ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
(໓) ເມື່ອເຈົ້າທັງຫຼາຍພິຈາລະນາເຫັນຄວາມບໍ່ທ່ຽງໃນສັງຂາຣ ທັງປວງຢູ່ ຍ່ອມລະອະວິຊຊາໄດ້ ວິຊຊາຍ່ອມເກີດຂຶ້ນ.
ພິກຂຸຜູ້ພິຈາລະນາເຫັນອາຣົມວ່າບໍ່ງາມໃນກາຍ ມີສະຕິສະເພາະໃນລົມຫາຍໃຈ ມີຄວາມພຽນທຸກເມື່ອ ພິຈາລະນາເຫັນເຊິ່ງນິບພານ ອັນເປັນທີ່ລະງັບສັງຂາຣທັງປວງ
ພິກຂຸນັ້ນແລ
ຜູ້ເຫັນໂດຍຊອບ ພະຍາຍາມຢູ່ ຍ່ອມນ້ອມໄປໃນນິບພານ ອັນເປັນທີ່ລະງັບແຫ່ງສັງຂາຣທັງປວງ
ພິກຂຸນັ້ນແລ
ຜູ້ຢູ່ຈົບອະພິນຍາ ສະຫງົບລະງັບຂ້າມໂຢຄະເສຍໄດ້ແລ້ວ ຊື່ວ່າເປັນ ມຸນີ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິ
ວິຫາຣະທັມຂອງພຣະອະຣິຍະເຈົ້າ ໒໑
- ບາລີ ມຫາວາຣ. ສັງ. ໑໙/໔໑໒-໔໒໓/໑໓໖໔-໑໓໖໘.
ພິກຂຸທັງຫຼາຍ ! ຖ້າພວກປະຣິພາຊົກເດຍຣະຖີລັດທິອື່ນຈະຍ່ອມຖາມເຈົ້າທັງຫຼາຍ ດັ່ງນີ້ວ່າ
“ທ່ານຜູ້ມີອາຍຸ ! ພຣະສະມະນະໂຄດົມ ຊົງຢູ່ຈໍາພັນສາສ່ວນຫຼາຍດ້ວຍວິຫາຣະທັມໃດໜໍ ?” ດັ່ງນີ້.
ພິກຂຸທັງຫຼາຍ ! ເມື່ອພວກເຈົ້າຖືກຖາມດັ່ງນີ້ແລ້ວ ຈົ່ງຕອບແກ່ພວກປະຣິພາຊົກເດຍຣະຖີລັດທິອື່ນເຫຼົ່ານັ້ນ ດັ່ງນີ້ວ່າ
“ທ່ານຜູ້ມີອາຍຸ ! ພຣະຜູ້ມີພຣະພາກເຈົ້າ ຊົງຢູ່ຕະຫຼອດພັນສາກາລເປັນສ່ວນຫຼາຍ ດ້ວຍວິຫາຣະທັມຄື ອານາປານະສະຕິສະມາທິ ແລ” ດັ່ງນີ້.
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ເຮົາເປັນຜູ້ມີສະຕິ ຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ
ພຸດທະວະຈະນະ - ໝວດທັມ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ).
ພິກຂຸທັງຫຼາຍ ! ເມື່ອໃຜຜູ້ໃດຈະກ່າວສິ່ງໃດໃຫ້ຖືກຕ້ອງຊອບທັມ ວ່າເປັນອະຣິຍະວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ ເຂົາຈົ່ງກ່າວອານາປານະສະຕິສະມາທິນີ້ແຫຼະ ວ່າເປັນອະຣິຍະວິຫາຣ ວ່າເປັນພຣົມມະວິຫາຣ ວ່າເປັນຕະຖາຄົຕວິຫາຣ.
ພິກຂຸທັງຫຼາຍ ! ພິກຂຸເຫຼົ່າໃດຍັງເປັນເສຂະ ຍັງບໍ່ບັນລຸເຖິງທັມທີ່ຕ້ອງປະສົງແຫ່ງໃຈ ປາຖະໜາຢູ່ເຊິ່ງໂຢຄະເຂມະທັມ ອັນບໍ່ມີອັນໃດຍິ່ງກວ່າ ພິກຂຸເຫຼົ່ານັ້ນ ເມື່ອຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເຊິ່ງອານາປານະສະຕິສະມາທິ ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ.
ສ່ວນພິກຂຸທັງຫຼາຍເຫຼົ່າໃດ ເປັນອະຣະຫັນຕ໌ ດັບສິ້ນອາສະວະແລ້ວ ມີພຣົມມະຈັນຢູ່ຈົບແລ້ວ ມີສິ່ງທີ່ຕ້ອງເຮັດອັນຕົນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຫຍດຕົນອັນບັນລຸເຖິງແລ້ວ ມີສັງໂຍຊນ໌ໃນພົບທັງຫຼາຍດັບສິ້ນຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍເຫຼົ່ານັ້ນ ເມື່ອຈະເລີນເຮັດໃຫ້ຫຼາຍແລ້ວເຊິ່ງອານາປານະສະຕິສະມາທິ ຍ່ອມເປັນສຸຂະວິຫາຣໃນທິຕຖະ ທັມນີ້ດ້ວຍ ເພື່ອຄວາມສົມບູນແຫ່ງສະຕິສັມປະຊັນຍະດ້ວຍ.
ພິກຂຸທັງຫຼາຍ ! ສະນັ້ນ ເມື່ອໃຜຈະກ່າວສິ່ງໃດໃຫ້ຖືກຕ້ອງຊອບທັມ ວ່າເປັນອະຣິຍະວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ
ເຂົາຈົ່ງກ່າວ ອານາປານະສະຕິສະມາທິນີ້ແຫຼະ ວ່າເປັນອະຣິຍະວິຫາຣ ວ່າເປັນ ພຣົມມະວິຫາຣ ວ່າເປັນ ຕະຖາຄົຕວິຫາຣ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ຈະເຣີນອານາປານະສະຕິ
ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍ
ແລະຈິຕ ຍ່ອມມີຂຶ້ນບໍ່ໄດ້ ໒໒
- ບາລີ ມຫາວາຣ. ສັງ. ໑໙/໓໙໙-໔໐໐/໑໓໒໒-໑໓໒໖.
ຄັ້ງໜຶ່ງ ພຣະຜູ້ມີພຣະພາກເຈົ້າ ໄດ້ແລເຫັນພຣະມະຫາກັບປິນະ ຜູ້ມີກາຍບໍ່ສັ່ນຄອນແລ້ວ ໄດ້ຕຣັດແກ່ພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ພວກເຈົ້າເຫັນຄວາມຫວັ່ນໄຫວ ຫຼື
ຄວາມສັ່ນຄອນແຫ່ງກາຍ ຂອງມະຫາກັບປິນະ ແດ່ຫຼືບໍ່ ?








