ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ອັນໜຶ່ງ ພິກຂຸນັ້ນ ຮັບຈີວອຣ ບິນດະບາຕ ເສນາສະນະ ແລະຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ຂອງຊົນເຫຼົ່າໃດທານນັ້ນຍ່ອມບໍ່ມີຜົລໃຫຍ່ ບໍ່ມີອານິສົງສ໌ໃຫຍ່ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸນັ້ນວ່າ ມີຄ່າໜ້ອຍ ເໝືອນຜ້າເປືອກປໍ ມີລາຄາຖືກ ສະນັ້ນ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.

ພິກຂຸທັງຫຼາຍ ! ແມ່ນວ່າພິກຂຸຜູ້ເປັນເຖຣະ ເມື່ອເປັນຄົນທຸສີລ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ມີຄວາມເປັນຢູ່ຊົ່ວຊາມ ກໍເປັນຢ່າງດຽວກັນ ເຮົາກ່າວວ່າມີຜິວພັນບໍ່ງາມ ເໝືອນຜ້າເປືອກປໍ ທີ່ມີສີບໍ່ງາມນັ້ນນັ້ນແຫຼະ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ຊົນເຫຼົ່າໃດຄົບຫາສະມາຄົມ ເຂົ້າໃກ້ ທຳຕາມແບບຢ່າງຂອງພິກຂຸນັ້ນ ຂໍ້ນັ້ນ ຈະເປັນທາງໃຫ້ເກີດສິ່ງອັນບໍ່ເປັນປະໂຍຊນ໌ ເປັນທຸກຂ໌ແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານ ເຮົາຈຶ່ງກ່າວພິກຂຸນັ້ນວ່າ ໃຜໃກ້ຊິດເຂົ້າກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມເຂົ້າກໍເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ພິກຂຸນັ້ນ ຮັບຈີວອຣ ບິນດະບາຕ ເສນາສະນະ ແລະຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດຂອງຊົນເຫຼົ່າໃດ ທານນັ້ນຍ່ອມບໍ່ມີຜົລໃຫຍ່ ບໍ່ມີອານິສົງສ໌ໃຫຍ່ ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸນັ້ນວ່າ ມີຄ່າໜ້ອຍ ເໝືອນຜ້າເປືອກປໍ ມີລາຄາຖືກ ສະນັ້ນເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ພິກຂຸເຖຣະຊະນິດນີ້ ກ່າວຫຍັງຂຶ້ນໃນທ່າມກາງສົງຄ໌ ພິກຂຸທັງຫຼາຍກໍຈະເວົ້າໃຫ້ວ່າ “ປະໂຍຊນ໌ຫຍັງດ້ວຍຄຳເວົ້າຂອງທ່ານຊຶ່ງເປັນຄົນພາລ ຄົນຈ້າ ຄົນຢ່າງທ່ານຫຼືຈະຮູ້ຈັກສິ່ງທີ່ຄວນເວົ້າ” ດັ່ງນີ້ ພິກຂຸເຖຣະນັ້ນ ຖືກເຂົາວ່າໃຫ້ກໍຮ້າຍ ແຄ້ນໃຈ ກ່າວວາຈາຫຍາບອອກມາ ໂດຍອາການທີ່ເຮັດໃຫ້ຕົນຕ້ອງຖືກສົງຄ໌ລົງອຸກເຂປະນີຍະກັມໃນພາຍຫຼັງ ຈຶ່ງເປັນເໝືອນຜ້າເປືອກປໍເກົ່າຜຸ່ຍ ທີ່ເຂົາຂວ່າງຖິ້ມຕາມກອງຂີ້ເຫຍື້ອເສດ ສະນັ້ນແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອົງຄ໌ປະກອບຂອງທານ

ທີ່ໃຫ້ແລ້ວມີຜົລຫຼາຍ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອົງຄ໌ປະກອບຂອງທານ

ທີ່ໃຫ້ແລ້ວມີຜົລຫຼາຍ (ນັຍທີ ໑) ໕໔

- ບາລີ ສັກກ. ອັງ. ໒໒/໓໗໕/໓໐໘.

ພິກຂຸທັງຫຼາຍ ! ອຸບາສິກາຊື່ນັນທະມານດາ ຊາວເມືອງເວລຸກັນດະກະນັ້ນຖວາຍທັກຂິນາອັນປະກອບດ້ວຍອົງຄ໌ ໖ ປະ ການ ໃນພິກຂຸສົງຄ໌ມີສາຣີບຸຕແລະໂມກຄັນລານະເປັນປະມຸກຂ໌ ກໍທັກຂິນາອັນປະກອບດ້ວຍອົງຄ໌ ໖ ປະການເປັນແນວໃດ.

ພິກຂຸທັງຫຼາຍ ! ອົງຄ໌ ໓ ຂອງຜູ້ໃຫ້ (ທາຍົກ) ແລະ ອົງຄ໌ ໓ ຂອງຜູ້ຮັບ (ປະຕິຄາຫົກ).

ອົງຄ໌ ໓ ຂອງຜູ້ໃຫ້ເປັນແນວໃດ ຄື

(໑) ກ່ອນໃຫ້ເປັນຜູ້ດີໃຈ

(໒) ກຳລັງໃຫ້ຢູ່ຍ່ອມຍັງຈິຕໃຫ້ເຫຼື້ອມໃສ

(໓) ຄັນໃຫ້ແລ້ວຍ່ອມພູມໃຈ

ນີ້ແລ ອົງຄ໌ ໓ ຂອງຜູ້ໃຫ້.

ອົງຄ໌ ໓ ຂອງຜູ້ຮັບເປັນແນວໃດ ຄື

(໑) ເປັນຜູ້ປາສະຈາກຣາຄະ ຫຼືປະຕິບັຕເພື່ອກຳຈັດຣາຄະ

(໒) ເປັນຜູ້ປາສະຈາກໂທສະ ຫຼືປະຕິບັຕເພື່ອກຳຈັດໂທສະ

(໓) ເປັນຜູ້ປາສະຈາກໂມຫະ ຫຼືປະຕິບັຕເພື່ອກຳຈັດໂມຫະ

ນີ້ແລ ອົງຄ໌ ໓ ຂອງຜູ້ຮັບ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຢ່າງນີ້ແລ ອົງຄ໌ ໓ ຂອງຜູ້ໃຫ້ ແລະ ອົງຄ໌ ໓ ຂອງຜູ້ຮັບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ