ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ຍ່ອມຈະເລີນ ສະມາທິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ອຸເປກຂາສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວດສັກຄະ
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມມີຜົນຫຼາຍ ມີອານິສົງສ໌ຫຼາຍ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ຈະເຣີນອານາປານະສະຕິ ມີອານິສົງ
ເປັນອະເນກປະການ (ອີກສູຕນຶ່ງ) ໑໕
- ບາລີ ມຫາວາຣ. ສັງ. ໑໙/໑໘໑/໖໕໕.
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົນຫຼາຍ ມີອານິສົງສ໌ຫຼາຍ ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນຫຼາຍ ມີອານິສົງສ໌ຫຼາຍ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນອາໄສວິເວກ ອາໄສວິຣາຄະ (ຄວາມຈາງຄາຍ) ອາໄສນິໂຣດ (ຄວາມດັບ) ນ້ອມໄປເພື່ອໂວດສັກຄະ (ຄວາມສະລະລົງ)
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມມີຜົນຫຼາຍ ມີອານິສົງສ໌ຫຼາຍ.
ພຸດທະວະຈະນະ - ໝວດທັມ
ໄດ້ບັນລຸມັກຜົນໃນປັດຈຸບັນ
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມຫວັງຜົນໄດ້ ໒ ຢ່າງ ຢ່າງໃດຢ່າງໜຶ່ງ ຄື ອະຣະຫັຕຕະຜົນໃນປັດຈຸບັນ ຫຼືເມື່ອຍັງມີຄວາມຢຶດຖືເຫຼືອຢູ່ ຍ່ອມເປັນ ພຣະອະນາຄາມີ.
ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງຫວັງຜົນໄດ້ ໒ ຢ່າງ ຢ່າງໃດຢ່າງໜຶ່ງ ຄື ອະຣະຫັຕຕະຜົນໃນປັດຈຸບັນ ຫຼືເມື່ອຍັງມີຄວາມຢຶດຖືເຫຼືອຢູ່ ຍ່ອມເປັນ ພຣະອະນາຄາມີ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸກຄົນຈະເລີນແລ້ວດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມຫວັງຜົນ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ໄດ້ ໒ ຢ່າງ ຢ່າງໃດຢ່າງໜຶ່ງ ຄືອະຣະຫັຕຕະຜົນໃນປັດຈຸບັນ ຫຼືເມື່ອຍັງມີຄວາມຢຶດຖືເຫຼືອຢູ່ ຍ່ອມເປັນພຣະອະນາຄາມີ.
ເພື່ອປະໂຫຍດຫຼາຍ
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ (ມະຫະໂຕ ອັຕຖາຢະ) ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເປັນໄປເພື່ອປະໂຫຍດຫຼາຍ.
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລະ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸກຄົນຈະເລີນແລ້ວດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ.
ພຸດທະວະຈະນະ - ໝວດທັມ
ເພື່ອຄວາມກະເສມຈາກໂຢຄະຫຼາຍ
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຢຄະ ຫຼາຍ (ມະຫະໂຕ ໂຢຄັກເຂມາຢະ) ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)








