ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ມະຫາຣາຊະ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫຼັງໃນຕະກູນສູງ ຄືໃນສະກຸນກະສັຕມະຫາສານ ສະກຸນ ພຣາມມະຫາສານ ຫຼືສະກຸນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນພໍໂຕ ມີອຸປະກອນ

ສະບັບ : ແກ້ກັມ

ແຫ່ງຊັບພໍໂຕ ມີຊັບແລະເຂົ້າເປືອກພໍໂຕ ເຂົາມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຄວາມກ້ຽງສົດໃສແຫ່ງຜິວພັນຢ່າງຍິ່ງ ຮັ່ງມີດ້ວຍເຂົ້າ ດ້ວຍນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແຕ່ເຂົາກັບປະພຶຕທຸຈະຣິຕດ້ວຍ ກາຍ ວາຈາ ໃຈ ຄັນເຂົາປະພຶຕທຸຈະຣິຕດ້ວຍກາຍ ວາຈາ ໃຈແລ້ວ ຄັນຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ມະຫາຣາຊະ ! ບຸຣຸສລົງຈາກຜາສາດສູ່ຄໍຊ້າງ ຫຼືລົງຈາກຄໍຊ້າງສູ່ຫຼັງມ້າ ຫຼືລົງຈາກຫຼັງມ້າສູ່ບັນລັງ ຫຼືລົງຈາກບັນລັງສູ່ພື້ນດິນ ຫຼືຈາກພື້ນດິນເຂົ້າໄປສູ່ທີ່ມືດ ນີ້ເຊັ່ນໃດ , ມະຫາຣາຊະ ! ຕະຖາຄົຕກ່າວວ່າ ບຸກຄົນນີ້ມີອຸປະໄມເຊັ່ນນັ້ນ.

ມະຫາຣາຊະ ! ເຊັ່ນນີ້ແລ ບຸກຄົນຊື່ວ່າເປັນຜູ້ສະຫວ່າງແລ້ວກັບມືດຕໍ່ໄປ.

ມະຫາຣາຊະ ! ກໍແນວໃດ ບຸກຄົນຊື່ວ່າເປັນຜູ້ສະຫວ່າງ

ແລ້ວຍັງສະຫວ່າງຕໍ່ໄປ ?

ມະຫາຣາຊະ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫຼັງໃນຕະກູນສູງ ຄືໃນສະກຸນກະສັຕມະຫາສານ ສະກຸນ ພຣາມມະຫາສານ ຫຼືສະກຸນຄະຫະບໍດີມະຫາສານ ອັນຮັ່ງມີ

ພຸດທະວະຈະນະ - ໝວດທັມ

ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນພໍໂຕ ມີອຸປະກອນແຫ່ງຊັບພໍໂຕ ມີຊັບແລະເຂົ້າເປືອກພໍໂຕ ເຂົາມີຮູບງາມ ໜ້າເບິ່ງ

ໜ້າເຫຼື້ອມໃສ ປະກອບດ້ວຍຄວາມກ້ຽງສົດໃສແຫ່ງຜິວພັນຢ່າງຍິ່ງ ຮັ່ງມີດ້ວຍເຂົ້າ ດ້ວຍນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ເຂົາຍ່ອມປະພຶຕສຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶຕສຸຈະຣິຕດ້ວຍກາຍ ວາຈາ ໃຈແລ້ວ ຄັນຕາຍໄປ ຍ່ອມເຂົ້າເຖິງ

ສຸຄະຕິໂລກສະຫວັນ. ມະຫາຣາຊະ ! ບຸຣຸສ ຍ່ອມກ້າວໄປດ້ວຍດີຈາກບັນລັງສູ່ບັນລັງ ຫຼືຍ່ອມກ້າວໄປດ້ວຍດີ ຈາກຫຼັງມ້າສູ່ຫຼັງມ້າ ຫຼືຍ່ອມກ້າວໄປດ້ວຍດີຈາກຄໍຊ້າງສູ່ຄໍຊ້າງ ຫຼືຍ່ອມກ້າວໄປດ້ວຍດີຈາກຜາສາດສູ່ຜາສາດ ນີ້ເຊັ່ນໃດ , ມະຫາຣາຊະ !

ຕະຖາຄົຕຍ່ອມກ່າວວ່າ ບຸກຄົນນີ້ມີ ອຸປະໄມເຊັ່ນນັ້ນ.

ມະຫາຣາຊະ ! ເຊັ່ນນີ້ແລ ບຸກຄົນຊື່ວ່າ ເປັນຜູ້ສະຫວ່າງແລ້ວຍັງສະຫວ່າງຕໍ່ໄປ.

ມະຫາຣາຊະ ! ບຸກຄົນ ໔ ຈຳພວກນີ້ແລ ມີປາກົດຢູ່ໃນໂລກ ດັ່ງນີ້.

ສະຄາ. ສັງ. ໑໕/໑໓໖/໓໙໓.

ກັມທີ່ເຮັດໃຫ້ດັບສິ້ນກັມ

ພຸດທະວະຈະນະ - ໝວດທັມ

໓໕

ຂໍ້ປະຕິບັຕໃຫ້ເຖິງຄວາມດັບສິ້ນກັມ

ພິກຂຸທັງຫຼາຍ ! ເຮົາຈັກສະແດງ ຈັກຈໍາແນກ ຊຶ່ງອະຣິຍະອັຕຖັງຄິກະມັຄຄະ (ອະຣິຍະມັຄຄ໌ມີອົງຄ໌ແປດ) ແກ່ເຈົ້າທັງຫຼາຍ. ເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ ຈົ່ງຕັ້ງໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈັກກ່າວ.

ພິກຂຸທັງຫຼາຍ ! ອະຣິຍະອັຕຖັງຄິກະມັຄຄະ (ອະຣິຍະມັຄຄ໌ມີອົງຄ໌ແປດ) ເປັນແນວໃດໜໍ ?

ໄດ້ແກ່ສິ່ງເຫຼົ່ານີ້ ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ພິກຂຸທັງຫຼາຍ ! ສັມມາທິຕຖິ (ຄວາມເຫັນຖືກຕ້ອງ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ຄວາມຮູ້ອັນໃດເປັນຄວາມຮູ້ໃນທຸກຂ໌ ເປັນຄວາມຮູ້ໃນເຫຕໃຫ້ເກີດແຫ່ງທຸກຂ໌ ເປັນຄວາມຮູ້ໃນຄວາມດັບແຫ່ງທຸກຂ໌ ເປັນຄວາມຮູ້ໃນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາທິຕຖິ.

ສະບັບ : ແກ້ກັມ

ພິກຂຸທັງຫຼາຍ ! ສັມມາສັງກັປປະ (ຄວາມດໍາຣິຖືກຕ້ອງ) ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ