ຄູ່ມືໂສດາບັນ
ໜ້າ/ 82
ຍ່ອມມາຮູ້ທົ່ວເຖິງຊຶ່ງທັມ ອັນເປັນປັຈຈັຍ (ເຫຕ) ວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງເຫຕແຫ່ງທັມ ອັນເປັນປັຈຈັຍວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທັມອັນເປັນປັຈຈັຍ ວ່າເປັນຢ່າງນີ້ໆ; ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທັມອັນເປັນປັຈຈັຍ ວ່າເປັນຢ່າງນີ້ໆ ດັ່ງນີ້;
ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນ ຄື ຜູ້ເຫັນແຈ້ງລາຍລະອຽດ
ແຕ່ລະສາຍຂອງປະຕິຈຈະສະມຸບບາດຕະຫຼອດທັງສາຍ
ໂດຍນັຍແຫ່ງອະຣິຍະສັຈສີ່ (ເຫັນຕະຫຼອດສາຍ ນັຍທີສອງ) ໑໕
- ບາລີ ນິທານ. ສັງ. ໑໖/໕໑-໕໓/໙໑-໙໓.
ພິກຂຸທັງຫລາຍ ! ພິກຂຸໃນທັມວິນັຍນີ້
ຍ່ອມຮູ້ທົ່ວເຖິງຊຶ່ງ ຊະຣາມໍຣະນະ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດ ສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ;
ຍ່ອມຮູ້ທົ່ວເຖິງຊຶ່ງ ຊາຕ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ;
ຍ່ອມຮູ້ທົ່ວເຖິງຊຶ່ງ ພົບ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງພົບ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງພົບ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຍ່ອມຮູ້ທົ່ວເຖິງຊຶ່ງ ອຸປາທານ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງອຸປາທານ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງອຸປາທານ;
ຍ່ອມຮູ້ທົ່ວເຖິງຊຶ່ງ ຕັນຫາ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຕັນຫາ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຕັນຫາ;
ຍ່ອມຮູ້ທົ່ວເຖິງຊຶ່ງ ເວທະນາ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງເວທະນາ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ;
ຍ່ອມຮູ້ທົ່ວເຖິງຊຶ່ງ ຜັສສະ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຜັສສະ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຜັສສະ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








