ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເຫດທີ່ເຮັດໃຫ້ເກີດການສະແດງປາຕິໂມກຂ໌ ໑
ພິກຂຸ ທ. ! ບ່ອນນີ້ເອງ ປະຣິວິຕົກແຫ່ງໃຈໄດ້ເກີດຂຶ້ນແກ່ເຮົາ ເມື່ອຢູ່ໃນບ່ອນງຽບສະງົບ ວ່າ “ຖ້າຈັ່ງໃດ ເຮົາຈະອະນຸຍາດສິກຂາບົດ ທ. ທີ່ໄດ້ບັນຍັດ ໃຫ້ເປັນປາຕິໂມກຂຸດເທສ ແກ່ພິກຂຸ ທ. ເຫຼົ່ານັ້ນ. ປາຕິໂມກຂຸດເທສນັ້ນ ຈະເປັນ ອຸໂປສົດກັມຂອງພິກຂຸ ທ. ເຫຼົ່ານັ້ນ” ດັ່ງນີ້.
ບໍ່ທົງລົງອຸໂປສົດກັບສາວົກອີກຕໍ່ໄປ ໒
ມີພິກຂຸອະລັຊຊີປົນຢູ່ໃນໝູ່ສົງຄ໌ທີ່ກໍາລັງຈະລົງອຸໂປສົດ. ພຣະຜູ້ມີພຣະພາຄເຈົ້າ ບໍ່ທົງລົງອຸໂປສົດ, ຈົນພຣະໂມກຄັນລານະຄົ້ນໂຕພິກຂຸອົງຄ໌ນັ້ນໄດ້ ບັງຄັບດ້ວຍອາຍາແຫ່ງສົງຄ໌ ໃຫ້ອອກໄປເຖິງສາມຄັ້ງ ກໍບໍ່ຍອມອອກ ຈົນຕ້ອງດຶງແຂນອອກໄປ ແລ້ວຊາບທູນພຣະຜູ້ມີພຣະພາຄເຈົ້າວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ບຸກຄົນນັ້ນ ຂ້ານ້ອຍເອົາໂຕອອກໄປແລ້ວ. ບໍຣິສັດບໍຣິສຸດແລ້ວ. ຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງສະແດງປາຕິໂມກຂ໌ແກ່ພິກຂຸທັງຫຼາຍເຖີ້ນ” ດັ່ງນີ້.
ໜ້າອັດສະຈັນ, ໂມກຄັນລານະ ! ບໍ່ເຄີຍມີເລີຍ, ໂມກຄັນລານະ ! ໂມຄະບຸຣຸສນັ້ນເຖິງກັບຕ້ອງດຶງແຂນ ຈຶ່ງຍອມອອກໄປ.
ພິກຂຸ ທ. ! ບັດນີ້ ຈໍາເດີມແຕ່ນີ້ໄປ ເຮົາບໍ່ລົງອຸໂປສົດ, ບໍ່ສະແດງປາຕິໂມກຂ໌. ພິກຂຸ ທ. ! ຈໍາເດີມແຕ່ນີ້ຕໍ່ໄປ ພວກເຈົ້າທັງຫຼາຍດ້ວຍກັນ ຈົ່ງລົງອຸໂປສົດ, ຈົ່ງສະແດງປາຕິໂມກຂ໌.
ພິກຂຸ ທ. ! ບໍ່ແມ່ນໂອກາດ ບໍ່ແມ່ນຖານະເລີຍ ທີ່ຕະຖາຄົຕຈະຕ້ອງລົງອຸໂປສົດ ຈະຕ້ອງສະແດງປາຕິໂມກຂ໌ ໃນບໍຣິສັດທີ່ບໍ່ບໍຣິສຸດ.
໑. ບາລີ ມຫາ. ວິ. ໔/໒໐໓/໑໔໙. ຕຣັດແກ່ພິກຂຸ ທ. ທີ່ພູເຂົາຄິດຊະກູຕ ໃກ້ເມືອງຣາຊະຄຶ.
໒. ບາລີ ໂສນະວັກຄະ ອຸ. ຂຸ. ໒໕/໑໕໒/໑໑໖. ຕຣັດແກ່ພິກຂຸທັງຫຼາຍ ທີ່ໂຮງອຸໂປສົດ ນະ ບຸບພາຣາມ
ໃກ້ເມືອງສາວັຕຖີ.
໓໕໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
(ຄ. ກ່ຽວກັບຄວາມເປັນຢູ່ສ່ວນພຣະອົງ ໓໑ ເລື່ອງ)
ບໍ່ທົງຕິດທາຍົກ ໑
ອານົນທ໌ ! ຕະຖາຄົຕ ເກີດຂຶ້ນໃນໂລກ ເປັນອະຣະຫັນຕ໌ ຕຣັສຮູ້ຊອບເອງ ສົມບູນດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປດີ ຜູ້ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ເບີກບານແລ້ວ ຈໍາແນກທັມສັ່ງສອນສັຕ. ຕະຖາຄົຕເສບເສນາສະນະອັນງຽບສະງົບ ຄືປ່າເລົ່າ ໂງ່ນເຫງົ້າໄມ້ ພູຜາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າເລົ່າ ທີ່ແຈ້ງ ກອງເຟືອງ (ຢ່າງໃດຢ່າງໜຶ່ງ), ເມື່ອຕະຖາຄົຕນັ້ນ ຫຼີກອອກຢູ່ແນວນັ້ນ ຊາວເມືອງ ແລະຊາວຊົນນະບົດທີ່ເປັນພຣາມຫຼືຄະຫະບໍດີ ຍ່ອມວຽນຕິດຕາມ. ເມື່ອຊາວເມືອງແລະຊາວຊົນນະບົດ ທີ່ເປັນພຣາມຫຼືຄະຫະບໍດີ ວຽນຕິດຕາມ ຕະຖາຄົຕຍ່ອມ ບໍ່ຜູກໃຈຕໍ່ໃຜ ບໍ່ເຖິງຄວາມກໍາໜັດ ບໍ່ວຽນມາເພື່ອຄວາມມັກມາກ …ໆລໆ…
ອານົນທ໌ ! ຄູບາງຄົນໃນໂລກນີ້ ຍ່ອມເສບເສນາສະນະງຽບສະງົບ ຄືປ່າເລົ່າ ໂງ່ນເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຕຶບ ທີ່ແຈ້ງ ກອງເຟືອງ (ຢ່າງໃດຢ່າງໜຶ່ງ), ເມື່ອຄູຜູ້ນັ້ນຫຼີກອອກຢູ່ແນວນັ້ນ ຊາວນິເມືອງແລະຊາວຊົນນະບົດ ທີ່ເປັນ ພຣາມຫຼືຄະຫະບໍດີ ຍ່ອມວຽນຕິດຕາມ. ຄູຜູ້ນັ້ນ, ເມື່ອຊາວເມືອງແລະຊາວຊົນນະບົດ ທີ່ເປັນພຣາມຫຼືຄະຫະບໍດີ ຍ່ອມວຽນຕິດຕາມ, ກໍຜູກໃຈມົວເມົາ ກໍເຖິງຄວາມກໍາໜັດ ກໍເຖິງຄວາມມັກມາກ. ອານົນທ໌ ! ນີ້ແຫຼະ ເຮົາເອີ້ນວ່າ ອຸປັດທະວະ໒ ສໍາລັບອາຈາຣຍ໌. ສິ່ງອັນເປັນອະກຸສົລລາມົກ ເສົ້າໝອງພ້ອມ ເປັນໄປເພື່ອເກີດໃໝ່ ປະກອບດ້ວຍຄວາມກະວົນກະວາຍ ມີທຸກຂ໌ເປັນຜົລ ເປັນໄປເພື່ອຊາດ ຊະຣາມໍຣະນະສືບຕໍ່ໄປ ຍ່ອມກົດທັບຄູຜູ້ນັ້ນໄວ້. ອານົນທ໌ ! ອຸປັດທະວະສໍາລັບອາຈາຣຍ໌ ເປັນເຊັ່ນນີ້ແລ.
໑. ບາລີ ມຫາສຸນຍະຕະສູຕ ອຸປຣິ. ມ. ໑໔/໒໔໓/໓໕໔. ຕຣັດແກ່ພຣະອານົນທ໌ ທີ່ນິໂຄຣທາຣາມ
ເມືອງກະບິລະພັດ ໃນວິຫາຣຂອງຄະຕາຢະສັກກະ.
໒. ອຸປັດທະວະ ຄືືອັນຕະລາຍ ຫຼືເຄື່ອງທໍາລາຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໕໓
ຄວາມຮູ້ສຶກຂອງພຣະອົງຄ໌ກ່ຽວກັບຍົສ ໑








