ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍພຣະຜູ້ມີພຣະພາກ ຈົ່ງຊົງສະແດງທັມທີ່ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂ ທັງໃນທິຕຖະທັມ (ໃນປັດຈຸບັນ) ແລະໃນສັມປະຣາຍະ (ໃນເວລາຖັດຕໍ່ໄປ) ແກ່ພວກຂະນ້ອຍ ຜູ້ຢູ່ໃນສະຖານະເຊັ່ນນີ້ເຖີ້ນ ຂະນ້ອຍ !".
ພະຍັກຄະປັດຊະ ! ທັມ ໔ ປະການເຫລົ່ານີ້ ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂໃນທິຕຖະທັມ (ໃນປັດຈຸບັນ). ໔ ປະການນັ້ນ ເປັນແນວໃດໜໍ ? ໔ ປະການຄື :
ອຸຕຖານະສັມປະທາ (ຄວາມຂະຫຍັນໃນອາຊີບ)
ອາຣັກຂະສັມປະທາ (ການຮັກສາຊັບ)
ກັລລະຍານະມິຕຕະຕາ (ຄວາມມີມິຕດີ)
ສະມະຊີວິຕາ (ການລ້ຽງຊີວິຕຢ່າງພໍພຽງຖານະ)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຄວາມຂະຫຍັນໃນອາຊີບ
ພະຍັກຄະປັດຊະ ! ອຸຕຖານະສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸລະບຸຕໃນກໍລະນີນີ້ ສໍາເລັດການເປັນຢູ່ດ້ວຍການລຸກຂຶ້ນເຮັດວຽກງານ ຄືດ້ວຍກະສິກັມ ຫລື ວານິຊຊະກັມ ໂຄຣັກຂະກັມ ອາຊີບຜູ້ຖືອາວຸດ ອາຊີບຣາຊະ ບຸຣຸດ ຫລື ດ້ວຍສິລະປະຢ່າງໃດຢ່າງໜຶ່ງ ໃນອາຊີບນັ້ນໆ ເຂົາເປັນຜູ້ຊ່ຽວຊານ ບໍ່ກຽດຄ້ານ ປະກອບດ້ວຍການສອດ ສ່ອງໃນອຸບາຍນັ້ນໆ ສາມາດເຮັດ ສາມາດຈັດໃຫ້ເຮັດ.
ພະຍັກຄະປັດຊະ ! ນີ້ເອີ້ນວ່າ ອຸຕຖານະສັມປະທາ (ຄວາມຂະຫຍັນໃນອາຊີບ).
ການຮັກສາຊັບ
ພະຍັກຄະປັດຊະ ! ອາຣັກຂະສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸລະບຸຕໃນກໍລະນີນີ້ ໂພຄະອັນກຸລະບຸຕ ຫາໄດ້ມາດ້ວຍຄວາມພຽນ ເປັນເຄື່ອງລຸກຂຶ້ນລວບລວມມາດ້ວຍກໍາລັງແຂນ ມີໂຕປຽກຊຸ່ມດ້ວຍເຫື່ອ ເປັນໂພຄະອັນປະ ກອບດ້ວຍທັມ ໄດ້ມາໂດຍທັມ ເຂົາຮັກສາຄຸ້ມຄອງຢ່າງເຕັມທີ່ດ້ວຍຫວັງວ່າ "ແນວໃດເສຍພະຣາຊາຈະບໍ່ຢຶດຊັບຂອງເຂົາໄປ ໂຈຣຈະບໍ່ປຸ້ນເອົາໄປ ໄຟຈະບໍ່ໄໝ້ ນໍ້າຈະບໍ່ໄຫຼພັດເອົາໄປ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ທາຍາຕອັນບໍ່ຮັກໄຄ່ຕໍ່ເຮົາ ຈະບໍ່ຍາດແຍ່ງເອົາໄປ" ດັ່ງນີ້.
ພະຍັກຄະປັດຊະ ! ນີ້ເອີ້ນວ່າ ອາຣັກຂະສັມປະທາ (ການຮັກສາຊັບ).
ຄວາມມີມິຕດີ
ພະຍັກຄະປັດຊະ ! ກັລລະຍານະມິຕຕະຕາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸລະບຸຕໃນກໍລະນີນີ້ ຢູ່ອາໄສໃນບ້ານຫລືເຂດໃດ, ຖ້າມີບຸກຄົນໃດໆ ໃນບ້ານຫລືເຂດນັ້ນເປັນຄະຫະບໍດີຫລືບຸຕຄະຫະບໍດີ ກໍດີ ເປັນຄົນໜຸ່ມທີ່ຈະເຣີນດ້ວຍສີລກໍດີ ລ້ວນແຕ່ເຖິງພ້ອມດ້ວຍສັດທາ ເຖິງພ້ອມດ້ວວຍສີລ ເຖິງພ້ອມດ້ວຍຈາຄະ ເຖິງພ້ອມດ້ວຍປັນຍາຢູ່ແລ້ວນັ້ນ, ກຸລະບຸຕນັ້ນກໍດໍາຣົງຮ່ວມ ເວົ້າຈາຮ່ວມ ສາກັດສາ (ສົນທະນາ) ຮ່ວມກັບຊົນເຫລົ່ານັ້ນ.
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍ ສັດທາ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍ ສັດທາ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍ ສີລ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍ ສີລ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍ ຈາຄະ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍ ຈາຄະ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍ ປັນຍາ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍ ປັນຍາ ຢູ່ທີ່ນັ້ນໆ.
ພະຍັກຄະປັດຊະ ! ນີ້ເອີ້ນວ່າ ກັລລະຍານະມິຕຕະຕາ.
ການລ້ຽງຊີວິຕຢ່າງພໍພຽງແກ່ຖານະ
ພະຍັກຄະປັດຊະ ! ສະມະຊີວິຕາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸລະບຸຕໃນກໍລະນີນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມໝົດສິ້ນໄປແຫ່ງໂພຄະຊັບແລ້ວ ດຳຣົງຊີວິຕຢູ່ຢ່າງສະໝໍ່າສະເໝີ ບໍ່ຟຸມເຟືອຍຫລາຍ ບໍ່ຝືດເຄືອງຫລາຍ ໂດຍມີຫລັກວ່າ "ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການເຊັ່ນນີ້" ດັ່ງນີ້.
ພະຍັກຄະປັດຊະ ! ນີ້ເອີ້ນວ່າ ສະມະຊີວິຕາ.
(ການລ້ຽງຊີວິຕຢ່າງພໍພຽງແກ່ຖານະ)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໓໗
ໂລກະທັມ ໘
ສະບັບຫລວງ ໒໓/໑໒໓-໑໒໕/໙໖
ພິກຂຸທັງຫລາຍ ! ໂລກະທັມ ໘ ປະການນີ້ແລ ຍ່ອມໝູນໄປຕາມໂລກ ແລະໂລກກໍໝູນໄປຕາມໂລກກະທັມ ໘ ນີ້; ໘ ປະການເປັນແນວໃດ ? ຄື :
໑. ລາບ ໒. ຄວາມເສື່ອມລາບ
໓. ຍົສ ໔. ຄວາມເສື່ອມຍົສ
໕. ສັນລະເສີນ ໖. ນິນທາ
໗. ສຸຂ ໘. ທຸກຂ໌.








