ຄວາມສັນໂດດ
ໜ້າ/ 65
ກໍເມື່ອບໍ່ມີທີ່ເພິ່ງອາສັຍຢ່າງນີ້ ອັນໃດໜໍຈະເປັນເຫຕແຫ່ງຄວາມສາມັຄຄີກັນໂດຍທັມ?
ພຣະຄຸນເຈົ້າກໍຕອບວ່າ:
“ພຣາມນ໌! ອາຕະມະພາບທັງຫລາຍບໍ່ແມ່ນວ່າບໍ່ມີທີ່ເພິ່ງອາສັຍເລີຍ ພວກອາຕະມະພາບມີທີ່ເພິ່ງອາສັຍຄື ມີທັມເປັນທີ່ເພິ່ງອາສັຍ.”
ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍຄຳທີ່ພຣະຄຸນເຈົ້າກ່າວແລ້ວນີ້ ຂ້ານ້ອຍຄວນຈະເຫັນເນື້ອຄວາມໄດ້ຢ່າງໃດ?
ພຣາມນ໌! ມີຢູ່ແລ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຊົງບັນຍັຕສິກຂາບົທແກ່ພິກຂຸທັງຫລາຍ ຊົງສະແດງປາຕິໂມກຂ໌ແກ່ພິກຂຸທັງຫລາຍທຸກໆວັນອຸໂປສົຖ ອາຕະມະພາບທັງຫລາຍເທົ່າທີ່ມີຢູ່ນັ້ນ ຈະເຂົ້າໄປອາສັຍຄາມະເຂຕແຫ່ງໜຶ່ງຢູ່ ທຸກໆອົງຄ໌ຈະປະຊຸມຮ່ວມກັນ ຄັນແລ້ວຈະນິມົນພິກຂຸອົງຄ໌ທີ່ສູຕປາຕິໂມກຂ໌ໄດ້ໃຫ້ສູຕ ຖ້າຂະນະທີ່ສູຕປາຕິໂມກຂ໌ຢູ່ ປາກົຕພິກຂຸມີອາບັຕແລະໂທສທີ່ລ່ວງລະເມີດ ອະຕະມະພາບທັງຫລາຍຈະໃຫ້ເຂົາກະທຳຕາມທັມ ຕາມທີ່ຊົງສັ່ງສອນໄວ້ ເພາະສະນັ້ນເປັນອັນວ່າ ພິກຂຸຜູ້ຈະເຣີນທັງຫລາຍບໍ່ໄດ້ໃຫ້ພວກອາຕະມະພາບກະທຳ, ທັມຕ່າງຫາກໃຫ້ພວກອາຕະມະພາບກະທຳ.
ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້?
ພຣາມນ໌! ມີຢູ່ອົງຄ໌ໜຶ່ງແລ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້.
ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ຂ້ານ້ອຍຖາມພຣະຄຸນເຈົ້າຢ່າງນີ້ວ່າ ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ທ່ານພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້ ພຣະຄຸນເຈົ້າຕອບວ່າ “ພຣາມນ໌ ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”
ຂ້ານ້ອຍຖາມຕໍ່ໄປວ່າ:
ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້?
ພຣະຄຸນເຈົ້າກໍຕອບວ່າ:
“ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”
ແລະຂ້ານ້ອຍກໍຖາມຕໍ່ໄປອີກວ່າ:
ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້?
ພຣະຄຸນເຈົ້າກໍຕອບວ່າ:
“ພຣາມນ໌! ມີຢູ່ອົງຄ໌ໜຶ່ງແລ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້.”
ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍຄຳທີ່ພຣະຄຸນເຈົ້າກ່າວແລ້ວນີ້ ຂ້ານ້ອຍຄວນຈະເຫັນເນື້ອຄວາມໄດ້ຢ່າງໃດ?
ພຣາມນ໌! ມີຢູ່ແລ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສບອກທັມເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ ໑໐ ປະກາຣ ບັນດາພິກຂຸທັງຫລາຍ ອົງຄ໌ໃດມີທັມເຫລົ່ານັ້ນ ອາຕະມະພາບທັງຫລາຍຍ່ອມສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້, ໑໐ ປະກາຣເປັນຢ່າງໃດ?
ພຣາມນ໌! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີລ ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍມະຣະຍາທແລະໂຄຈອຣ ເປັນຜູ້ເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ.








