ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ເມື່ອພຣາມນ໌ໂສນະທັນດະກ່າວຢ່າງນີ້ແລ້ວ ພວກພຣາມນ໌ເຫລົ່ານັ້ນໄດ້ກ່າວວ່າ ທ່ານໂສນະທັນດະກ່າວຊົມພຣະສະມະນະໂຄຕະມະເຖິງພຽງນີ້ ເຖິງຫາກທ່ານພຣະໂຄຕະມະ ພຣະອົງຄ໌ນັ້ນຈະປະທັບຢູ່ໄກຈາກທີ່ນີ້ຕັ້ງຮ້ອຍໂຍຊນ໌ ກໍຄວນແທ້ທີ່ກຸລະບຸຕຜູ້ມີສັທທາຈະໄປເຝົ້າ ເຖິງວ່າຈະຕ້ອງນຳສະບຽງໄປກໍຄວນ.
ພຣາມນ໌ໂສນະທັນດະກ່າວວ່າ ທ່ານທັງຫລາຍ ຖ້າເຊັ່ນນັ້ນ ພວກເຮົາທັງໝົດຈັກໄປເຝົ້າພຣະສະມະນະໂຄຕະມະ.
ລຳດັບນັ້ນ ພຣາມນ໌ໂສນະທັນດະພ້ອມດ້ວຍຄະນະພຣາມນ໌ໝູ່ໃຫຍ່ໄປເຖິງສະໂບກຂະຣະນີຄັຄຄຣາ ເມື່ອຜ່ານພົ້ນຣາວປ່າໄປແລ້ວ ໄດ້ເກີດຄວາມປະຣິວິຕົກຂຶ້ນຢ່າງນີ້ວ່າ ຖ້າເຮົາຈະຖາມບັນຫາກັບພຣະສະມະນະໂຄຕະມະ ຫາກພຣະອົງຄ໌ຈະຕຣັສກັບເຮົາຢ່າງນີ້ວ່າ ພຣາມນ໌ ບັນຫາຂໍ້ນີ້ ທ່ານບໍ່ຄວນຖາມຢ່າງນັ້ນ ທີ່ຖືກຕ້ອງ ທ່ານຄວນຖາມຢ່າງນີ້ ດັ່ງນີ້, ບໍຣິສັທນີ້ຈະດູໝິ່ນເຮົາໄດ້ດ້ວຍເຫຕນັ້ນວ່າ ພຣາມນ໌ໂສນະທັນດະເປັນຄົນໂງ່ ບໍ່ສລາດ ບໍ່ສາມາດຖາມບັນຫາໂດຍແຍບຄາຍກັບພຣະສະມະນະໂຄຕະມະໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສກໍຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສເຮົາຈຶ່ງມີໂພຄະສົມບັຕ. ຖ້າພຣະສະມະນະໂຄຕະມະຈະຕຣັສຖາມບັນຫາກັບເຮົາ ແລະເຮົາແກ້ບໍ່ຖືກພຣະທັຍ ຖ້າພຣະອົງຄ໌ຈະຕຣັສກັບເຮົາຢ່າງນີ້ວ່າ ພຣາມນ໌ ບັນຫາຂໍ້ນີ້ ທ່ານບໍ່ຄວນແກ້ຢ່າງນັ້ນ ທີ່ຖືກຕ້ອງ ທ່ານຄວນແກ້ຢ່າງນີ້ ດັ່ງນີ້, ບໍຣິສັທນີ້ຈະດູໝິ່ນເຮົາໄດ້ດ້ວຍເຫຕນັ້ນວ່າ ພຣາມນ໌ໂສນະທັນດະເປັນຄົນໂງ່ ບໍ່ສລາດ ບໍ່ສາມາດແກ້ບັນຫາໃຫ້ຖືກພຣະທັຍພຣະສະມະນະໂຄຕະມະໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສກໍຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສເຮົາຈຶ່ງມີໂພຄະສົມບັຕ. ອີກຢ່າງໜຶ່ງ ເຮົາເຂົ້າມາໃກ້ເຖິງພຽງນີ້ແລ້ວຍັງບໍ່ໄດ້ເຝົ້າພຣະສະມະນະໂຄຕະມະຈະກັບໄປເສຍ ບໍຣິສັທນີ້ຈະດູໝິ່ນເຮົາໄດ້ດ້ວຍເຫຕນັ້ນວ່າ ພຣາມນ໌ໂສນະທັນດະເປັນຄົນໂງ່ ບໍ່ສລາດ ບໍ່ສາມາດເຂົ້າເຝົ້າພຣະສະມະນະໂຄຕະມະໄດ້ ເຂົ້າມາໃກ້ເຖິງພຽງນີ້ແລ້ວ ຍັງບໍ່ທັນເຂົ້າເຝົ້າ ເຫຕໃດຈຶ່ງກັບເສຍ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສກໍຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສເຮົາຈຶ່ງມີໂພຄະສົມບັຕ.
ລຳດັບນັ້ນ ພຣາມນ໌ໂສນະທັນດະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ. ຝ່າຍພຣາມນ໌ແລະຄະຫະບໍດີຊາວນະຄອຣຈັມປາ ບາງພວກກໍຖວາຍອະພິວາທ ບາງພວກກໍປຣາສັຍ ບາງພວກກໍປະນົມມືອັນຊະລີໄປທາງພຣະຜູ້ມີພຣະພາຄ ບາງພວກກໍປະກາສຊື່ແລະໂຄຕ ບາງພວກກໍນິ້ງຢູ່ ແລ້ວກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ຍິນວ່າ ໃນຂະນະນັ້ນ ພຣາມນ໌ໂສນະທັນດະນັ່ງຄິດເຖິງແຕ່ເຣື່ອງນັ້ນວ່າ ຖ້າເຮົາຈະຖາມບັນຫາກັບພຣະສະມະນະໂຄຕະມະ ຫາກພຣະອົງຄ໌ຈະຕຣັສກັບເຮົາຢ່າງນີ້ວ່າ ພຣາມນ໌ ບັນຫາຂໍ້ນີ້ ທ່ານບໍ່ຄວນຖາມຢ່າງນັ້ນ ທີ່ຖືກຕ້ອງ ທ່ານຄວນຖາມຢ່າງນີ້ ດັ່ງນີ້, ບໍຣິສັທນີ້ຈະດູ ໝິ່ນເຮົາໄດ້ດ້ວຍເຫຕນັ້ນວ່າ ພຣາມນ໌ໂສນະທັນດະເປັນຄົນໂງ່ ບໍ່ສລາດ ບໍ່ສາມາດຖາມບັນຫາໂດຍແຍບຄາຍກັບພຣະສະມະນະໂຄຕະມະໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສກໍຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສເຮົາຈຶ່ງມີໂພຄະສົມບັຕ ຖ້າພຣະສະມະນະໂຄຕະມະຈະຕຣັສຖາມບັນຫາກັບເຮົາ ແລະເຮົາແກ້ບໍ່ຖືກພຣະທັຍ ຖ້າພຣະອົງຄ໌ຈະຕຣັສກັບເຮົາຢ່າງນີ້ວ່າ ພຣາມນ໌ ບັນຫາຂໍ້ນີ້ ທ່ານບໍ່ຄວນແກ້ຢ່າງນັ້ນ ທີ່ຖືກຕ້ອງ ທ່ານຄວນແກ້ຢ່າງນີ້ ດັ່ງນີ້, ບໍຣິສັທນີ້ຈະດູໝິ່ນເຮົາໄດ້ດ້ວຍເຫຕນັ້ນວ່າ ພຣາມນ໌ໂສນະທັນດະເປັນຄົນໂງ່ ບໍ່ສລາດ ບໍ່ສາມາດແກ້ບັນຫາໃຫ້ຖືກພຣະທັຍພຣະສະມະນະໂຄຕະມະໄດ້ ຜູ້ທີ່ຖືກບໍຣິສັທດູໝິ່ນຍ່ອມເສື່ອມຍົສ ຜູ້ເສື່ອມຍົສກໍຍ່ອມເສື່ອມໂພຄະສົມບັຕ ເພາະໄດ້ຍົສເຮົາຈຶ່ງມີໂພຄະສົມບັຕ. ຂໍພຣະສະມະນະໂຄຕະມະຈົ່ງໄດ້ຕຣັສຖາມບັນຫາໃນເຣື່ອງໄຕຣວິຊຊາອັນເປັນຂອງອາຈາຣຍ໌ເຮົາ ເຮົາຈະແກ້ໃຫ້ຖືກພຣະທັຍໄດ້ແນ່ນອນ.








