ຄະຣາວາສຊັ້ນເລີດ
ໜ້າ/ 41
- ບາລີ ມ. ມ. ໑໓/໑໒໘/໑໓໐.
ເມື່ອຈະກະທຳ
ຣາຫຸລ ! ເຈົ້າໃຝ່ຈະກະທຳກັມໃດດ້ວຍກາຍ ຈົ່ງພິຈາຣະນາກັມນັ້ນເສຍກ່ອນວ່າ “ກາຍະກັມທີ່ເຮົາໃຝ່ຈະກະທຳນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດ ບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼື ບໍ່ໜໍ ?” ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ແລ້ວ ເຈົ້າບໍ່ຄວນກະທຳກາຍະກັມຊະນິດນັ້ນໂດຍຖ້ວນດຽວ.
ຣາຫຸລ ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ “ກາຍະກັມ ທີ່ເຮົາໃຝ່ຈະກະທຳນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນກຳໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ.
ຣາຫຸລ ! ເຈົ້າຈົ່ງກະທໍາກາຍະກັມຊະນິດນັ້ນ.
ຄະຣາວາສຊັ້ນເລີດ
ເມື່ອກະທຳຢູ່
ຣາຫຸລ ! ເມື່ອເຈົ້າກະທຳກັມໃດດ້ວຍກາຍຢູ່ ຈົ່ງພິຈາຣະນາກັມນັ້ນວ່າ “ກາຍະກັມທີ່ເຮົາກຳລັງກະທຳຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼື ບໍ່ໜໍ ?” ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ແລ້ວ ເຈົ້າຈົ່ງເລີກລະກາຍະກັມຊະນິດນັ້ນເສຍ.
ຣາຫຸລ ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ “ກາຍະກັມ ທີ່ເຮົາກຳລັງກະທຳຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນກຳໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ.
ຣາຫຸລ ! ເຈົ້າຈົ່ງເລັ່ງເພີ່ມການກະທຳກາຍະກັມຊະນິດນັ້ນ.
ຄະຣາວາສຊັ້ນເລີດ
ເມື່ອກະທຳແລ້ວ
ຣາຫຸລ ! ເມື່ອເຈົ້າກະທຳກັມໃດດ້ວຍກາຍແລ້ວ ຈົ່ງພິຈາຣະນາກັມນັ້ນ ວ່າ “ກາຍະກັມທີ່ເຮົາກະທຳແລ້ວນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼື ບໍ່ໜໍ ?” ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ແລ້ວ ເຈົ້າຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍ ຊຶ່ງ ກາຍະກັມນັ້ນໃນພຣະສາສດາ ຫຼືໃນເພື່ອນສະພຣົມມະຈາຣີ ຜູ້ເປັນວິນຍູຊົນທັງຫຼາຍ, ຄັນສະແດງ ຄັນເປີດເຜີຍ ຄັນເຮັດໃຫ້ເປັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມລະວັງສັງວອນຕໍ່ໄປ.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຍະກັມ ທີ່ເຮົາກະທຳແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນກຳໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ.
ຄະຣາວາສຊັ້ນເລີດ
ຣາຫຸລ ! ເຈົ້າຈົ່ງຢູ່ດ້ວຍປີຕິແລະປາໂມຊ ຕາມສຶກສາໃນກຸສົລທັມທັງຫຼາຍຢູ່ ທັງກາງເວັນແລະກາງຄືນເທີ້ນ.
(ໃນກໍລະນີແຫ່ງ ວະຈີກັມ ແລະ ມະໂນກັມ ກໍຕຣັດໄວ້ໂດຍມີນັຍຢ່າງດຽວກັນ)
ຄະຣາວາສຊັ້ນເລີດ
ການບວດທີ່ໄຮ້ປະໂຍຊນ໌(ບໍ່ມີຜົລ) ໒໙
- ບາລີ ຂັນທ. ສັງ. ໑໗/໑໑໓/໑໖໗.
ພິກຂຸທັງຫຼາຍ ! ອາຊີບຕ່ຳທີ່ສຸດ ໃນບັນດາອາຊີບທັງຫຼາຍ ຄືການຂໍທານ.
ພິກຂຸທັງຫຼາຍ ! ຄຳສາບແຊ່ງທີ່ເຈັບຍິ່ງໃນໂລກນີ້ ຄື ຄຳສາບແຊ່ງວ່າ “ເຈົ້າຖືກະໂປະໃນມືທ່ຽວຂໍທານເທີ້ນ” ດັ່ງນີ້.








