ແກ້ກັມ
ໜ້າ/ 52
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ສະຫງັດແລ້ວຈາກກາມທັງຫຼາຍ ສະຫງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກ ວິຈາຣ ມີປີຕິແລະສຸຂ ອັນເກີດແຕ່
ວິເວກ ແລ້ວແລຢູ່; ເພາະຄວາມທີ່ວິຕົກ ວິຈາຣທັງສອງລະງັບລົງ ເຂົ້າເຖິງທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່ ; ອັນໜຶ່ງ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິ ມີຄວາມຮູ້ສຶກຕົວທົ່ວພ້ອມ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມສັນລະເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງຕະຕິຍະຊານ ແລ້ວແລຢູ່; ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສແລະໂທມະນັສສະທັງສອງ ໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທໍາມະຊາດບໍລິສຸດເພາະອຸເປກຂາ ແລ້ວແລຢູ່. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາສະມາທິ.
ມະຫາວາຣ. ສັງ. ໑໙/໑໐-໑໒/໓໓-໔໑.
ສະບັບ : ແກ້ກັມ
ລາຍລະອຽດຂອງສັມມາກັມມັນຕະ
(ປານາຕິປາຕາ ເວຣະມະນີ) ເຂົານັ້ນ ລະປານາຕິບາຕເວັ້ນຂາດຈາກປານາຕິບາຕ (ຂ້າສັຕ) ວາງທ່ອນໄມ້ແລະສັດຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ຫວັງ
ປະໂຍຊນ໌ ເກື້ອກູນໃນບັນດາສັຕທັງຫຼາຍ ຢູ່.
(ອະທິນນາທານາ ເວຣະມະນີ) ເຂົານັ້ນ ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ (ລັກຊັບ) ຖືເອົາແຕ່ຂອງທີ່ເຂົາໃຫ້ແລ້ວ ຫວັງຢູ່ແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂີ້ລັກ ມີຕົນເປັນຄົນສະອາດ ເປັນຢູ່.
(ກາເມສຸມິຈສາຈາຣາ ເວຣະມະນີ - ສໍາລັບຄະຣາວາສ) ເຂົານັ້ນ ລະການປະພຶຕຜິດໃນກາມ ເວັ້ນຂາດຈາກການປະພຶຕຜິດໃນກາມ (ຄືເວັ້ນຂາດຈາກການປະພຶຕຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັກສາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ຫຼືຍາຕຮັກສາ ອັນທັມຮັກສາ ເປັນຍິງມີຜົວ ຍິງນັກໂທດ ໂດຍທີ່ສຸດແມ່ນຍິງອັນເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ບໍ່ເປັນຜູ້
ປະພຶຕຜິດຈາຮີດໃນຮູບແບບເຫຼົ່ານັ້ນ.
ພຸດທະວະຈະນະ - ໝວດທັມ
ໃນກໍລະນີສີລ ໕ ອີກສອງຂໍ້ທີ່ເຫຼືອ ຄື ການເວັ້ນຂາດຈາກມຸສາວາດ ແລະການເວັ້ນຂາດຈາກການດື່ມນ້ຳເມົາ ຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ກໍຕຣັດເຊັ່ນດຽວກັນ.
ສີ. ທີ. ໙/໘໓/໑໐໓. ;
ທສກ. ອັງ. ໒໔/໒໘໗-໒໘໘/໑໖໕.
ສະບັບ : ແກ້ກັມ
ສັມມາກັມມັນຕະໂດຍປະຣິຍາຍສອງຢ່າງ
ພິກຂຸທັງຫຼາຍ !
ສັມມາກັມມັນຕະ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ເຮົາກ່າວ ແມ່ນສັມມາກັມມັນຕະວ່າ ມີໂດຍສ່ວນສອງຄື
ສັມມາກັມມັນຕະ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນ ມີອຸປະທິເປັນວິບາກ ກໍມີຢູ່,
ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄ ກໍມີຢູ່.
ພິກຂຸທັງຫຼາຍ !
ສັມມາກັມມັນຕະ ທີ່ຍັງເປັນໄປກັບດ້ວຍອາສະວະ (ກິເລສທີ່ໝັກດອງ) ເປັນສ່ວນແຫ່ງບຸນ ມີອຸປະທິເປັນວິບາກ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ເຈຕະນາເປັນເຄື່ອງເວັ້ນຈາກການ ເຮັດສັຕມີຊີວິຕໃຫ້ມອດມ້ວຍ ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເຈຕະນາເປັນເຄື່ອງເວັ້ນຈາກການປະພຶຕຜິດໃນກາມທັງຫຼາຍ ມີຢູ່.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ !
ນີ້ຄືສັມມາກັມມັນຕະ ທີ່ຍັງເປັນໄປກັບດ້ວຍອາສະວະເປັນສ່ວນແຫ່ງບຸນ ມີອຸປະທິເປັນວິບາກ.
ພິກຂຸທັງຫຼາຍ !








