ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(໔ ຢ່າງຂ້າງເທິງນີ້ ເປັນ ພວກເອກັຈຈະສັສສະຕະວາດ - ທ່ຽງບາງຢ່າງ)

໙. ເພາະອາໄສຄວາມພຽນບາງຢ່າງບັນລຸເຈໂຕສະມາທິຕັ້ງຄວາມໝັ້ນໃຈແລ້ວ ບັນຍັດຕົນແລະໂລກວ່າ ມີທີ່ສຸດ.

໑໐. ເພາະ ” ” ” ” ບໍ່ມີທີ່ສຸດ.

໑໑. ເພາະ ” ” ” ມີທີ່ສຸດບາງດ້ານ , ບໍ່ມີບາງດ້ານ.

໑໒. ເພາະອາໄສຄວາມຫຼົງໃຫຼຂອງຕົນເອງແລ້ວບັນຍັດສ່າຍວາຈາວ່າ ໂລກມີທີ່ສຸດກໍບໍ່ແມ່ນ ບໍ່ມີກໍບໍ່ຖືກ.

(໔ ຢ່າງຂ້າງເທິງນີ້ ເປັນ ພວກອັນຕານັນຕິກະວາດ - ກ່ຽວກັບມີທີ່ສຸດແລະບໍ່ມີທີ່ສຸດ)

໑໓. ເພາະຢ້ານມຸສາວາດຈຶ່ງສ່າຍວາຈາ ເວົ້າຄໍາທີ່ບໍ່ຕາຍໂຕ ແລ້ວບັນຍັດວ່າຂ້າພະເຈົ້າເຫັນຢ່າງນັ້ນກໍບໍ່ແມ່ນ

- - ຢ່າງນີ້ກໍບໍ່ແມ່ນ ໆລໆ (ກ່ຽວກັບກຸສົລ, ອະກຸສົລ)

໑໔. ເພາະຢ້ານອຸປາທານ ” ” ໆລໆ ” ” ”.

໑໕. ເພາະຢ້ານການຖືກຖາມສໍ້ ” ” ໆລໆ ” ” ” .

໑໖. ເພາະຫຼົງໄຫຼຟັ່ນເຟືອນໃນໃຈເອງ ຈຶ່ງສ່າຍວາຈາ ບໍ່ໃຫ້ຕາຍໂຕ (ກ່ຽວກັບໂລກິຍະທິຕຖິ ເຊັ່ນ

- - ໂລກໜ້າມີ ໆລໆ ຜົລກັມມີ ເປັນຕົ້ນ)

(໔ ຢ່າງຂ້າງເທິງນີ້ ເປັນ ພວກອະມະຣາວິກເຂປິກະວາດ - ເວົ້າບໍ່ໃຫ້ຕາຍໂຕ)

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໗໗

໑໗. ເພາະລະລຶກໄດ້ພຽງຊາດທີ່ຕົນເຄີຍເປັນອະສັນຍີສັຕ ແລ້ວຕ້ອງຈຸຕິເພາະສັນຍາເກີດຂຶ້ນ ...

... ຈຶ່ງບັນຍັດຕົນແລະໂລກວ່າ ເກີດເອງລອຍໆ.

໑໘. ເພາະອາໄສການນຶກຕຶກຢູ່ສະເໝີ ແລ້ວຄະເນເອົາ ” ” ເກີດເອງລອຍໆ.

(໒ ຢ່າງຂ້າງເທິງນີ້ ເປັນ ພວກອະທິດຈະສະມຸບປັນນິກະວາດ - ເກີດເອງລອຍໆ)

(ທັງ ໕ ໝວດ ມີລວມທັງໝົດ ໑໘ ທິຕຖິ ຂ້າງເທິງນີ້ ຈັດເປັນພວກປາຣົບຂັນທ໌ໃນອະດີຕຕະກາລ)

----- ----- ----- -----

໑໙. ບັນຍັດອັຕຕາວ່າ ອັຕຕາທີ່ມີຮູບ, ເປັນອັຕຕາບໍ່ມີໂຣຄຫຼັງຈາກຕາຍແລ້ວ ເປັນສັຕມີສັນຍາ.

໒໐. ” ” ທີ່ບໍ່ມີຮູບ, ” ” ” ” ມີສັນຍາ.

໒໑. ” ” ທີ່ມີຮູບແລະບໍ່ມີຮູບ, ” ” ” ” ມີສັນຍາ.

໒໒. ” ” ທີ່ມີຮູບກໍບໍ່ແມ່ນ ບໍ່ມີຮູບກໍບໍ່ແມ່ນ, ” ” ” ” ມີສັນຍາ.

໒໓. ” ” ທີ່ມີທີ່ສຸດ, ” ” ” ” ມີສັນຍາ.

໒໔. ” ” ທີ່ບໍ່ມີທີ່ສຸດ, ” ” ” ” ມີສັນຍາ.

໒໕. ” ” ທີ່ມີທີ່ສຸດແລະບໍ່ມີທີ່ສຸດ, ” ” ” ” ມີສັນຍາ.

໒໖. ” ” ທີ່ມີທີ່ສຸດກໍບໍ່ແມ່ນ ບໍ່ມີກໍບໍ່ແມ່ນ, ” ” ” ” ມີສັນຍາ.

໒໗. ບັນຍັດອັຕຕາວ່າ ອັຕຕາມີສັນຍາດຽວກັນ, ປັນອັຕຕາບໍ່ມີໂຣຄຫຼັງຈາກຕາຍແລ້ວ ເປັນສັຕມີສັນຍາ.

໒໘. ” ” ທີ່ມີສັນຍາຕ່າງກັນ, ” ” ” ” ມີສັນຍາ.

໒໙. ” ” ທີ່ມີສັນຍາໜ້ອຍ, ” ” ” ” ມີສັນຍາ.

໓໐. ” ” ທີ່ມີສັນຍາຫຼາຍບໍ່ມີປະມານ, ” ” ” ” ມີສັນຍາ.

໓໑. ” ” ທີ່ມີສຸຂຢ່າງດຽວ, ” ” ” ” ມີສັນຍາ.

໓໒. ” ” ທີ່ມີທຸກຂ໌ຢ່າງດຽວ, ” ” ” ” ມີສັນຍາ.

໓໓. ບັນຍັດອັຕຕາວ່າ ອັຕຕາມີທັງສຸຂແລະທຸກຂ໌, ເປັນອັຕຕາບໍ່ມີໂຣຄຫຼັງຈາກຕາຍແລ້ວ ເປັນສັຕມີສັນຍາ.

໓໔. ” ” ທີ່ບໍ່ມີທຸກຂ໌ ບໍ່ມີສຸຂ, ” ” ” ” ມີສັນຍາ.

(໑໖ ຢ່າງຂ້າງເທິງນີ້ ເປັນ ພວກສັນຍີວາດ - ມີສັນຍາ)

໓໕. ບັນຍັດອັຕຕາວ່າ ອັຕຕາທີ່ ມີຮູບ, ເປັນອັຕຕາບໍ່ມີໂຣຄຫຼັງຈາກຕາຍແລ້ວ ເປັນສັຕບໍ່ມີສັນຍາ.

໓໖. ” ” ບໍ່ມີຮູບ, ” ” ” ” ບໍ່ມີສັນຍາ.

໓໗. ” ” ມີຮູບແລະບໍ່ມີຮູບ, ” ” ” ” ບໍ່ມີສັນຍາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ