ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ອາສະວັຕຖານິຍະທັມບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ຕາບເທົ່າທີ່ສົງຄ໌ຍັງບໍ່ເຖິງຄວາມເປັນໝູ່ໃຫຍ່, ເມື່ອໃດສົງຄ໌ເຖິງຄວາມເປັນໝູ່ໃຫຍ່ ອາສະວັຕຖານິຍະທັມບາງຢ່າງຈຶ່ງເກີດຂຶ້ນໃນສົງຄ໌ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ອາສະວັຕຖານິຍະທັມບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ຕາບເທົ່າທີ່ສົງຄ໌ຍັງບໍ່ເຖິງຄວາມເປັນຜູ້ເລີດດ້ວຍລາພ, ເມື່ອໃດສົງຄ໌ເຖິງຄວາມເປັນຜູ້ເລີດດ້ວຍລາພ ອາສະວັຕຖານິຍະທັມບາງຢ່າງຈຶ່ງເກີດຂຶ້ນໃນສົງຄ໌ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ອາສະວັຕຖານິຍະທັມບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ຕາບເທົ່າທີ່ສົງຄ໌ຍັງບໍ່ເຖິງຄວາມເປັນຜູ້ເລີດດ້ວຍຍົສ, ເມື່ອໃດສົງຄ໌ເຖິງຄວາມເປັນຜູ້ເລີດດ້ວຍຍົສ ອາສະວັຕຖານິຍະທັມບາງຢ່າງຈຶ່ງເກີດຂຶ້ນໃນສົງຄ໌ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ອາສະວັຕຖານິຍະທັມບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ຕາບເທົ່າທີ່ສົງຄ໌ຍັງບໍ່ເຖິງຄວາມເປັນພະຫູສູຕ, ເມື່ອໃດສົງຄ໌ເຖິງຄວາມເປັນພະຫູສູຕ ອາສະວັຕຖານິຍະທັມບາງຢ່າງຈຶ່ງເກີດຂຶ້ນໃນສົງຄ໌ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ອາສະວັຕຖານິຍະທັມບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ຕາບເທົ່າທີ່ສົງຄ໌ຍັງບໍ່ເຖິງຄວາມເປັນຣັຕຕັນຍູ ເມື່ອໃດສົງຄ໌ເຖິງຄວາມເປັນຣັຕຕັນຍູ ອາສະວັຕຖານິຍະທັມບາງຢ່າງຈຶ່ງເກີດຂຶ້ນໃນສົງຄ໌ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ພັທທາລິ! ໃນສມັຍທີ່ເຮົາສະແດງທັມປະຣິຍາຍປຽບດ້ວຍມ້າອາຊາໄນໜຸ່ມແກ່ພວກເຈົ້າທັງຫລາຍ ໃນສມັຍນັ້ນ ພວກເຈົ້າທັງຫລາຍຍັງມີຈຳນວນໜ້ອຍ. ພັທທາລິ ເຈົ້າຍັງຣະນຶກເຖິງທັມປະຣິຍາຍນັ້ນໄດ້ຢູ່ຫລື?

ຂ້ານ້ອຍຣະນຶກເຖິງທັມປະຣິຍາຍນັ້ນບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ໃນກາຣຣະນຶກບໍ່ໄດ້ນັ້ນ ເຈົ້າອາສັຍອັນໃດເປັນເຫຕໜໍ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຄົງເປັນເພາະຂ້ານ້ອຍນັ້ນບໍ່ໄດ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາເປັນເວລານານແນ່ນອນ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ຄວາມເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂານີ້ ຈະເປັນເຫຕເປັນປັຈຈັຍຫາບໍ່ໄດ້, ເຮົາກຳນົດຮູ້ດ້ວຍໃຈ ແລະຮູ້ເຈົ້າມານານແລ້ວວ່າ ໂມຄະບຸຣຸສນີ້ ເມື່ອເຮົາສະແດງທັມຢູ່ ບໍ່ຕັ້ງໃຈ ບໍ່ໃສ່ໃຈ ບໍ່ສັງຣວມໃຈ ບໍ່ງ່ຽງໂສຕະລົງຟັງທັມ ແຕ່ເຮົາກໍຈັກສະແດງທັມປະຣິຍາຍປຽບດ້ວຍມ້າອາຊາໄນໜຸ່ມແກ່ເຈົ້າອີກ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.

ທ່ານພຣະພັທທາລິທູລຮັບພຣະດຳຣັສພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ພັທທາລິ! ປຽບເໝືອນນາຍສາຣະຖີຝຶກມ້າຜູ້ຊຳນານ ໄດ້ມ້າອາຊາໄນໂຕງາມມາແລ້ວ ເລີ່ມຕົ້ນ ຝຶກໃຫ້ຮູ້ເຫຕໃນກາຣໃສ່ບັງຫຽນ ເມື່ອນາຍສາຣະຖີກຳລັງຝຶກໃຫ້ມັນຮູ້ເຫຕໃນກາຣໃສ່ບັງຫຽນ ມັນກໍພະຍົສ ສະບັດ ດິ້ນຣົນ ຢ່າງໃດຢ່າງໜຶ່ງ ເໝືອນມ້າທີ່ຍັງບໍ່ເຄີຍຝຶກ ມ້ານັ້ນໝົດພະຍົສໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ. ມ້າອາຊາໄນໂຕງາມໝົດພະຍົສລົງໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ.

ເມື່ອມ້າອາຊາໄນໂຕງາມໝົດພະຍົສລົງໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ ນາຍສາຣະຖີຝຶກມ້າກໍຈະຝຶກໃຫ້ມັນຮູ້ເຫຕຍິ່ງຂຶ້ນໄປໃນກາຣທຽມແອກ ເມື່ອນາຍສາຣະຖີຝຶກໃຫ້ມັນຮູ້ເຫຕໃນກາຣທຽມແອກ ມັນກໍພະຍົສ ສະບັດ ດິ້ນຣົນ ຢ່າງໃດຢ່າງໜຶ່ງ ເໝືອນມ້າທີ່ຍັງບໍ່ເຄີຍຝຶກ ມ້ານັ້ນໝົດພະຍົສໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ. ມ້າອາຊາໄນໂຕງາມໝົດພະຍົສລົງໄດ້ເພາະໄດ້ຮັບກາຣຝຶກເລື້ອຍໆ ເພາະນາຍສາຣະຖີຝຶກໃຫ້ຮູ້ໂດຍລຳດັບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ