ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຍາມາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.
ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຕຸສິຕາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕຸສິຕາ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕຸສິຕາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.
ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນນິມມານະຣະຕີມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະຕີ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະຕີ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.
ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນປະຣະນິມມິຕະວະສະວັຕຕີມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັຕຕີ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັຕຕີ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມ ປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.








