ຄູ່ມືໂສດາບັນ

ໜ້າ/ 82

ຄະຫະບໍດີ ! ອະຣິຍະຍາຍະທັມ໑ ນີ້ແລ ເປັນທັມທີ່ອະຣິຍະສາວົກນັ້ນເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ.

ຄະຫະບໍດີ ! ໃນກາລໃດແລ ພັຍເວຣ ໕ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວດ້ວຍ, ອະຣິຍະສາວົກເປັນຜູ້ປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ເຫຼົ່ານີ້ ດ້ວຍ, ອະຣິຍະຍາຍະທັມນີ້ ເປັນທັມອັນອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາດ້ວຍ; ໃນກາລນັ້ນ ອະຣິຍະສາວົກນັ້ນປາຖນາຢູ່ ກໍພະຍາກອນຕົນ ດ້ວຍຕົນນັ້ນແຫຼະວ່າ

໑. ເບິ່ງຄຳອະທິບາຍຄວາມໝາຍຂອງຄຳນີ້ໂດຍລະອຽດໄດ້ໃນໝວດ

“ທັມມະແວດລ້ອມ” ໃນຫົວຂໍ້ທີ່ ໓໑ ໜ້າ ໑໒໙.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດເດຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ) ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.

ໝາຍເຫຕຜູ້ລວບລວມ : ຍັງມີສູຕອີກສູຕໜຶ່ງຂໍ້ຄວາມຢ່າງດຽວກັນກັບສູຕນີ້ ຜິດກັນແຕ່ພຽງຕຣັສແກ່ພິກຂຸທັງຫຼາຍແທນທີ່ຈະຕຣັສກັບອະນາຖະບິນດິກະຄະຫະບໍດີ, ຄື ສູຕທີ ໒ ແຫ່ງຄະຫະປະຕິວັຄ ອະພິສະມະຍະສັງຢຸຕ ນິທານ. ສັງ. ໑໖/໘໕/໑໕໖. ແລະຍັງມີສູຕອີກສູຕໜຶ່ງ (ເວຣະສູຕທີ ໒ ອຸປາສະກະວັຄ ທສກ. ອັງ. ໒໔/໑໙໕/໙໒.) ມີເຄົ້າໂຄງແລະໃຈຄວາມຂອງສູຕຄືກັນກັບສູຕຂ້າງເທິງນີ້ ຕ່າງກັນແຕ່ພຽງໃນສູຕນັ້ນມີຄຳວ່າ “ຍ່ອມພິຈາຣະນາເຫັນໂດຍປະຈັກແຈ້ງ” ແທນຄຳວ່າ “ຍ່ອມຝຶກໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງປະຕິຈຈະສະມຸບບາດນັ້ນແລ” ແຫ່ງສູຕຂ້າງເທິງນີ້ ເທົ່ານັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະໂສດາບັນ ຮູ້ຈັກປັນຈຸປາທານຂັນທ໌ ໐໖

- ບາລີ ຂັນທ. ສັງ. ໑໗/໑໙໖/໒໙໖.

ພິກຂຸທັງຫຼາຍ ! ເມື່ອໃດແລ ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້

ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ,

ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ຂອງອຸປາທານຂັນທ໌ຫ້າ,

ຮູ້ຈັກຣົສຍົວະຍວນຂອງອຸປາທານຂັນທ໌ຫ້າ,

ຮູ້ຈັກໂທດອັນໂຫດຮ້າຍຂອງອຸປາທານຂັນທ໌ຫ້າ,

ຮູ້ຈັກອຸບາຍທີ່ໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ເສຍຕາມທີ່ຖືກທີ່ຈິງ;

ພິກຂຸທັງຫຼາຍ ! ເມື່ອນັ້ນແຫຼະ ສາວົກຂອງພຣະອະຣິຍະເຈົ້າຜູ້ນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳ ເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະໂສດາບັນ ຮູ້ຈັກອິນຊີຫົກ ໐໗

- ບາລີ ມະຫາວາຣ. ສັງ. ໑໙/໒໗໑/໑໐໒-໙໐໓.

ພິກຂຸທັງຫຼາຍ ! ອິນຊີ໑ ໖ ຢ່າງເຫຼົ່ານີ້ ມີຢູ່.

໖ ຢ່າງອັນໃດໜໍ ? ໖ ຢ່າງ ຄື: -

ຈັກຂຸນຊີ ໂສຕິນຊີ

ຄານິນຊີ ຊິວຫິນຊີ

ກາຍິນຊີ ມະນິນຊີ

ພິກຂຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາ

ຮູ້ຈັກຄວາມກໍ່ຂຶ້ນແຫ່ງອິນຊີທັງຫົກເຫຼົ່ານີ້,

ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ແຫ່ງອິນຊີທັງຫົກເຫຼົ່ານີ້,

ຮູ້ຈັກຣົສອັນຍົວະຍວນຂອງອິນຊີທັງຫົກເຫຼົ່ານີ້,

ຮູ້ຈັກໂທດອັນໂຫດຮ້າຍຂອງອິນຊີທັງຫົກເຫຼົ່ານີ້,

ຮູ້ຈັກອຸບາຍທີ່ໄປໃຫ້ພົ້ນອິນຊີທັງຫົກເຫຼົ່ານີ້,

ຕາມທີ່ຖືກ ທີ່ຈິງ;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ