ຕຣັດແກ່ພຣະອານົນທ໌ ທີ່ເວລຸວະຄາມ

ເມືອງເວສາລີ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໕໙

ວິຫາຣທັມທີ່ທົງຢູ່ຫຼາຍຕະຫຼອດພັນສາ

ແລະທົງສັນລະເສີນຫຼາຍ ໑

ພິກຂຸ ທ. ! ຖ້າພວກປະຣິບພາຊົກເດຍຣະຖີອື່ນ ຈະຍ່ອມຖາມເຈົ້າ ທ. ເຊັ່ນນີ້ວ່າ “ທ່ານຜູ້ມີອາຍຸ ! ພຣະສະມະນະໂຄດົມ ທົງຢູ່ຈໍາພັນສາສ່ວນຫຼາຍ ດ້ວຍວິຫາຣທັມໃດໜໍ ?” ດັ່ງນີ້. ພິກຂຸ ທ. ! ເມື່ອພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈົ່ງຕອບແກ່ພວກປະຣິບພາຊົກເດຍຣະຖີອື່ນເານນ ແນວນວາ “ທານຜູມີອາຍຸ ! ພຣະຜູມີພຣະພາຄ ທົງຢູ່ຈໍາພັນສາສ່ວນຫຼາຍ ດ້ວຍວິຫາຣທັມຄື ອານາປານະສະຕິສະມາທິ ແລ” ດງນ.

ພິກຂຸ ທ. ! ໃນກໍລະນີນ ເຮົາເປັນຜູມີສະຕິຢູ ຫາຍໃຈເຂາ, ມີສະຕິຢູ ຫາຍໃຈອອກ ; ເມອຫາຍໃຈເຂາຍາວ ກໍຮູສຶກໂຕທວເຖິງ ວາ “ເຮົາຫາຍໃຈເຂາ ຍາວ” ດງນ ; ເມື່ອຫາຍໃຈອອກຍາວ ກໍຮູສຶກໂຕທວເຖິງ ວາ “ເຮົາຫາຍໃຈອອກຍາວ” ດງນ ; ...(ທົງສະແດງ ອານາປານະສະຕິສະມາທິ ຈົນຄົບທັງ ໑໖ ຂັ້ນ ດງມີໃຈຄວາມປາກົດຢູທໜາ ໘໘-໑໐໑ ແຫງໜັງສື ເມນ)... ຍອມຮູສຶກໂຕທົ່ວເຖິງ ວາ “ເຮົາເປັນຜູຕາມເຫັນຊງ ຄວາມສະລັດຄືນຢູເປັນປະຈຳ ຫາຍໃຈອອກ” ດັ່ງນ.

ພິກຂຸ ທ. ! ເມອໃຜຈະກາວວິຫາຣທັມໂດຍຖືກຕ້ອງ ວາເປັນ ອະຣິຍະວິຫາຣ ກໍດີ ພຣົມມະວິຫາຣ ກໍດີ ຕະຖາຄົຕວິຫາຣ ກໍດີ, ເຂົາຈົ່ງກາວໂດຍຊອບ ຊງ ອານາປານະ ສະຕິສະມາທິ ນນວ່າເປັນ ອະຣິຍະວິຫາຣ ພຣົມມະວິຫາຣ ຕະຖາຄົຕວິຫາຣ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ