ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ເມື່ອເຂົາພິຈາຣະນາເຫັນຕົນບໍຣິສຸດ ພົ້ນແລ້ວຈາກບາບອະກຸສົລທີ່ເກີດຂຶ້ນ ປາໂມຊກໍເກີດ ເມື່ອເຂົາເກີດປາໂມຊແລ້ວ ປີຕິກໍເກີດ ເມື່ອເຂົາມີໃຈປະກອບດ້ວຍປີຕິແລ້ວ ກາຍກໍສະງົບລະງັບ ຜູ້ມີກາຍສະງົບລະງັບຍ່ອມສະເຫວີຍສຸຂ ຈິຕຂອງຜູ້ມີສຸຂຍ່ອມຕັ້ງໝັ້ນເປັນສະມາທິ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຂົາ ມີຈິຕປະກອບດ້ວຍເມຕຕາ ແຜ່ໄປສູ່ທິສທີໜຶ່ງ ທິສທີສອງ ທີສາມ ທີສີ່ ກໍເໝືອນຢ່າງນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍເມຕຕາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່.

ມີຈິຕປະກອບດ້ວຍກະຣຸນາ ແຜ່ໄປສູ່ທິສທີໜຶ່ງ ທິສທີສອງ ທີສາມ ທີສີ່ ກໍເໝືອນຢ່າງນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍກະຣຸນາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່.

ມີຈິຕປະກອບດ້ວຍມຸທິຕາ ແຜ່ໄປສູ່ທິສທີໜຶ່ງ ທິສທີສອງ ທີສາມ ທີສີ່ ກໍເໝືອນຢ່າງນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍ ມຸທິຕາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແລ້ວແລຢູ່.

ມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປສູ່ທິສທີໜຶ່ງ ທິສທີສອງ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທີສາມ ທີສີ່ ກໍເໝືອນຢ່າງນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍ ອຸເປກຂາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແລ້ວແລຢູ່.

ສະໂບກຂະຣະນີ ມີນ້ຳໃສ ຈືດ ເຢັນ ສະອາດ ມີທ່າອັນດີ ໜ້າຊື່ນໃຈ ຖ້າບຸຣຸສມາແຕ່ທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ທິສໃຕ້ ແລະຈາກທີ່ໃດໆ ອັນຄວາມຮ້ອນແຜດເຜົາ ເອົ້າຮ້ອນລຳບາກ ກະຫາຍ ຢາກດື່ມນ້ຳ ເຂົາມາເຖິງສະໂບກຂະຣະນີນັ້ນແລ້ວ ກໍບັນເທົາຄວາມຫິວນ້ຳ ແລະຄວາມກະວົນກະວາຍເພາະຄວາມຮ້ອນເສຍໄດ້ ແມ່ນນີ້ເຊັ່ນໃດ ເຂົາມາເຖິງທັມວິນັຍ ທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສະງົບຈິຕ ນະ ພາຍໃນ ກໍເຊັ່ນນັ້ນຄືກັນ ເຮົາກ່າວວ່າເປັນຜູ້ປະຕິບັຕຂໍ້ປະຕິບັຕອັນດີຍິ່ງ.

ປຽບເໝືອນຄົນເປົ່າສັງຂ໌ຜູ້ມີກຳລັງ ຍ່ອມເປົ່າສັງຂ໌ໃຫ້ໄດ້ຍິນໄດ້ທັງສີ່ທິສໂດຍບໍ່ຍາກ ເຊັ່ນໃດ ໃນເມຕຕາເຈໂຕວິມຸຕກະຣຸນາເຈໂຕວິມຸຕ... ມຸທິຕາເຈໂຕວິມຸຕ... ອຸເປກຂາເຈໂຕວິມຸຕ... ທີ່ຈະເຣີນແລ້ວຢ່າງນີ້ ກັມຊະນິດທີ່ທຳຢ່າງມີຂີດຈຳກັດຍ່ອມບໍ່ມີເຫຼືອຢູ່ ບໍ່ຕັ້ງຢູ່ໃນນັ້ນ ກໍເຊັ່ນນັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເມື່ອໃດເຂົາຈະເຣີນສະມາທິນີ້ຢ່າງນີ້ ຈະເຣີນດີແລ້ວ ເມື່ອນັ້ນ ເຂົາຈັກຍ່າງໄປທາງໃດໆ ກໍຈັກຍ່າງເປັນສຸຂໃນທາງນັ້ນໆ ຢືນຢູ່ໃນທີ່ໃດໆ ກໍຈັກຢືນເປັນສຸຂໃນທີ່ນັ້ນໆ ນັ່ງຢູ່ໃນທີ່ໃດໆ ກໍຈັກນັ່ງຢູ່ເປັນສຸຂໃນບ່ອນນັ້ນໆ ນອນຢູ່ທີ່ໃດໆ ກໍຈັກນອນເປັນສຸຂໃນບ່ອນນັ້ນໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ