ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ຄວາມອັນຕະທານຂອງສຸຕຕັນຕະເຫຼົ່ານັ້ນທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ຈັກມີໄດ້ດ້ວຍອາການຢ່າງນີ້ແລ.
- ບາລີ ນິທານ. ສັງ. ໑໖/໓໑໑/໖໗໒-໓.
ພິກຂຸທັງຫຼາຍ ! ພວກພິກຂຸບໍຣິສັດໃນກໍລະນີນີ້ ສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ.
ພິກຂຸທັງຫຼາຍ ! ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ
ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ຈຶ່ງພາກັນຮ່ຳຮຽນ ຊັກຖາມ ທວນຖາມແກ່ກັນແລະກັນຢູ່ວ່າ ຂໍ້ນີ້ເປັນຢ່າງໃດ ມີຄວາມ ໝາຍຈັກນັຍຍະ ດັ່ງນີ້ ດ້ວຍການກະທຳດັ່ງນີ້ ເຂົາຍ່ອມເປີດທັມທີ່ຖືກປົກປິດໄວ້ໄດ້ ທັມທີ່ຍັງບໍ່ປາກົດ ເຂົາກໍເຮັດໃຫ້ປາກົດໄດ້ ຄວາມສົງສັຍໃນທັມຫຼາຍປະການທີ່ໜ້າສົງສັຍ ເຂົາກໍບັນເທົາລົງໄດ້.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ເປັນຄຳຂອງຕະຖາຄົຕ (ຕະຖາຄະຕະພາສິຕາ) ເປັນຂໍ້ຄວາມເລິກ (ຄັມພີຣາ) ມີຄວາມໝາຍເລິກເຊິ່ງ (ຄັມພີຣັຕຖາ) ເປັນຊັ້ນໂລກຸຕຕະຣະ (ໂລກຸຕຕະຣາ) ວ່າສະເພາະດ້ວຍເລື່ອງສຸນຍະຕາ (ສຸນຍະຕະປະຕິສັງຢຸຕຕາ) ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ. ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່
ເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງແລະສຳຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາຮໍ່າຮຽນທັມທີ່ນັກກະວີແຕ່ງ ໃໝ່ນັ້ນແລ້ວ ກໍບໍ່ຊັກຖາມທວນຖາມແກ່ກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍ ແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍ ຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ ເປັນແນວໃດໜໍ ?








