ຄູ່ມືໂສດາບັນ
ໜ້າ/ 82
ຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ທັມມະຍານ (ຍານໃນທັມ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນ ຍ່ອມນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະ
ຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງ ຊຶ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງ ເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ອັນນະວະຍະຍານ (ຍານໃນການຮູ້ຕາມ).
ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານແລະ
ອັນນະວະຍະຍານເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດບໍຣິສຸດ ຜ່ອງໃສ ໃນກາລໃດ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ !
ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ໝົດຄວາມສົງໄສ (ພຣະໂສດາບັນ)
ໃນກໍລະນີຂອງຄວາມເຫັນ
ທີ່ເປັນໄປໃນລັກສະນະຢຶດຖືຕົວຕົນ ໑໙
- ບາລີ ຂັນທ. ສັງ. ໑໗/໒໔໘-໒໕໐/໔໑໗-໔໑໘.
ພິກຂຸທັງຫຼາຍ ! ເມື່ອອັນໃດມີຢູ່ໜໍ ເພາະເຂົ້າໄປຢຶດຖືຊຶ່ງອັນໃດ ເພາະປັກໃຈເຂົ້າໄປສູ່ອັນໃດ ທິຕຖິຈຶ່ງເກີດຂຶ້ນຈົນເຖິງກັບວ່າ “ລົມກໍບໍ່ພັດ ແມ່ນ້ຳກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພະຈັນແລະພະອາທິຕກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້ ?








