ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໓. ຄໍານີ້ເປັນໂວຫານໃນການເວົ້າ ເຊັ່ນເມື່ອຄຣູບາອາຈາຣຍ໌ຂອງເຮົາ ມາໄຫວ້ເຮົາ ເຮົາຮູ້ສຶກເປັນທຸກຂ໌ຮ້ອນ,

ຫຼືວ່າເປັນດັ່ງຕາມໂຕໜັງສື ແລ້ວແຕ່ຈະສັນນິດຖານ.

໒໑໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ທົງເປັນທັມມະຣາຊາ ໑

ເສລະ ! ເຮົາເປັນທັມມະຣາຊາ ບໍ່ມີຣາຊາອື່ນຍິ່ງໄປກວ່າ. ເຮົາໝູນຈັກໂດຍທັມໃຫ້ເປັນໄປ. ເປັນຈັກຊຶ່ງໃຜໆ ຈະຕ້ານທານໃຫ້ໝູນກັບບໍ່ໄດ້ເລີຍ.

“ຂ້າແຕພຣະໂຄດົມ ! ພຣະອົງທົງປະຕິຍານວ່າເປັນສັມພຸດທະ ເປັນທັມມະຣາຊາທີ່ບໍ່ມີຣາຊາອື່ນຍິ່ງກວ່າ, ແລະໝູນຈັກໂດຍທັມໃຫ້ເປັນໄປ. ແລ້ວກໍໃສໜໍ ເສນາບໍດີຂອງພຣະອົງ, ໃນບັນດາສາວົກຂອງພຣະອົງນັ້ນ ໃຜໜໍສາມາດໝູນຈັກທີ່ພຣະອົງໃຫ້ເປັນໄປແລ້ວ ໃຫ້ເປັນໄປຕາມໄດ້ ?”

ເສລະ ! ຈັກທີ່ເຮົາໃຫ້ເປັນໄປແລ້ວ ເປັນທັມມະຈັກບໍ່ມີຈັກອື່ນຍິ່ງໄປກວ່າ. ສາຣີບຸຕເປັນຜູ້ເກີດຕາມຕະຖາຄົຕ ຍ່ອມໝູນຈັກນັ້ນໃຫ້ໄປຕາມເຮົາໄດ້. ເສລະ ! ສິ່ງຄວນຮູ້ ເຮົາກໍຮູ້ແລ້ວດ້ວຍປັນຍາອັນຍິ່ງ. ສິ່ງຄວນເຮັດໃຫ້ເກີດມີ ເຮົາກໍໄດ້ເຮັດໃຫ້ເກີດມີແລ້ວ. ສິ່ງຄວນລະ ເຮົາກໍລະເສຍແລ້ວ. ເພາະເຫດນັ້ນແຫຼະພຣາມ ເຮົາຈຶ່ງເປັນສັມພຸດທະ.

ທົງເປັນທັມມະຣາຊາທີ່ເຄົາຣົບທັມ ໒

ດູຣາພິກຂຸ ! ຈັກກະພັດຣາຊຜູ້ປະກອບໃນທັມ ເປັນທັມມະຣາຊາ ອາໄສທັມຢ່າງດຽວ ສັກກາຣະທັມ ເຄົາຣົບທັມ ນອບນ້ອມທັມ ມີທັມເປັນທຸງໄຊ ມີທັມເປັນຍອດ ມີທັມເປັນອະທິບໍດີ ຍ່ອມຈັດການອາຣັກຂາປ້ອງກັນ ແລະຄຸ້ມຄອງໂດຍຊອບທັມ ໃນໝູ່ຊົນ ໃນຣາຊະສໍານັກ ໃນກະສັດທີ່ເປັນເມືອງອອກ ໃນໝູ່ພົນ ໃນພຣາມແລະຄະຫະບໍດີ ໃນຣາຊະດອນຊາວເມືອງ ແລະຊົນນະບົດ ໃນສະມະນະແລະພຣາມ ແລະໃນຄະນາເນື້ອແລະນົກ ທັງຫຼາຍ ; ຊື່ວ່າເປັນຜູ້ຍັງຈັກໃຫ້ເປັນໄປໂດຍທັມ ແລະເປັນຈັກທີ່ມະນຸສໃຜໆ ຜູ້ເປັນຂ້າເສິກ ບໍ່ອາດໃຫ້ໝູນກັບໄດ້ດ້ວຍມື ; ນີ້ເຊັ່ນໃດ;

໑. ບາລີ ເສລສູຕ ມ. ມ. ໑໓/໕໕໔/໖໐໙. ຕຣັດແກ່ເສລະພຣາມ ທີ່ອາປະນະນິຄົມ ແຄວ້ນອັງຄຸດຕະຣາປະ.

໒. ບາລີ ຕິກ. ອັງ. ໒໐/໑໓໘/໔໕໓.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໑໗

ດູຣາພິກຂຸ ! ຕະຖາຄົຕ ກໍເຊັ່ນນັ້ນເໝືອນກັນ : ຕະຖາຄົຕເປັນອະຣະຫັນຕະສັມມາສັມພຸດທະ ເປັນທັມມະຣາຊາຜູ້ປະກອບດ້ວຍທັມ ອາໄສທັມຢ່າງດຽວ ສັກກາຣະທັມ ເຄົາຣົບທັມ ນອບນ້ອມທັມ ມີທັມເປັນທຸງໄຊ ມີທັມເປັນຍອດ ມີທັມເປັນອະທິບໍດີ ຍ່ອມຈັດການອາຣັກຂາ ປ້ອງກັນ ແລະຄຸ້ມຄອງໂດຍທັມ ໃນກາຍະກັມ, ວະຈີກັມ, ແລະມະໂນກັມ ວ່າແນວນີ້ໆ ຄວນເສບ ແນວນີ້ໆ ບໍ່ຄວນເສບ ດັ່ງນີ້, ໄດ້ຍັງທັມມະຈັກອັນບໍ່ມີຈັກອື່ນຍິ່ງໄປກວ່າ ໃຫ້ເປັນໄປໂດຍທັມນັ້ນແລ, ແລະເປັນຈັກທີ່ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼືໃຜໆໃນໂລກບໍ່ອາດຕ້ານໃຫ້ໝູນກັບໄດ້, ສະນັ້ນ.

ເມື່ອໄດ້ປະມວນຂໍ້ຄວາມອັນເປັນເລື່ອງແວດລ້ອມພາວະຂອງການຕຣັສຮູ້

ເປັນພຣະສັມມາສັມພຸດທະເຈົ້າ ຂອງພຣະອົງມາຈົນໝົດສ້ຽງແລ້ວ

ຈະໄດ້ເລີ່ມເນື້ອຄວາມ ທີ່ເປັນເນື້ອເລື່ອງຕິດຕໍ່ເປັນລໍາດັບກັນ ສືບຕໍ່ໄປອີກດັ່ງນີ້ :-

ທົງຄິດຫາທີ່ເພິ່ງສໍາລັບພຣະອົງເອງ ໑

ພິກຂຸ ທ. ! ເມື່ອເຮົາຢູ່ທີ່ເຂດອຸຣຸເວລາ ໃກ້ຝັ່ງແມ່ນໍ້າເນຣັນຊະຣາ, ທີ່ຕົ້ນໄຊເປັນບ່ອນພັກຮ້ອນຂອງເດັກລ້ຽງແບ້ ຕອນເມື່ອຕຣັສຮູ້ໃໝ່ໆ, ພິກຂຸ ທ. ! ເມື່ອເຮົາພັກຢູ່ ນະ ທີ່ສະງົບ ເກີດປະຣິວິຕົກຂຶ້ນໃນໃຈວ່າ “ຜູ້ຢູ່ບໍ່ມີທີ່ເຄົາຣົບ ບໍ່ມີທີ່ເພິ່ງພາຍ່ອມເປັນທຸກຂ໌, ເຮົາຈະຍ່ອມສັກກາຣະ ເຄົາຣົບສະມະນະພຣາມຜູ້ໃດໜໍ ແລ້ວແລຢູ່ ?”

ພິກຂຸ ທ. ! ຄວາມຮູ້ສຶກອັນນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ເຮົາຫຼິງບໍ່ເຫັນ ສະມະນະ ພຣາມອື່ນຢູ່ໃສໃນໂລກນີ້ ແລະເທວະໂລກ ມາຣໂລກ ພຣົມມະໂລກ, ແລະໝູ່ສັຕ ພ້ອມທັງສະມະນະພຣາມ, ເທວະດາພ້ອມທັງມະນຸສ, ເຊິ່ງສົມບູນດ້ວຍສີລ ດ້ວຍສະມາທິ ດ້ວຍປັນຍາ ດ້ວຍວິມຸດຕິ ຍິ່ງກວ່າເຮົາ ເຊິ່ງເຮົາຄວນສັກກາຣະ ເຄົາຣົບ ແລ້ວເຂົ້າໄປອາໄສຢູ່”.

໑. ບາລີ ຈຕຸກກ. ອັງ. ໒໑/໒໕/໒໑. ຕຣັດແກ່ພິກຂຸສົງຄ໌ ທີ່ເຊຕະວັນ.

໒໑໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ