ຄວາມສັນໂດດ
ໜ້າ/ 65
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີຈິຕພະຍາບາທ ມີຄວາມດຳຣິຊົ່ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີຈິຕພະຍາບາທ ມີຄວາມດຳຣິຊົ່ວເປັນເຫຕ ສ່ວນເຮົາບໍ່ມີຈິຕພະຍາບາທ ບໍ່ມີຄວາມດຳຣິຊົ່ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີຈິຕປະກອບດ້ວຍເມຕຕາ. ພຣະອະຣິຍະເຈົ້າເຫລົ່າໃດມີຈິຕປະກອບດ້ວຍເມຕຕາ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ມີຈິຕປະກອບດ້ວຍເມຕຕານີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດອັນຖີນະມິທທະກຸ້ມຣຸມແລ້ວ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຖືກຖີນະມິທທະກຸ້ມຣຸມເປັນເຫຕ ສ່ວນເຮົາບໍ່ມີຖີນະມິທທະກຸ້ມຣຸມ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ປາສະຈາກຖີນະມິທທະ. ພຣະອະຣິຍະເຈົ້າເຫລົ່າໃດປາສະຈາກຖີນະມິທທະ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ປາສະຈາກຖີນະມິທທະນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດຟຸ້ງຊ່ານ ມີຈິຕບໍ່ສງົບຣະງັບ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ຄວາມຟຸ້ງຊ່ານ ມີຈິຕບໍ່ສງົບຣະງັບເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມຟຸ້ງຊ່ານ ບໍ່ມີຈິຕບໍ່ສງົບຣະງັບ ເສພເສນາສະນະອັນ ສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ມີຈິຕສງົບຣະງັບແລ້ວ. ພຣະອະຣິຍະເຈົ້າເຫລົ່າໃດມີຈິຕສງົບຣະງັບ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ຈິຕສງົບຣະງັບນີ້ໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.
ພຣາມນ໌! ເຮົານັ້ນໄດ້ມີຄວາມດຳຣິດັ່ງນີ້ວ່າ ສະມະນະຫລືພຣາມນ໌ເຫລົ່າໃດມີຄວາມສົງສັຍເຄືອບແຄງ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ສະມະນະ ພຣາມນ໌ເຫລົ່ານັ້ນ ຍ່ອມຮຽກຮ້ອງຄວາມກົວແລະຄວາມຫວາດຫວັ່ນອັນເປັນອະກຸສົລ ເພາະໂທສຂອງຕົນຄື ມີຄວາມສົງສັຍເຄືອບແຄງເປັນເຫຕ ພຣາມນ໌ ສ່ວນເຮົາບໍ່ມີຄວາມສົງສັຍເຄືອບແຄງ ເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາເປັນຜູ້ຂ້າມພົ້ນຄວາມສົງສັຍໄດ້ແລ້ວ. ພຣະອະຣິຍະເຈົ້າເຫລົ່າໃດຂ້າມພົ້ນຄວາມສົງສັຍໄດ້ແລ້ວ ຍ່ອມເສພເສນາສະນະອັນສງັດ ທີ່ເປັນປ່າແລະປ່າປ່ຽວ ເຮົາກໍເປັນອົງຄ໌ໜຶ່ງໃນບັນດາພຣະອະຣິຍະເຈົ້າເຫລົ່ານັ້ນ. ພຣາມນ໌ ເຮົາເຫັນຊັດເຊິ່ງຄວາມເປັນຜູ້ຂ້າມພົ້ນຄວາມສົງສັຍໄດ້ແລ້ວໃນຕົນ ຈຶ່ງເຖິງຄວາມເປັນຜູ້ມີຂົນລຽບໂດຍຍິ່ງ ເມື່ອຢູ່ໃນປ່າ.








