ຄວາມສັນໂດດ
ໜ້າ/ 65
ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບຫລາຍ ຊົງໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິໃນທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ.
ເປັນຜູ້ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ.
ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ.
ຍ່ອມສະແດງລິທໄດ້ໂດຍອະເນກປະກາຣຄື:
ຄົນດຽວເຮັດເປັນຫລາຍຄົນກໍໄດ້;
ຫລາຍຄົນເປັນຄົນດຽວກໍໄດ້;
ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້;
ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້;
ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້;
ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້;
ໃຊ້ອຳນາຈທາງກາຍໄປຕລອດພຣົມມະໂລກກໍໄດ້.
ສາມາດຟັງສຽງທັງ ໒ ຄື ສຽງທິພຍ໌ແລະສຽງມະນຸສທັງໃນທີ່ໄກແລະໃນທີ່ໃກ້ ດ້ວຍທິພພະໂສຕະ(ຫູທິບ) ອັນບໍຣິສຸທ ລ່ວງໂສຕະຂອງມະນຸສ.
ສາມາດກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື:
ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ;
ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ;
ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ;
ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ;
ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ;
ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ;
ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່;
ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ;
ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ;
ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ;
ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ;
ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ;
ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ;
ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ;
ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ;
ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ.
ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອະເນກປະກາຣຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອະເນກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້.








