ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສສັ່ງກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຫຕແຫ່ງຄວາມປາກົຕຕາມສະພາບຂອງນາຄມີ ໒ ປະກາຣນີ້ຄື ເວລາເສພເມຖຸນທັມກັບນາງນາຄຜູ້ມີຊາຕສະເໝີກັນ ໑, ເວລາວາງໃຈນອນຫລັບ ໑, ພິກຂຸທັງ ຫລາຍ ເຫຕແຫ່ງຄວາມປາກົຕຕາມສະພາບຂອງນາຄ ໒ ປະກາຣນີ້ແລ.

ພິກຂຸທັງຫລາຍ! ອະນຸປະສັມບັນຜູ້ເປັນສັຕດິຣັຈສານ ພິກຂຸບໍ່ຄວນໃຫ້ອຸປະສົມບົທ ທີ່ອຸປະສົມບົທແລ້ວ ຕ້ອງໃຫ້ສິກເສຍ.

ວິນັຍປິດົກ ມະຫາວັຄ ພາຄ ໑ ເຫລັ້ມ ໔/໑໔໓-໑໔໔/໑໒໗

ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ

ພິກຂຸທັງຫລາຍ! ເຫຕເກີດຂຶ້ນແຫ່ງທານ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລືພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັຕມະຫາສາລ ພຣາມນ໌ມະຫາສາລ ຫລືຄະຫະບໍດີມະຫາສາລ ຜູ້ເອີບອິ່ມພັ່ງພ້ອມບຳເຣີຢູ່ດ້ວຍກາມຄຸນ ໕ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັຕມະຫາສາລ ພຣາມນ໌ມະຫາສາລ ຫລືຄະຫະບໍດີມະຫາສາລ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ (ໂັງ ຈິຕຕັງ ປະທະຫະຕິ ຕັງ ຈິຕຕັງ ອະທິຕຖາຕິ ຕັງ ຈິຕຕັງ ພາເວຕິ ຕັສສະ ຕັງ ຈິຕຕັງ ຫີເນທິມຸຕຕັງ ອຸຕຕຣິງ ອະພາວິຕັງ) ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັຕມະຫາສາລ ພຣາມນ໌ມະຫາສາລ ຫລືຄະຫະບໍດີມະຫາສາລ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.

ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຈາຕຸມມະຫາຣາຊິກາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມມະຫາຣາຊິກາ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມມະຫາຣາຊິກາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.

ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟແກ່ສະມະນະຫລື ພຣາມນ໌ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຕາວະຕິງສາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕາວະຕິງສາ ເຂົາຕັ້ງຈິຕນັ້ນ ອະທິສຖານຈິຕນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕາວະຕິງສາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ