ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ຍາມນັ້ນ ສັຈຈະກະນິຄົນຖ໌ ຖວາຍພິກຂຸສົງຄ໌ ມີພຣະພຸດທະເຈົ້າເປັນປະທານດ້ວຍຂອງຫຍ້ຳຂອງສັນອັນປານີຕ ດ້ວຍມືຂອງຕົນ ໃຫ້ອີ່ມພໍສຳລານແລ້ວ ເມື່ອ ພຣະຜູ້ມີພຣະພາຄສະເຫວີຍສຳເລັດ ເອົາພຣະຫັຕຖ໌ອອກຈາກບາຕແລ້ວ ສັຈຈະກະນິຄົນຖ໌ ຈຶ່ງຖືເອົາອາສະນະຕ່ຳ ນັ່ງນະ ທີ່ຄວນສ່ວນຂ້າງໜຶ່ງໄດ້ທູນວ່າ ຂ້າແຕ່ພຣະໂຄດົມ ! ຂໍບຸນແລະຜົລບຸນໃນທານນີ້ ຈົ່ງມີເພື່ອຄວາມສຸຂແກ່ທາຍົກທັງຫຼາຍເຖີ້ນ.

ອັກຄິເວສສະນະ ! ບຸນຍ໌ແລະຜົລບຸນຍ໌ໃນທານນີ້ ອາໄສທັກຂິເນີຍຍະບຸກຄົນທີ່ຍັງບໍ່ສິ້ນຣາຄະ ໂທສະ ໂມຫະ ເຊັ່ນກັບທ່ານຈັກມີແກ່ທາຍົກທັງຫຼາຍ ສ່ວນບຸນຍ໌ແລະຜົລບຸນຍ໌ອາໄສທັກຂິເນີຍຍະບຸກຄົນ ທີ່ສິ້ນຣາຄະ ໂທສະ ໂມຫະ ເຊັ່ນກັບເຮົາ ຈັກມີແກ່ທ່ານ ດັ່ງນີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຮັບທານ ກັບຜົລທີ່ໄດ້ (ນັຍທີ ໒) ໕໓

- ບາລີ ຕິກ. ອັງ. ໒໐/໓໑໘/໕໓໙.

ພິກຂຸທັງຫຼາຍ ! ຜ້າຕໍ່າດ້ວຍເປືອກປໍ ເຖິງຈະຍັງໃໝ່ຢູ່ສີກໍບໍ່ງາມ ນຸ່ງຫົ່ມເຂົ້າກໍເຈັບເນື້ອຄີງ ລາຄາກໍຖືກ ເຖິງແມ່ນຈະກາງ ໃໝ່ກາງເກົ່າແລ້ວ ສີກໍຍັງບໍ່ງາມ ນຸ່ງຫົ່ມເຂົ້າກໍຍັງເຈັບເນື້ອຄີງ ລາຄາກໍຖືກຫຼາຍ ແມ່ນຈະເກົ່າຜຸ່່ຍແລ້ວ ສີກໍຍັງບໍ່ງາມ ນຸ່ງຫົ່ມເຂົ້າກໍຍັງເຈັບເນື້ອຄີງ ລາຄາກໍຖືກຫຼາຍຢູ່ນັ່ນເອງ ຜ້າເປືອກປໍທີ່ເກົ່າຜຸ່ຍແລ້ວ ມີແຕ່ຈະຖືກໃຊ້ເຊັດໝໍ້ເຂົ້າ ຫຼືຖິ້ມຢູ່ຕາມກອງຂີ້ເຫຍື້ອເສດ ນີ້ເຊັ່ນໃດ.

ພິກຂຸທັງຫຼາຍ ! ພິກຂຸທີ່ທຸສີລ ມີຄວາມເປັນຢູ່ຊົ່ວຊາມກໍແນວນັ້ນຄືກັນ ແມ່ນຫາກໍບວຊໃໝ່ ເຮົາກໍກ່າວວ່າ ມີຜິວພັນບໍ່ງາມ ເໝືອນຜ້າເປືອກປໍ ທີ່ມີສີບໍ່ງາມນັ້ນນັ້ນແຫຼະ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ຊົນເຫຼົ່າໃດ ຄົບຫາສະມາຄົມ ເຂົ້າໃກ້ ທຳຕາມແບບຢ່າງຂອງພິກຂຸນັ້ນ ຂໍ້ນັ້ນ ຈະເປັນທາງໃຫ້ເກີດສິ່ງອັນບໍ່ເປັນປະໂຍຊນ໌ ເປັນທຸກຂ໌ແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານເຮົາຈຶ່ງກ່າວພິກຂຸນັ້ນວ່າ ໃຜໃກ້ຊິດເຂົ້າກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມເຂົ້າກໍເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ພິກຂຸນັ້ນ ຮັບຈີວອຣ ບິນດະບາຕ ເສນາສະນະ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ແລະຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດຂອງຊົນເຫຼົ່າໃດທານນັ້ນຍ່ອມບໍ່ມີຜົລໃຫຍ່ ບໍ່ມີອານິສົງສ໌ໃຫຍ່ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸນັ້ນວ່າ ມີຄ່າໜ້ອຍ ເໝືອນຜ້າເປືອກປໍ ມີລາຄາຖືກ ສະນັ້ນເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.

ພິກຂຸທັງຫຼາຍ ! ແມ່ນວ່າພິກຂຸ ມັຊຊິມະພູມ (ຍັງບໍ່ເປັນເຖຣະ) ເມື່ອເປັນຄົນທຸສີລ ມີຄວາມເປັນຢູ່ຕໍ່າຊາມ ກໍເປັນຢ່າງດຽວກັນ ເຮົາກ່າວວ່າ ມີຜິວພັນບໍ່ງາມ ເໝືອນຜ້າເປືອກປໍ ທີ່ມີສີບໍ່ງາມນັ້ນນັ້ນແຫຼະ ເຮົາກ່າວພິກຂຸນີ້ວ່າມີຜ້າເປືອກປໍເປັນຄູ່ປຽບທຽບ.

ອັນໜຶ່ງ ຊົນເຫຼົ່າໃດ ຄົບຫາສະມາຄົມ ເຂົ້າໃກ້ ທຳຕາມແບບຢ່າງຂອງພິກຂຸນັ້ນ ຂໍ້ນັ້ນ ຈະເປັນທາງໃຫ້ເກີດສິ່ງອັນບໍ່ເປັນປະໂຍຊນ໌ ເປັນທຸກຂ໌ແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານ ເຮົາຈຶ່ງກ່າວພິກຂຸນັ້ນວ່າ ໃຜໃກ້ຊິດເຂົ້າ ກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມເຂົ້າກໍເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າມີຜ້າເປືອກປໍເປັນຄູ່ປຽບທຽບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ