ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຜັກຄຸນະ ! ຖ້າມີຄົນປະຫານເຈົ້າດ້ວຍຝ່າມື ດ້ວຍກ້ອນຫີນ ດ້ວຍທ່ອນໄມ້ ຫລືດ້ວຍສາດຕຣາ; ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງລະສັນທະແລະວິຕົກ ຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ. ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງສໍານຶກເຊັ່ນນີ້ວ່າ : ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈະບໍ່ກ່າວວ່າຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ດັ່ງນີ້;
ຜັຄຄຸນະ ! ເຈົ້າຈົ່ງເຮັດຄວາມສຶກສາດັ່ງງນີ້.
ຍຸກໃດກໍຕາມ ເວຣທັງຫລາຍ ບໍ່ເຄີຍລະງັບໄດ້ ດ້ວຍການຜູກເວຣເລີຍ ແຕ່ລະງັບໄດ້ ດ້ວຍການບໍ່ຜູກເວຣ ທັມນີ້ເປັນຂອງເກົ່າ ໃຊ້ໄດ້ຕະຫລອດ.
ສະບັບຫລວງ ໑໔/໒໙໕/໕໔໐
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໕໒
ບໍ່ກ່າວຕົວະພຽງເພື່ອຢອກຫົວກັນຫລິ້ນ
ສະບັບຫລວງ ໑໓/໑໒໓/໑໒໖.
ຣາຫຸລ ! ນັກບວດທີ່ບໍ່ມີຄວາມລະອາຍ ໃນການແກ້ງກ່າວຂີ້ຕົວະ ທັງໆທີ່ຮູ້ຢູ່ວ່າບໍ່ຈິງ ກໍມີຄວາມເປັນສະມະນະ ເທົ່າກັບຄວາມຫວ່າງເປົ່າຂອງນໍ້າໃນພາຊະນະນີ້ ເຊັ່ນນັ້ນເໝືອນກັນ ...ຯລຯ...
ຣາຫຸລ ! ເຮົາກ່າວວ່າ ກັມອັນເປັນບາບໜ້ອຍໜຶ່ງ ຊຶ່ງນັກບວດທີ່ບໍ່ມີຄວາມລະອາຍ ໃນການແກ້ງກ່າວຂີ້ຕົວະ ທັງໆທີ່ຮູ້ຢູ່ວ່າບໍ່ຈິງ ທີ່ຈະເຮັດບໍ່ໄດ້ນັ້ນ ບໍ່ມີ.
ເພາະສະນັ້ນໃນເລື່ອງນີ້ ເຈົ້າທັງຫລາຍ ຈົ່ງສໍານຶກໃຈໄວ້ວ່າ ເຮົາທັງຫລາຍຈັກບໍ່ກ່າວມຸສາ ພຽງເພື່ອຢອກຫົວກັນຫລິ້ນ ດັ່ງນີ້.
ຣາຫຸລ ! ເຈົ້າທັງຫລາຍຈົ່ງສໍານຶກໃຈໄວ້ ຢ່າງນີ້ແລ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ພາກທີ ໕
ກັມ
ບົດທີ ໕໓
ລາຍລະອຽດທີ່ບຸກຄົນຄວນນຮູ້ກ່ຽວກັບເລື່ອງກັມ
ພິກຂຸທັງຫລາຍ ! ກັມເປັນສິ່ງທີ່ບຸກຄົນຄວນຮູ້, ນິທານະສັມພາວະແຫ່ງກັມ ເປັນສິ່ງບຸກຄົນຄວນຮູ້, ເວມັຕຕະຕາແຫ່ງກັມ ເປັນສິ່ງບຸກຄົນຄວນຮູ້, ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້, ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້,
ຄໍາເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາໄສເຫດອັນໃດກ່າວໜໍ ?
ພິກຂຸທັງຫລາຍ ! ເຮົາກ່າວເຈຕະນາວ່າເປັນກັມ ເພາະວ່າບຸກຄົນເຈຕະນາແລ້ວ ຍ່ອມເຮັດຊຶ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.
ພິກຂຸທັງຫລາຍ ! ນິທານະສັມພາວະ (ເຫດແດນເກີດພ້ອມ) ແຫ່ງກັມທັງຫລາຍ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ນິທານະສັມພາວະແຫ່ງກັມທັງຫລາຍ ຄື ຜັສສະ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພິກຂຸທັງຫລາຍ ! ເວມັຕຕະຕາແຫ່ງກັມ (ຄວາມມີປະມານຕ່າງໆ) ແຫ່ງກັມທັງຫລາຍ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ກັມທີ່ເຮັດໃຫ້ສັດສະເຫວີຍເວທະນາໃນນະຣົກ ມີຢູ່, ກັມທີ່ເຮັດໃຫ້ສັດສະເຫວີຍເວທະນາໃນກໍາເນີດເດຣັດສານ ມີຢູ່, ກັມທີ່ເຮັດໃຫ້ສັດສະເຫວີຍເວທະນາໃນເປຕວິໃສ ມີຢູ່, ກັມທີ່ເຮັດໃຫ້ສັດສະເຫວີຍເວທະນາໃນມະນຸດໂລກ ມີຢູ່, ກັມທີ່ເຮັດໃຫ້ສະເຫວີຍເວທະນາໃນເທວະໂລກ ມີຢູ່, ນີ້ເຮົາກ່າວວ່າ ເວມັຕະຕາແຫ່ງກັມທັງຫລາຍ.
ພິກຂຸທັງຫລາຍ ! ວິບາກ (ຜົລແຫ່ງການເຮັດ) ແຫ່ງກັມທັງຫລາຍ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ເຮົາວ່າວິແຫ່ງກັມທັງຫລາຍ ວ່າມີຢູ່ ໓ ຢ່າງ ຄື : ວິບາກໃນທິດຖະທັມ (ທັນຄວັນ) ຫຼືວ່າ ວິບາກໃນອຸປະປັດຊະ (ໃນເວລາຕໍ່ມາ) ຫຼືວ່າ ວິບາກໃນ ອະປາຣະປະຣິຢາຢະ (ຄືເວລາຕໍ່ໆມາອີກ). ພິກຂຸທັງຫລາຍ ! ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫລາຍ.
ພິກຂຸທັງຫລາຍ ! ກັມມະນິໂຣດ (ຄວາມດັບບໍ່ເຫລືອແຫ່ງແຫ່ງກັມ) ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ຄວາມດັບແຫ່ງກັມທັງຫລາຍ ຍ່ອມເພາະຄວາມດັບແຫ່ງຜັສສະ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ພິກຂຸທັງຫລາຍ ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫລືອເເຫ່ງກັມ) ເປັນແນວໃດໜໍ ?








