ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໄດ້ຮູ້ພ້ອມສະເພາະແລ້ວ ຕະຖາຄົຕຈຶ່ງລະເຫດໃຫ້ເກີດໂລກໄດ້ແລ້ວ. ຄວາມດັບບໍ່ເຫຼືອຂອງໂລກ ເປັນສະພາບທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ ຕະຖາຄົຕຈຶ່ງເຮັດໃຫ້ແຈ້ງຄວາມດັບບໍ່ເຫຼືອຂອງໂລກໄດ້ແລ້ວ. ທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກ ເປັນສິ່ງທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ ຕະຖາຄົຕ ຈຶ່ງເຮັດໃຫ້ເກີດມີຂຶ້ນໄດ້ແລ້ວ ຊຶ່ງທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກນັ້ນ.
ພິກຂຸ ທ. ! ອາຍະຕະນະອັນໃດ ທີ່ພວກມະນຸສໂລກ ພ້ອມທັງເທວະໂລກ ມາຣ, ພຣົມ, ທີ່ໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ໄດ້ເຫັນ ໄດ້ຟັງ ໄດ້ດົມ-ຊີມ-ສັມຜັສ ໄດ້ຮູ້ແຈ້ງ ໄດ້ບັນລຸ ໄດ້ສະແຫວງຫາ ໄດ້ທ່ຽວຜູກພັນ ຕິດຕາມໂດຍນໍ້າໃຈ, ອາຍະຕະນະນັ້ນ ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວທັງໝົດ ເພາະເຫດນັ້ນ ຈຶ່ງໄດ້ນາມວ່າ “ຕະຖາຄົຕ”.
ພິກຂຸ ທ. ! ໃນຣາຕຣີໃດ ຕະຖາຄົຕໄດ້ຕຣັສຮູ້ ແລະໃນຣາຕຣີໃດ ຕະຖາຄົຕໄດ້ປະຣິນິບພານ, ໃນລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນ ພໍ່າສອນ ສະແດງອອກຊຶ່ງຄໍາໃດ, ຄໍານັ້ນທັງໝົດ ຍ່ອມມີໂດຍປະການດຽວກັນທັງຜອງ ບໍ່ແປກຕ່າງກັນໂດຍປະການອື່ນ ເພາະເຫດນັ້ນ ຈຶ່ງໄດ້ນາມວ່າ “ຕະຖາຄົຕ”.
ພິກຂຸ ທ. ! ຕະຖາຄົຕ ກ່າວແນວໃດ ເຮັດແນວນັ້ນ ເຮັດແນວໃດ ກ່າວແນວນັ້ນ, ເພາະເຫດນັ້ນ ຈຶ່ງໄດ້ນາມວ່າ “ຕະຖາຄົຕ”.
ພິກຂຸ ທ. ! ໃນໂລກ ພ້ອມທັງເທວະໂລກ ມາຣ, ພຣົມ, ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸະຖາຄົຕເປັນຜູ້ຍິ່ງໃຫຍ່ ບໍ່ມີໃຜຄອບງໍາ ເປັນຜູ້ເຫັນສິ່ງທັງປວງໂດຍເດັດຂາດ ເປັນຜູ້ມີອໍານາດສູງສຸດ (ໂດຍທັມ) ແຕ່ຜູ້ດຽວ, ເພາະເຫດນັ້ນ ຈຶ່ງໄດ້ນາມວ່າ “ຕະຖາຄົຕ”.
໒໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ເຫດທີ່ເຮັດໃຫ້ທົງພຣະນາມວ່າ “ຕະຖາຄົຕ”
ເພາະທົງເປັນກາລະວາທີ ພູຕະວາທີ ໑
ຈຸນທະ ! ເຖິງແມ່ນເປັນ ເລື່ອງໃນອະດີຕ ຖ້າ ບໍ່ຈິງບໍ່ແທ້ ບໍ່ປະກອບດ້ວຍ ປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງນັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນອະດີຕ ຖ້າເປັນ ເລື່ອງຈິງ ເລື່ອງແທ້ ແຕ່ ບໍ່ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງແມ່ນວ່ານັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນອະດີຕ ຖ້າເປັນ ເລື່ອງຈິງເລື່ອງແທ້ ເລື່ອງ ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມເປັນຜູ້ ຮູ້ກາລະອັນສົມຄວນ ໃນເລື່ອງນັ້ນ ເພື່ອພະຍາກອນ ບັນຫານັ້ນ.
ຈຸນທະ ! ເຖິງແມ່ນເປັນ ເລື່ອງໃນອະນາຄົຕ ຖ້າ ບໍ່ຈິງບໍ່ແທ້ ບໍ່ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງນັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນອະນາຄົຕ ຖ້າເປັນ ເລື່ອງຈິງ ເລື່ອງແທ້ ແຕ່ ບໍ່ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງແມ່ນວ່ານັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນອະນາຄົຕ ຖ້າເປັນ ເລື່ອງຈິງ ເລື່ອງແທ້ ເລື່ອງ ປະກອບດ້ວຍປະໂຍຊນ໌, ຕະຖາ ຄົຕຍ່ອມເປັນຜູ້ ຮູ້ກາລະອັນສົມຄວນ ໃນເລື່ອງນັ້ນ ເພື່ອພະຍາກອນ ບັນຫານັ້ນ.
ຈຸນທະ ! ເຖິງແມ່ນເປັນ ເລື່ອງໃນປັດຈຸບັນ ຖ້າ ບໍ່ຈິງບໍ່ແທ້ ບໍ່ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງນັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນປັດຈຸບັນ ຖ້າເປັນ ເລື່ອງຈິງ ເລື່ອງແທ້ ແຕ່ ບໍ່ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມ ບໍ່ພະຍາກອນ ຊຶ່ງເລື່ອງແມ່ນວ່ານັ້ນ ; ຈຸນທະ ! ແມ່ນວ່າເປັນເລື່ອງໃນປັດຈຸບັນ ຖ້າເປັນ ເລື່ອງຈິງ ເລື່ອງແທ້ ເລື່ອງ ປະກອບດ້ວຍປະໂຍຊນ໌, ຕະຖາຄົຕຍ່ອມເປັນຜູ້ ຮູ້ກາລະອັນສົມຄວນ ໃນເລື່ອງນັ້ນ ເພື່ອພະຍາກອນ ບັນຫານັ້ນ.
໑. ບາລີ ປາສາທິກະສູຕ ປາ. ທີ. ໑໑/໑໔໘/໑໑໙. ຕຣັດແກ່ຈຸນທະສະມະນຸດເທສ ທີ່ອັມພະວັນ
ປາສາດຂອງເຈົ້າສາກະຢະພວກເວທັນຍາ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໐໑
ຈຸນທະ ! ດ້ວຍເຫດດັ່ງນີ້ແລ ຕະຖາຄົຕຈຶ່ງເປັນ ກາລະວາທີ ສັຈຈະວາທີ ພູຕະວາທີ ອັຕຖະວາທີ ທັມມະວາທີ ວິນະຢະວາທີ ໃນທັມ ທ. ທີ່ເປັນອະດີຕ ອະນາຄົຕ ປັດຈຸບັນ ; ເພາະເຫດນັ້ນ ຈຶ່ງໄດ້ນາມວ່າ “ຕະຖາຄົຕ”.








