ຄູ່ມືໂສດາບັນ
ໜ້າ/ 82
໑. ຍານ ຄື ຄວາມຮູ້ວ່າ ເພາະມີສັງຂາຣເປັນປັຈຈັຍ
ຈຶ່ງມີວິນຍານ;
໒. ຍານ ຄື ຄວາມຮູ້ວ່າ ເມື່ອສັງຂາຣທັງຫຼາຍບໍ່ມີ
ວິນຍານ ຍ່ອມບໍ່ມີ;
໓. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
໔. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ
ເມື່ອສັງຂາຣທັງຫຼາຍບໍ່ມີ ວິນຍານຍ່ອມບໍ່ມີ;
໕. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
໖. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ
ເມື່ອສັງຂາຣທັງຫຼາຍບໍ່ມີ ວິນຍານຍ່ອມບໍ່ມີ;
໗. ຍານ ຄື ຄວາມຮູ້ວ່າ ແມ່ນ ທັມມັຕຖິຕິຍານ ໃນກໍລະນີນີ້
ກໍມີຄວາມສິ້ນໄປ ເສື່ອມໄປ ຈາງໄປ ດັບໄປ ເປັນທຳມະດາ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
(ໝວດທີ່ ໑໑)
໑. ຍານ ຄື ຄວາມຮູ້ວ່າ ເພາະມີອະວິຊຊາເປັນປັຈຈັຍ
ຈຶ່ງມີສັງຂາຣທັງຫຼາຍ;
໒. ຍານ ຄື ຄວາມຮູ້ວ່າ ເມື່ອອະວິຊຊາບໍ່ມີ ສັງຂາຣທັງຫຼາຍ
ຍ່ອມບໍ່ມີ;
໓. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
໔. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະດີຕ
ເມື່ອອະວິຊຊາບໍ່ມີ ສັງຂາຣທັງຫຼາຍຍ່ອມບໍ່ມີ;
໕. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
໖. ຍານ ຄື ຄວາມຮູ້ວ່າ ແມ່ນໃນກາລຍືດຍາວນານຝ່າຍອະນາຄົຕ
ເມື່ອອະວິຊຊາບໍ່ມີ ສັງຂາຣທັງຫຼາຍຍ່ອມບໍ່ມີ;
໗. ຍານ ຄື ຄວາມຮູ້ວ່າ ແມ່ນ ທັມມັຕຖິຕິຍານ ໃນກໍລະນີນີ້
ກໍມີຄວາມສິ້ນໄປ ເສື່ອມໄປ ຈາງໄປ ດັບໄປ ເປັນທຳມະດາ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ ເອີ້ນວ່າ ຍານວັຕຖຸ ໗໗ ຢ່າງ ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ມີທັມມະຍານແລະອັນນະວະຍະຍານ
(ພຣະໂສດາບັນ) ໑໘
- ບາລີ ນິທານ. ສັງ. ໑໖/໖໘-໗໑/໑໒໐-໑໒໕.
ພິກຂຸທັງຫຼາຍ ! ກໍ ຊະຣາມໍຣະນະ ເປັນແນວໃດໜໍ ?
ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປໆ ແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທຳກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄື ຊີວິຕ ຈາກສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ້ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊະຣາມໍຣະນະ.
ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະ
ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງ ຊຶ່ງ








