ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ້ມີສັດທາ ປາຣົບຄວາມພຽນ ມີສະຕິເຂົ້າໄປຕັ້ງໄວ້ ມີຈິຕຕັ້ງໝັ້ນໂດຍຖືກຕ້ອງແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາຈະເປັນຜູ້ຮູ້ແຈ່ມແຈ້ງດັ່ງນີ້ວ່າ “ສັງສາຣະວັຕ ເປັນສິ່ງມີທີ່ສຸດອັນບຸກຄົນຮູ້ບໍ່ໄດ້, ທີ່ສຸດຝ່າຍເບື້ອງຕົ້ນ ຍ່ອມບໍ່ປາກົດແກ່ສັຕ ທ. ຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ກໍາລັງແລ່ນໄປ ທ່ອງທ່ຽວໄປ. ຄວາມຈາງຄາຍດັບໄປໂດຍບໍ່ມີເຫຼືອແຫ່ງອະວິຊຊາ ອັນເປັນກອງແຫ່ງຄວາມມືດນັ້ນເສຍໄດ້ ມີຢູ່ ; ນັ້ນເປັນບົດທີ່ສະງົບ ນັ້ນເປັນບົດທີ່ປານີຕ, ກ່າວຄື ເປັນບ່ອນສະງົບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ.” ສາຣີບຸຕ ! ຄວາມຮູ້ແຈ່ມແຈ້ງເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ອິນຊີຄືປັນຍາ ຂອງເຂົານັ້ນ.

ສາຣີບຸຕ ! ອະຣິຍະສາວົກນັ້ນນັ້ນແຫຼະ ຕັ້ງໄວ້ແລ້ວຕັ້ງໄວ້ແລ້ວ (ຊຶ່ງວິຣິຢະ) ດ້ວຍອາການເຊັ່ນນີ້ ລະນຶກແລ້ວລະນຶກແລ້ວ (ດ້ວຍສະຕິ) ດ້ວຍອາການເຊັ່ນນີ້ ຕັ້ງໝັ້ນແລ້ວຕັ້ງໝັ້ນແລ້ວ (ດ້ວຍສະມາທິ) ດ້ວຍອາການເຊັ່ນນີ້ ຮູ້ແຈ່ມແຈ້ງແລ້ວຮູ້ແຈ່ມແຈ້ງແລ້ວ (ດ້ວຍປັນຍາ) ດ້ວຍອາການເຊັ່ນນີ້ ເຂົາຍ່ອມເຊື່ອຢ່າງຍິ່ງ ດັ່ງນີ້ ວ່າ “ທັມເຫຼົ່າໃດເປັນທັມທີ່ເຮົາເຄີຍຟັງແລ້ວໃນກາລກ່ອນ, ໃນບັດນີ້ ເຮົາຖືກຕ້ອງດ້ວຍນາມກາຍແລ້ວແລຢູ່ດ້ວຍ ແທງຕະຫຼອດດ້ວຍປັນຍາແລ້ວເຫັນຢູ່ດ້ວຍ” ດັ່ງນີ້.

ສາຣີບຸຕ ! ຄວາມເຊື່ອເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ອິນຊີຄືສັດທາ ຂອງເຂົານັ້ນ. ດັ່ງນີ້ແລ.

໓໓໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງມີຄະນະສາວົກຊຶ່ງມີປາຕິຫາຣ ໑

ພຣາມ ! ປາຕິຫາຣ ໓ ຢ່າງມີຢູ່. ໓ ຢ່າງຄືອັນໃດແດ່ໜໍ ? ຄື ອິດທິປາຕິຫາຣ ອາເທສນາປາຕິຫາຣ ອະນຸສາສະນີປາຕິຫາຣ.

ພຣາມ ! ອິດທິປາຕິຫາຣ ເປັນແນວໃດ ? ຄືຄົນບາງຄົນໃນໂລກນີ້ ສະແດງອິດທິວິທີມີແນວຕ່າງໆ : ຜູ້ດຽວແປງຮູບເປັນຫຼາຍຄົນ ຫຼາຍຄົນເປັນຄົນດຽວ, ເຮັດບ່ອນກໍາບັງໃຫ້ເປັນບ່ອນແຈ້ງ ເຮັດບ່ອນແຈ້ງໃຫ້ເປັນບ່ອນກໍາບັງ, ໄປໄດ້ບໍ່ຂັດຂ້ອງ ຜ່ານຊອດທະລຸຝາ ຊອດທະລຸກໍາແພງ ຊອດທະລຸພູ ດຸດດັ່ງໄປໃນອາກາດວ່າງໆ, ຜຸດຂຶ້ນແຜ່ນດິນ ແລະດໍາລົງໃນແຜ່ນດິນໄດ້ ເໝືອນໃນນໍ້າ, ໄຕ່ໄປໄດ້ເທິງໜ້ານໍ້າ ເໝືອນຍ່າງເທິງແຜ່ນດິນ, ໄປໄດ້ໃນອາກາດ ເໝືອນນົກມີປີກ ທັງທີ່ຍັງນັ່ງສະມາທິຄູ້ບັນລັງ, ລູບຄໍາດວງຈັນແລະດວງອາທິຕ ອັນມີຣິດອານຸພາບຫຼາຍໄດ້ດ້ວຍຝ່າມື, ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້. ພຣາມ ! ນີ້ແລ ອິດທິປາຕິຫາຣ.

ພຣາມ ! ອາເທສນາປາຕິຫາຣ ເປັນແນວໃດ ? ຄືຄົນບາງຄົນໃນໂລກນີ້ ໂດຍອາໄສນິມິຕ ຍ່ອມທາຍໃຈຄົນວ່າ “ໃຈຂອງທ່ານເປັນແນວນີ້, ໃຈຂອງທ່ານມີປະການແບບນີ້, ຄວາມຄິດຂອງທ່ານມີຢູ່ດ້ວຍອາການດັ່ງນີ້ໆ”, ແມ່ນວ່າເຂົາທາຍຫຼາຍເທົ່າໃດ ກໍຖືກໝົດ ບໍ່ມີຜິດເລີຍ. ບາງຄົນຟັງສຽງຂອງມະນຸສ ຫຼືຂອງອະມະນຸສ ຫຼືຂອງເທວະດາ ແລ້ວທາຍໃຈຄົນວ່າ “ໃຈຂອງທ່ານເປັນແນວນີ້, ໃຈຂອງທ່ານມີປະການແບບນີ້, ຄວາມຄິດຂອງທ່ານມີຢູ່ດ້ວຍອາການດັ່ງນີ້ໆ”, ແມ່ນວ່າເຂົາທາຍຫຼາຍເທົ່າໃດ ກໍຖືກໝົດ ບໍ່ມີຜິດເລີຍ. ບາງຄົນຟັງສຽງແຫ່ງວິຕົກວິຈາຣຂອງບຸກຄົນທີ່ກໍາລັງວິຕົກວິຈາຣຢູ່ ແລ້ວທາຍໃຈຄົນວ່າ “ໃຈຂອງທ່ານເປັນແນວນີ້,

໑. ບາລີ ຕິກ. ອັງ. ໒໐/໒໑໗/໒໐໐. ຕຣັດແກ່ສັງຄາຣະວະພຣາມ, ນະ ທີ່ແຫ່ງໜຶ່ງ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໓໙

ໃຈຂອງທ່ານມີປະການແບບນີ້, ຄວາມຄິດຂອງທ່ານມີຢູ່ດ້ວຍອາການດັ່ງນີ້ໆ”, ແມ່ນວ່າເຂົາທາຍຫຼາຍເທົ່າໃດ ກໍຖືກໝົດ ບໍ່ມີຜິດເລີຍ. ບາງຄົນກໍານົດໃຈຂອງຜູ້ເຂົ້າສະມາທິອັນບໍ່ມີວິຕົກວິຈາຣ ດ້ວຍໃຈຂອງຕົນ ແລ້ວຮູ້ວ່າ “ມະໂນສັງຂາຣອັນທ່ານຜູ້ນີ້ຕັ້ງໄວ້ເຊັ່ນໃດ, ໃນລໍາດັບແຫ່ງຈິຕນີ້ ຈັກເກີດວິຕົກຊື່ນັ້ນ” ດັ່ງນີ້, ແມ່ນວ່າເຂົາທາຍຫຼາຍເທົ່າໃດ ກໍຖືກໝົດບໍ່ມີຜິດເລີຍ. ພຣາມ ! ນີ້ແລ ອາເທສນາປາຕິຫາຣ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ