ຄະຣາວາສຊັ້ນເລີດ
ໜ້າ/ 41
ພິກຂຸທັງຫຼາຍ ! ສັມຜັບປະລາປະ (ຄຳໂລເລ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.
ວິບາກແຫ່ງສັມຜັບປະລາປະ ຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ວາຈາທີ່ບໍ່ມີໃຜເຊື່ອຖື.
ພິກຂຸທັງຫຼາຍ ! ການດື່ມນ້ຳເມົາຄືສຸຣາແລະເມຣັຍ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕວິສັຍ.
ວິບາກແຫ່ງການດື່ມນ້ຳເມົາ ຄືສຸຣາ ແລະເມຣັຍຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ຄວາມເປັນບ້າ (ອຸມມັຕຕະກະ).
ຄະຣາວາສຊັ້ນເລີດ
ສະຫຼາດໃນເລື່ອງກັມ ໒໗
- ບາລີ ມ. ມ. ໑໓/໖໔໔/໗໐໗.
ວາເສຕຖະ ! ກໍໃນໝູ່ມະນຸສ ຜູ້ໃດອາໄສການຮັກສາງົວລ້ຽງຊີບ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນຊາວນາ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດລ້ຽງຊີວິຕດ້ວຍສິລະປະຫຼາຍຢ່າງ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນສິລະປິນ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດອາໄສການຄ້າຂາຍລ້ຽງຊີບ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນພໍ່ຄ້າ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດລ້ຽງຊີວິຕດ້ວຍການຮັບໃຊ້ຜູ້ອື່ນ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນຄົນຮັບໃຊ້ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດອາໄສຂອງທີ່ເຂົາບໍ່ໄດ້ໃຫ້ລ້ຽງຊີບ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນໂຈຣ ບໍ່ແມ່ນພຣາມ.
ຄະຣາວາສຊັ້ນເລີດ
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດອາໄສສາສຕຣາວຸດລ້ຽງຊີບ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນທະຫານ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດລ້ຽງຊີວິຕດ້ວຍການງານຂອງປຸໂຣຫິຕ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນເຈົ້າໜ້າທີ່ການບູຊາ ບໍ່ແມ່ນພຣາມ.
ວາເສຕຖະ ! ອັນໜຶ່ງ ໃນໝູ່ມະນຸສ ຜູ້ໃດປົກຄອງບ້ານແລະເມືອງ ເຈົ້າຈົ່ງຮູ້ຢ່າງນີ້ວ່າ ຜູ້ນັ້ນເປັນພຣະຣາຊາ ບໍ່ແມ່ນພຣາມ.
ແລະເຮົາບໍ່ຮຽກບຸກຄົນຜູ້ເກີດໃນກໍາເນີດໃດໆ ຫຼືເກີດຈາກມານດາວ່າເປັນພຣາມ ບຸກຄົນເຖິງຈະຮຽກກັນວ່າທ່ານຜູ້ຈະເຣີນ ຜູ້ນັ້ນກໍຍັງເປັນຜູ້ມີກິເລສເຄື່ອງກັງວົນຢູ່ນັ້ນເອງ.
ເຮົາຮຽກ ບຸກຄົນຜູ້ບໍ່ມີກິເລສເຄື່ອງກັງວົນ ຜູ້ບໍ່ຢຶດໝັ້ນ ນັ້ນວ່າເປັນພຣາມ ຜູ້ໃດແລຕັດສັງໂຍຊທັງປວງໄດ້ແລ້ວ ບໍ່ຕື່ນສະດຸ້ງ ເຮົາຮຽກຜູ້ນັ້ນຜູ້ຂ້າມກິເລສເຄື່ອງຂ້ອງ ບໍ່ປະກອບດ້ວຍສັບພະກິເລສ ວ່າເປັນພຣາມ...
ບຸກຄົນເປັນພຣາມເພາະຊາຕ (ກຳເນີດ) ກໍຫາບໍ່ໄດ້; ຈະບໍ່ແມ່ນພຣາມເພາະຊາຕ (ກຳເນີດ) ກໍຫາບໍ່ໄດ້:
ຄະຣາວາສຊັ້ນເລີດ
ບຸກຄົນເປັນພຣາມ ກໍເພາະກັມ;
ບໍ່ແມ່ນພຣາມ ກໍເພາະກັມ,
ບຸກຄົນເປັນຊາວນາ ກໍເພາະກັມ;
ເປັນສິລະປິນ ກໍເພາະກັມ,
ບຸກຄົນເປັນພໍ່ຄ້າ ກໍເພາະກັມ;
ເປັນຄົນຮັບໃຊ້ ກໍເພາະກັມ,
ບຸກຄົນແມ່ນແຕ່ເປັນໂຈຣ ກໍເພາະກັມ;
ເປັນນັກຮົບ ກໍເພາະກັມ,
ບຸກຄົນເປັນປຸໂຣຫິຕ ກໍເພາະກັມ;
ແມ່ນວ່າເປັນພຣະຣາຊາ ກໍເພາະກັມ,
ບັນດິຕທັງຫຼາຍຍ່ອມເຫັນຊຶ່ງກັມນັ້ນ ຕາມທີ່ເປັນຈິງຢ່າງນີ້. ຊື່ວ່າເປັນຜູ້ເຫັນ ຊຶ່ງປະຕິຈຈະສະມຸບບາດ ເປັນຜູ້ສະຫຼາດໃນເລື່ອງວິບາກແຫ່ງກັມ.
ໂລກຍ່ອມເປັນໄປຕາມກັມ ໝູ່ສັຕຍ່ອມເປັນໄປຕາມກັມ.ສັຕທັງຫຼາຍ ມີກັມເປັນເຄື່ອງຂຶງຮັດ ເໝືອນຫຼິ້ມ(ຫຼືນ໋ອດ)ຂັດທີ່ຢຶດລົດທີ່ກຳລັງແລ່ນໄປຢູ່.
ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ້ຮັບຜົລຂອງກັມນັ້ນ.
ຄະຣາວາສຊັ້ນເລີດ
ວິນິດສັຍກັມ ໒໘








