ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາຮໍ່າຮຽນທັມທີ່ນັກກະວີແຕ່ງໃໝ່ນັ້ນແລ້ວ ກໍບໍ່ຊັກຖາມທວນຖາມແກ່ກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະເປັນຈັ່ງໃດ ດັ່ງນີ້ ເຂົາເຫຼົ່ານັ້ນຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງໄສໃນທັມທັງ ຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ປະຕິປຸດສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ຄື ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ເມື່ອສຸຕຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ພວກເຂົາພາກັນຮ່ຳຮຽນທັມທີ່ເປັນ ຕະຖາຄົຕພາສິຕນັ້ນແລ້ວ ກໍຊັກຖາມ ທວນຖາມແກ່ກັນແລະກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະ ເປັນຈັ່ງໃດ ດັ່ງນີ້ ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງໄສໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ປະຕິປຸດສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸດສາ ວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ (ບໍຣິສັດທີ່ອາໄສການສືບສວນທົບທວນກັນເອົາເອງເປັນເຄື່ອງນໍາພາໄປ ບໍ່ອາໄສຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນໍາພາໄປ) ແລ.
- ບາລີ ທຸກ. ອັງ. ໒໐/໙໑-໙໒/໒໙໒.
ພິກຂຸທັງຫຼາຍ ! ພິກຂຸທັງຫຼາຍ ຈະບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ຈະບໍ່ເລີກຖອນສິ່ງທີ່ບັນຍັດໄວ້ແລ້ວ ຈະສະມາທານສຶກສາໃນສິກຂາບົດທີ່ບັນຍັດໄວ້ແລ້ວຢ່າງເຄັ່ງຄັດ ຢູ່ພຽງໃດ ຄວາມຈະເຣີນກໍເປັນສິ່ງທີ່ພິກຂຸທັງຫຼາຍຫວັງໄດ້ ບໍ່ມີຄວາມເສື່ອມເລີຍ ຢູ່ພຽງນັ້ນ.
- ບາລີ ມຫາ. ທີ. ໑໐/໙໐/໗໐.
ພິກຂຸ ທ.! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ເຮັດມັຄທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ເຮັດມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ເຮັດມັຄທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນມັກຄັນຍູ (ຮູ້ມັຄ) ເປັນມັກຄະວິທູ (ຮູ້ແຈ້ງມັຄ) ເປັນມັກຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ.! ສ່ວນສາວົກທັງຫຼາຍ ໃນກາລນີ້ ເປັນ ມັກຄານຸຄາ (ຜູ້ກ້າວເດີນຕາມມັຄ) ເປັນຜູ້ເດີນຕາມມາໃນພາຍຫຼັງ.








