ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເມື່ອພິກຂຸຜູ້ອະຣິຍະສາວົກນັ້ນ ຮູ້ຢູ່ແນວນີ້ ເຫັນຢູ່ແນວນີ້ (ດ້ວຍອາສະວັກຂະຢະຍານຈົນກະທັ່ງ) ຈິຕຫຼຸດພົ້ນແມ່ນແຕ່ຈາກກາມາສະວະ ແມ່ນແຕ່ຈາກພະວາ ສະວະ ແມ່ນແຕ່ຈາກອະວິຊຊາສະວະ ; ເມື່ອຫຼຸດພົ້ນແລ້ວ ກໍມີຍານຮູ້ວ່າ “ຫຼຸດພົ້ນແລ້ວ” ດັ່ງນີ້ ; ຍ່ອມຮູ້ແຈ້ງຊັດວ່າ “ຊາດດັບສິ້ນແລ້ວ, ພຣົມມະຈັນຢູ່ຈົບແລ້ວ, ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ, ກິດອື່ນທີ່ຕ້ອງເຮັດເພື່ອຄວາມເປັນແນວນີ້ ບໍ່ໄດ້ມີອີກ” ດັ່ງນີ້. ພຣາມ ! ດ້ວຍເຫດພຽງເທົ່ານີ້ແຫຼະ ພິກຂຸຜູ້ອະຣິຍະສາວົກນັ້ນ ຍ່ອມເປັນຜູ້ ເຖິງແລ້ວຊຶ່ງຄວາມແນ່ໃຈ ວ່າ “ພຣະຜູ້ມີພຣະພາຄ ເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້.

ພຣາມ ! ເລື່ອງແຫ່ງການອຸປະມາດ້ວຍຮອຍຕີນຊ້າງ ຍ່ອມບໍຣິບູນໂດຍພິສະດານ ດັ່ງນີ້ແລ.

ໝາຍເຫດ : ພຣະບາລີເບື້ອງເທິງນີ້ ຄວນຈະເປັນທີ່ສັງເກດຢ່າງຍິ່ງ ວ່າແມ່ນແຕ່ຄຸນຂອງພຣະຣັຕຕະນະຕຣັຍ ທີ່ບຸກຄົນຈະຮູ້ແຈ້ງແທງຕະຫຼອດເຖິງທີ່ສຸດນັ້ນ ຈະມີກໍຕໍ່ເມື່ອຕົນເອງເປັນພຣະອໍຣະຫັນຕ໌ແລ້ວເທົ່ານັ້ນ ; ຜິດຈາກທີ່ເຮົາເຄີຍເຂົ້າໃຈກັນຢູ່ທົ່ວໆໄປ. ຂໍ້ນີ້ເພາະເຫດວ່າ ຖ້າຍັງບໍ່ຊຶມຊາບໃນຄຸນຂອງຄວາມດັບສິ້ນອາສະວະ ຫຼືຂອງນິບພານ ກໍຈະຍັງບໍ່ຮູ້ແຈ້ງແທງຕະຫຼອດຊຶ່ງຄຸນຂອງຜູ້ຕຣັສຮູ້ ນິບພານແລ້ວ ນໍາເອົາມາສອນຢ່າງເຖິງທີ່ສຸດ ເລີຍເປັນເຫດໃຫ້ບໍ່ຮູ້ຈັກພຣະທັມ ແລະພຣະສົງຄ໌ຢ່າງເຖິງທີ່ສຸດ ເຊັ່ນດຽວກັນ. - ຜູ້ລວບລວມ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໑໙

(ຂ. ກ່ຽວກັບສາວົກຂອງພຣະອົງ ໓໐ ເລື່ອງ)

ທົງມີໝູ່ຄະນະທີ່ເລີດກວ່າໝູ່ຄະນະໃດໆ ໑

ພິກຂຸ ທ. ! ໝູ່ ທ. ກໍດີ ຄະນະ ທ. ກໍດີ ມີປະມານເທົ່າໃດ, ໝູ່ແຫ່ງສາວົກຂອງຕະຖາຄົຕ ອັນໃຜໆຍ່ອມກ່າວວ່າ ເປັນໝູ່ທີ່ເລີດ ກວ່າໝູ່ຄະນະ ທ. ເຫຼົ່ານັ້ນ ; ໄດ້ແກ່ ໝູ່ທີ່ຈັດເປັນຄູ່ແຫ່ງບຸຣຸສ ໔ ຄູ່ ນັບຮຽງໂຕບຸຣຸສໄດ້ ໘ ບຸຣຸສ ເຊິ່ງເອີ້ນກັນວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານໍາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນຜູ້ຄວນຮັບທັກຂິນາທານ ເປັນຜູ້ທີ່ບຸກຄົນທົ່ວໄປຄວນທໍາອັນຊະລີ ເປັນຜືນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນ ຍິ່ງໄປກວ່າ.

ພິກຂຸ ທ. ! ຊົນເຫຼົ່າໃດ ເຫຼື້ອມໃສແລ້ວ ໃນໝູ່ແຫ່ງສົງຄ໌ ; ຊົນເຫຼົ່ານັ້ນ ຊື່ວ່າເປັນຜູ້ເຫຼື້ອມໃສໃນໝູ່ອັນເລີດ ວິບາກກໍເປັນວິບາກທີ່ເລີດ ແລ.

ທົງມີຄະນະສົງຄ໌ທີ່ມີຄຸນນະທັມສູງສຸດ ໒

ພິກຂຸ ທ. ! ພິກຂຸບໍຣິສັດນີ້ ບໍ່ໂລເລເລີຍ. ພິກຂຸ ທ. ! ພິກຂຸບໍຣິສັດນີ້ ບໍ່ໂລເລເລີຍ. ພິກຂຸບໍຣິສັດນີ້ ຕັ້ງຢູ່ແລ້ວໃນທັມທີ່ເປັນສາຣະລ້ວນໆ.

ພິກຂຸ ທ. ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ໜ້າບູຊາ ໜ້າຕ້ອນຮັບ ໜ້າຮັບທັກຂິນາທານ ໜ້າໄຫວ້ ເປັນຜືນນາບຸນຍ໌ຊັ້ນດີຢ້ຽມຂອງໂລກ; ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.

໑. ບາລີ ຈຕຸກກ. ອັງ. ໒໑/໔໕/໓໔ ; ອິຕິວຸ. ຂຸ. ໒໕/໒໙໘/໒໗໐. ຕຣັດແກ່ພິກຂຸ ທ. ປັນຈກ. ອັງ. ໒໒/໓໘/໓໒.

໒. ບາລີ ມຫາວາຣ. ສັງ. ໑໙/໑໙໑/໒໘໔. ຕຣັດແກ່ພິກຂຸ ທ. ໃນມື້ເພັງເດືອນສິບເອັດ ວັນນັ້ນພຣະພຸດທະອົງ

ປະທັບນັ່ງກາງແຈ້ງ ຫຸ້ມລ້ອມດ້ວຍໝູ່ພິກຂຸ ທົງແລເບິ່ງໝູ່ພິກຂຸຊຶ່ງລ້ວນແຕ່ເປັນຜູ້ສະງົບນິ້ງເສີຍຢູ່,

ນະ ທີ່ປຸບພາຣາມ ມິຄາຣະມາຕຸປະສາດ.

໓໒໐ ພຸດທະປະວັດຈາກພຣະໂອຖ - ພາກ ໔

ພິກຂຸ ທ. ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ທານອັນບຸກຄົນໃຫ້ໜ້ອຍ ແຕ່ກັບມີຜົລຫຼາຍ ທານທີ່ໃຫ້ຫຼາຍກໍມີຜົລທະວີຍິ່ງຂຶ້ນ ; ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.

ພິກຂຸ ທ. ! ບໍຣິສັດເຊັ່ນໃດ ມີຮູບລັກສະນະຍາກທີ່ຊາວໂລກຈະໄດ້ເຫັນ ; ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ