ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອັກຄິເວສະນະ ! ພິກຂຸນັ້ນ ຍ່ອມເປັນຜູ້ອົດທົນຕໍ່ຄວາມເຢັນ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ແລະສັມຜັສອັນເກີດຈາກເຫຼືອກ ຍຸງ ລົມແດດ ແລະສັຕເລືອຄານທັງຫຼາຍ ເປັນຜູ້ມີຊາດແຫ່ງບຸກຄົນຜູ້ອົດກັ້ນໄດ້ ຕໍ່ຖ້ອຍຄໍາທີ່ກ່າວຮ້າຍ ກ່າວມາບໍ່ດີ, ອົດທົນໄດ້ຕໍ່ທຸກຂະເວທະນາທາງກາຍ ອັນເກີດຂຶ້ນແລ້ວຢ່າງຮ້າຍແຮງແສບຮ້ອນ ໝົດຄວາມສໍາລານເບີກບານໃຈ ດັບເສຍໄດ້ຊຶ່ງຊີວິຕ. ພິກຂຸນັ້ນເປັນຜູ້ມີ ຣາຄະ ໂທສະ ໂມຫະ ອັນກໍາຈັດເສຍໝົດແລ້ວ ມີກິເລສອັນຍ້ອມໃຈດຸດດັ່ງນໍ້າຝາດ ອັນຕົນຖ່າຍຖອນອອກເສຍໄດ້ແລ້ວ, ເປັນອາຫຸເນີຍຍະບຸກຄົນ ເປັນປາຫຸເນີຍຍະບຸກຄົນ ເປັນຜູ້ຄວນແກ່ການຂາບໄຫວ້ ເປັນຜືນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງໄປກວ່າ.

ອັກຄິເວສະນະ ! ຖ້າພິກຂຸຜູ້ເຖຣະ ຫຼືພິກຂຸປູນກາງ ຫຼືພິກຂຸໃໝ່ ທີ່ຍັງບໍ່ເປັນຂິີນາສົບ ທໍາກາລະລົງໄປ, ກໍຍ່ອມເຖິງເຊິ່ງການນັບວ່າຕາຍແລ້ວ ທໍາກາລະແລ້ວ ທັງທີ່ຍັງຝຶກບໍ່ຈົບ ດຸດດັ່ງຊ້າງແກ່ ຫຼືປູນກາງ ຫຼືຊ້າງນ້ອຍ ຂອງພຣະຣາຊາທີ່ຍັງຝຶກບໍ່ແລ້ວ ຕາຍໄປ ກໍເຖິງເຊິ່ງການນັບວ່າ ຕາຍແລ້ວ ທັງທີ່ຍັງຝຶກບໍ່ຈົບ ເຊັ່ນໃດກໍເຊັ່ນນັ້ນ.

ອັກຄິເວສະນະ ! ຖ້າພິກຂຸຜູ້ເຖຣະ ຫຼືພິກຂຸປູນກາງ ຫຼືພິກຂຸໃໝ່ກໍຕາມ ເປັນຂີນາສົບ ທໍາກາລະລົງໄປ, ກໍຍ່ອມເຖິງເຊິ່ງການນັບວ່າຕາຍແລ້ວ ທໍາກາລະແລ້ວ ຢ່າງເສັດສິ້ນການຝຶກແລ້ວ ດຸດດັ່ງຊ້າງແກ່ ຫຼືປູນກາງ ຫຼືຊ້າງນ້ອຍກໍຕາມ ຂອງພຣະຣາຊາ ທີ່ເຂົາຝຶກດີແລ້ວ ຕາຍລົງໄປ ກໍເຖິງເຊິ່ງການນັບວ່າ ຕາຍໄປຢ່າງໄດ້ຮັບການຝຶກຈົບແລ້ວ ເຊັ່ນໃດກໍເຊັ່ນນັ້ນເໝືອນກັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໙໗

ເລື່ອງທີ່ບໍ່ທົງພະຍາກອນ ໑

ມາລຸງກະຢະບຸຕ ! ໄດ້ຍິນເຈົ້າວ່າ (ເອງ) ວ່າ ຕະຖາຄົຕບໍ່ໄດ້ເວົ້າໄວ້ກັບເຈົ້າວ່າ ‘ເຈົ້າຈົ່ງມາປະພຶດພຣົມມະຈັນ ໃນສໍານັກເຮົາເຖີ້ນ ເຮົາຈະພະຍາກອນທິຕຖິ ໑໐ ປະການແກ່ເຈົ້າ ; ອັນໜຶ່ງ ເຈົ້າກໍບໍ່ໄດ້ເວົ້າວ່າ ‘ຂ້ານ້ອຍຈະປະພຶດພຣົມມະຈັນໃນສໍານັກພຣະຜູ້ມີພຣະພາຄເຈົ້າ ຖ້າພຣະຜູ້ມີພຣະຜູ້ມີພຣະພາຄເຈົ້າ ຈະພະຍາກອນ ທິຕຖິ ໑໐ ປະການແກ່ຂ້ານ້ອຍ’ ດັ່ງນີ້ເລີຍ. ດູຣາໂມຄະບຸຣຸສ ! ເມື່ອເປັນດັ່ງນີ້ ຈະບອກຄືນພຣົມມະຈັນ ກັບໃຜໜໍ.

ມາລຸງກະຢະບຸຕ ! ເຖິງໃຜຈະກ່າວວ່າ ‘ພຣະຜູ້ມີພຣະພາຄຍັງບໍ່ທົງພະຍາກອນ ທິຕຖິ ໑໐ ປະການແກ່ເຮົາພຽງໃດ ເຮົາຈະບໍ່ປະພຶດພຣົມມະຈັນໃນພຣະຜູ້ມີພຣະພາຄ ພຽງນັ້ນ. ຕໍ່ເມື່ອທົງພະຍາກອນແລ້ວ ເຮົາຈຶ່ງຈະປະພຶດພຣົມມະຈັນໃນພຣະຜູ້ມີ ພຣະພາຄ’ ດັ່ງນີ້ກໍຕາມ ທິຕຖິ ໑໐ ປະການ ກໍຍັງເປັນສິ່ງທີ່ຕະຖາຄົຕບໍ່ພະຍາກອນຢູ່ນັ້ນເອງ ແລະຜູ້ນັ້ນກໍຕາຍເປົ່າ.

ມາລຸງກະຢະບຸຕ ! ປຽບເໝືອນບຸຣຸສ ຖືກລູກສອນອັນອາບດ້ວຍຢາພິດຢ່າງຮ້າຍແຮງ. ມິຕ ອາມາດ ຍາດສາຍໂລຫິຕຂອງເຂົາ ກໍກະກຽມສັລຍາແພດສໍາລັບການຜ່າຕັດ, ບຸຣຸສນັ້ນກ່າວເສຍດັ່ງນີ້ວ່າ ‘ເຮົາຈະບໍ່ໃຫ້ຜ່າລູກເອົາສອນອອກ ຈົນກວ່າເຮົາຈະຮູ້ຈະໂຕຜູ້ຍິງເສຍກ່ອນ ວ່າເປັນກະສັດ ຫຼືພຣາມ, ເວດ, ສູດ, ເປັນຜູ້ມີຊື່ແນວນີ້ໆ ມີສະກຸນແນວນີ້ໆ, ຮູບຮ່າງສູງຕໍ່າຫຼືປານກາງແນວໃດ, ມີຜິວດໍາຂາວຫຼືເຫຼືອງແນວໃດ, ຢູ່ໃນໝູ່ບ້ານ, ເຂຕແຄວ້ນ, ຫຼືນະຄອນໃດ, ແລະຄັນສອນທີ່ໃຊ້ຍິງເຮົາ ນັ້ນເປັນໜ້າໄມ້ ຫຼືເຄືອເຂົາ, ສາຍເຮັດດ້ວຍປໍ, ເອັນ, ໄມ້ໄຜ່, ຫຼືປ່ານແນວໃດ, ໆລໆ’ ດັ່ງນີ້. ມາລຸງກະຢະບຸຕ ! ເລື່ອງເຫຼົ່ານີ້ ອັນບຸຣຸຸສນັ້ນຍັງບໍ່ຊາບໄດ້ເລີຍ ເຂົາກໍທໍາກາລະເສຍກ່ອນ, ນີ້ເຊັ່ນໃດ ; ບຸກຄົນຜູ້ກ່າວວ່າ “ພຣະຜູ້ມີພຣະພາຄຍັງບໍ່ທົງພະຍາກອນທິຕຖິ ໑໐ ປະການແກ່ເຮົາພຽງໃດ,

໑. ບາລີ ຈູລມາລຸງກະໂຍວາທະສູຕ ມ. ມ. ໑໓/໑໔໗/໑໔໙. ຕຣັດແກ່ພຣະພິກຂຸມາລຸງກະຍະ ທີ່ເຊຕະວັນ.

໒໙໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ເຮົາຈະບໍ່ປະພຶດພຣົມມະຈັນໃນພຣະຜູ້ມີພຣະພາຄພຽງນັ້ນ ໆລໆ” ດັ່ງນີ້ ທິຕຖິ ໑໐ ປະການ ກໍຍັງເປັນເລື່ອງທີ່ຕະຖາຄົຕບໍ່ພະຍາກອນຢູ່ນັ້ນເອງ, ແລະຜູ້ນັ້ນ ກໍຕາຍເປົ່າເປັນແທ້.

ມາລຸງກະຢະບຸຕ ! ເຫດເມື່ອມີທິຕຖິທ່ຽງແທ້ລົງໄປວ່າ “ໂລກທ່ຽງ” (ເປັນຕົ້ນຢ່າງໃດຢ່າງໜຶ່ງລົງໄປແລ້ວໃນບັນດາທິຕຖິທັງສິບ) ຫຼື, ຄົນເຮົາຈຶ່ງຈະປະພຶດພຣົມມະຈັນໄດ້ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ