ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ພິກຂຸທັງຫຼາຍ ! ໃນກໍລະນີນີ້ຄື ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ເມື່ອສຸຕຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ພວກເຂົາພາກັນຮ່ຳຮຽນທັມທີ່ເປັນ ຕະຖາຄົຕພາສິຕນັ້ນແລ້ວ ກໍຊັກຖາມ ທວນຖາມແກ່ກັນແລະກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະ ເປັນຈັ່ງໃດ ດັ່ງນີ້ ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງໄສໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ປະຕິປຸດສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸດສາ ວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ (ບໍຣິສັດທີ່ອາໄສການສືບສວນທົບທວນກັນເອົາເອງເປັນເຄື່ອງນໍາພາໄປ ບໍ່ອາໄສຄວາມເຊື່ອຈາບຸກຄົນພາຍນອກເປັນເຄື່ອງນໍາພາໄປ) ແລ.

- ບາລີ ທຸກ. ອັງ. ໒໐/໙໑-໙໒/໒໙໒.

ພິກຂຸທັງຫຼາຍ ! ພິກຂຸທັງຫຼາຍ ຈະບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ຈະບໍ່ເລີກຖອນສິ່ງທີ່ບັນຍັດໄວ້ແລ້ວ ຈະສະມາທານສຶກສາໃນສິກຂາບົດທີ່ບັນຍັດໄວ້ແລ້ວຢ່າງເຄັ່ງຄັດ ຢູ່ພຽງໃດ ຄວາມຈະເຣີນກໍເປັນສິ່ງທີ່ພິກຂຸທັງຫຼາຍຫວັງໄດ້ ບໍ່ມີຄວາມເສື່ອມເລີຍ ຢູ່ພຽງນັ້ນ.

- ບາລີ ມຫາ. ທີ. ໑໐/໙໐/໗໐.

ພິກຂຸ ທ.! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ເຮັດມັຄທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ເຮັດມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ເຮັດມັຄທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນມັກຄັນຍູ (ຮູ້ມັຄ) ເປັນມັກຄະວິທູ (ຮູ້ແຈ້ງມັຄ) ເປັນມັກຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ.! ສ່ວນສາວົກທັງຫຼາຍ ໃນກາລນີ້ ເປັນ ມັກຄານຸຄາ (ຜູ້ກ້າວເດີນຕາມມັຄ) ເປັນຜູ້ເດີນຕາມມາໃນພາຍຫຼັງ.

ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸດຕິ.

- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.

ພິກຂຸທັງຫຼາຍ ! ພວກພິກຂຸໃນທັມວິນັຍນີ້ ຮໍ່າຮຽນສູຕອັນຖືກັນມາຖືກ ດ້ວຍບົດພະຍັນຊະນະທີ່ໃຊ້ກັນຖືກ ຄວາມໝາຍແຫ່ງບົດພະຍັນຊະນະທີ່ໃຊ້ກັນກໍຖືກ ຍ່ອມມີນັຍອັນຖືກຕ້ອງເຊັ່ນດຽວກັນນັ້ນ. ພິກຂຸທັງຫຼາຍ ! ນີ້ເປັນມູນເຫດກໍລະນີທີໜຶ່ງ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ....

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ