ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ຄັນຜ່ານໄປໂດຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ເຂົາກໍກ່າວທັ່ງໃສ່ອາຈາຣຍ໌ແດ່ ອຸປັດຊາແດ່ວ່າ ຫລີກໄປໆ ພວກທ່ານຈະຮູ້ອັນໃດ ດັ່ງນີ້.

ພິກຂຸທັງຫລາຍ ! ເພາະເຫດນັ້ນໃນເລື່ອງນີ້ ພວກເຈົ້າທັງຫລາຍ ຈົ່ງຝຶກຫັດສຶກສາເຊັ່ນນີ້ວ່າ ເຮົາຈັກຢູ່ຢ່າງມີຈິຕສະເໝີກັນກັບຍິງສະໃພ້ໃໝ່ ຜູ້ມາແລ້ວບໍ່ດົນ ດັ່ງນີ້.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໕໐

ການວາງຈິຕເມື່ອຖືກກ່າວຫາ

ສະບັບຫລວງ ໑໒/໒໕໕-໒໘໐/໒໘໗-໒໗໓

ພິກຂຸທັງຫລາຍ ! ທາງແຫ່ງຄໍາເວົ້າ ທີ່ບຸກຄົນອື່ນຍ່ອມກ່າວຫາ ໕ ຢ່າງ ເຫລົ່ານີ້ ມີຢູ່ຄື :

໑. ກ່າວໂດຍກາລະຫລືໂດຍບໍ່ແມ່ນກາລະ

໒. ກ່າວໂດຍເລື່ອງຈິງຫລືໂດຍເລື່ອງບໍ່ຈິງ

໓. ກ່າວໂດຍອ່ອນຫວານຫລືໂດຍຫຍາບຄາຍ

໔. ກ່າວດ້ວຍເລື່ອງມີປະໂຫຍດຫລືບໍ່ມີປະໂຫຍດ

໕. ກ່າວດ້ວຍມີຈິຕເມຕຕາຫລືມີໂທສະໃນພາຍໃນ.

ພິກຂຸທັງຫລາຍ ! ເມື່ອເຂົາກ່າວຢູ່ແນວນັ້ນ ໃນກໍລະນີນັ້ນໆ ເຈົ້າຈົ່ງເຮັດການສໍານຶກຢ່າງນີ້ວ່າ:

ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈະບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດ ທຸກທິດທຸກທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລຢູ່ ດັ່ງນີ້.

ພິກຂຸທັງຫລາຍ ! ເຈົ້າຈົ່ງເຮັດການສຶກສາດັ່ງນີ້ແລ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ຖ້າໂຈຣຜູ້ຄອຍຊ່ອງຍ່ອມເລື່ອຍອະໄວຍະວະນ້ອຍໃຫຍ່ ຂອງໃຜຜູ້ໜຶ່ງດ້ວຍເລື່ອຍ ມີດ້າມທັງສອງເບື້ອງ ຜູ້ໃດມີຈິຕປອງຮ້າຍໃນໂຈຣນັ້ນ ຜູ້ນັ້ນຊື່ວ່າບໍ່ປະຕິບັດຕາມຄໍາສອນຂອງເຮົາ ເພາະເຫດທີ່ມີໃຈປອງຮ້າຍໃນໂຈຣນັ້ນ.

ພິກຂຸທັງຫລາຍ ! ໃນກໍລະນີນັ້ນ ເຈົ້າຈົ່ງສຶກສາດັ່ງນີ້ວ່າ :

ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈະບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດ ທຸກທິດທຸກທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລຢູ່ ດັ່ງນີ້.

ພິກຂຸທັງຫລາຍ ! ເຈົ້າຈົ່ງເຮັດການສຶກສາຢ່າງນີ້ແລ.

ພິກຂຸທັງຫລາຍ ! ເຈົ້າຈົ່ງເຮັດໄວ້ໃນໃຈຊຶ່ງໂອວາດ ອັນປຽບດ້ວຍເລື່ອຍນີ້ ຢູ່ເນື່ອງໆ ເຖີ້ນ.

ພິກຂຸທັງຫລາຍ ! ເມື່ອເຈົ້າເຮັດໄວ້ໃນໃຈຊຶ່ງໂອວາດນັ້ນຢູ່ ເຈົ້າຈະໄດ້ເຫັນທາງແຫ່ງການກ່າວຫາ ເລັກນ້ອຍຫລືໃຫຍ່ ທີ່ພວກເຈົ້າອົດກັ້ນບໍ່ໄດ້ ຢູ່ອີກບໍ ?

ຂໍ້ນັ້ນບໍ່ເປັນເຊັ່ນນັ້ນ ຂ້ານ້ອຍ !

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພິກຂຸທັງຫລາຍ ! ເພາະເຫດນັ້ນໃນເລື່ອງນີ້ ພວກເຈົ້າທັງຫລາຍ ຈົ່ງເຮັດໄວ້ໃນໃຈເຖິງໂອວາດ ອັນປຽບດ້ວຍເລື່ອຍນີ້ຢູ່ເປັນປະຈໍາ ທຸກເມື່ອເຖີ້ນ ນັ້ນຈັກເປັນໄປເພື່ອປະໂຫຍດເກື້ອກູນ ແລະຄວາມສຸຂແກ່ພວກເຈົ້າທັງຫລາຍ ຕະຫລອດກາລະນານ.

*ຈົ່ງສຶກສາວ່າ ເຮົາຈະບໍ່ກ່າວຄໍາເວົ້າ ຊຶ່ງຈະເປັນເຫດໃຫ້ຜິດຖຽງກັນ ເມື່ອມີຄໍາເວົ້າຊຶ່ງຈະເປັນເຫດໃຫ້ຜິດຖຽງກັນ ກໍຈໍາເປັນຕ້ອງຫວັງການເວົ້າຫລາຍ ເມື່ອມີການເວົ້າຫລາຍ ຍ່ອມຄິດຟຸ້ງຊ່ານ ເມື່ອຄິດຟຸ້ງຊ່ານ ຍ່ອມບໍ່ສັງລວມ ເມື່ອບໍ່ສັງລວມ ຈິຕຍ່ອມອອກຫ່າງຈາກ ສະມາທິ*

ສະບັບຫລວງ ໒໓/໘໙/໕໘.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໕໑

ວິທີປະຕິບັດທາງຈິຕ ເມື່ອຖືກຕິຕຽນ ຫລືກຖືກທໍາຮ້າຍຮ່າງກາຍ

ສະບັບຫລວງ ໑໒/໒໕໐/໒໖໔

ຜັກຄຸນະ ! ຖ້າມີຄົນກ່າວຕິຕຽນເຈົ້າຕໍ່ໜ້າ. ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງລະສັນທະແລະວິຕົກ ຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ. ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງເຮັດຄວາມສໍານຶກເຊັ່ນນີ້ວ່າ : ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈະບໍກ່າວວ່າຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອ ກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ດັ່ງນີ້;

ຜັກຄຸນະ ! ເຈົ້າຈົ່ງເຮັດຄວາມສຶກສາດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ