ແກ້ກັມ
ໜ້າ/ 52
ຄວາມຄິດຕຶກຕອງທີ່ເກີດຈາກວິປະຕິສາຣ (ຄວາມຮ້ອນໃຈ) ອັນເປັນເຄື່ອງທໍລະມານໃຈ ຍ່ອມຕິດຕາມເຂົາທັງໃນບ້ານແລະໃນປ່າ.
ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ໄປສູ່ກໍາເນີດເດຣັຈສານບາງຢ່າງ ຫຼືວ່າຖືກກັກຂັງຢູ່ໃນນະຣົກ. ການຖືກກັກຂັງນັ້ນເປັນທຸກຂ໌ ຊະນິດທີ່ທີຣະຊົນບໍ່ເຄີຍປະສົບເລີຍ. ...
ສັກກ. ອັງ. ໒໒/໓໙໒/໓໑໖.
ພຸດທະວະຈະນະ - ໝວດທັມ
໓໔
ບຸກຄົນ ໔ ຈຳພວກ
ພຣະຜູ້ມີພຣະພາຄ ໄດ້ຕຣັດແກ່ພຣະເຈົ້າປະເສນທິໂກສົນວ່າ ມະຫາຣາຊະ ! ບຸກຄົນ ໔ ຈຳພວກນີ້ ມີປາກົດຢູ່ໃນໂລກ ບຸກຄົນ ໔ ຈຳພວກເປັນແນວໃດ ? ບຸກຄົນ ໔ ຈຳພວກຄື :-
ບຸກຄົນຜູ້ມືດແລ້ວຍັງມືດຕໍ່ໄປຈຳພວກ ໑,
ບຸກຄົນຜູ້ມືດແລ້ວກັບສະຫວ່າງຕໍ່ໄປຈຳພວກ ໑,
ບຸກຄົນຜູ້ສະຫວ່າງແລ້ວກັບມືດຕໍ່ໄປຈຳພວກ ໑,
ບຸກຄົນຜູ້ສະຫວ່າງແລ້ວຍັງສະຫວ່າງຕໍ່ໄປຈຳພວກ ໑.
ມະຫາຣາຊະ ! ກໍແນວໃດ ບຸກຄົນຊື່ວ່າມືດແລ້ວ ຍັງມືດຕໍ່ໄປ ?
ມະຫາຣາຊະ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫຼັງໃນຕະກູນອັນຕ່ຳ ຄືໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນເຮັດລົດ ຫຼືຕະກູນຖອກຂີ້ເຫຍື້ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນໍ້າໜ້ອຍ ເປັນຢູ່ຝືດເຄືອງ ມີອາຫາຣ ແລະເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ ເຂົາເປັນຜູ້ມີຜິວພັນຂີ້ຮ້າຍ
ສະບັບ : ແກ້ກັມ
ບໍ່ໜ້າເບິ່ງ ເຕ້ຍຕຸ້ຍ ຂີ້ພະຍາດ ຕາບອດ ເປັນຫງ້ອຍຕໍ່າຕ້ອຍ ເປັນເປ້ຍ (ໂຕບິດງ່ຽງຂ້າງ) ບໍ່ຄ່ອຍຈະມີເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ເຂົາຊ້ຳປະພຶຕທຸຈະຣິຕດ້ວຍກາຍ ວາຈາ ໃຈ ຄັນເຂົາປະພຶດທຸຈະຣິຕດ້ວຍກາຍ ວາຈາ ໃຈແລ້ວ ຄັນຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ມະຫາຣາຊະ ! ບຸຣຸສຍ່ອມໄປຈາກຄວາມມືດມິດ ສູ່ຄວາມມືດມິດ ຫຼືຍ່ອມໄປຈາກຄວາມມືດມົວສູ່ຄວາມມືດມົວ ຫຼືຍ່ອມໄປຈາກໂລຫິຕອັນມີມົນທິນສູ່ໂລຫິຕອັນມີມົນທິນ ເຊັ່ນໃດ, ມະຫາຣາຊະ !
ຕະຖາຄົຕກ່າວວ່າ ບຸກຄົນນີ້ ມີອຸປະໄມເຊັ່ນນັ້ນ.
ມະຫາຣາຊະ ! ເຊັ່ນນີ້ແລ ບຸກຄົນຊື່ວ່າເປັນຜູ້ມືດແລ້ວ ຍັງມືດຕໍ່ໄປ.
ມະຫາຣາຊະ ! ກໍແນວໃດ ບຸກຄົນຊື່ວ່າເປັນຜູ້ມືດແລ້ວກັບສະຫວ່າງຕໍ່ໄປ ?
ມະຫາຣາຊະ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເກີດມາພາຍຫຼັງໃນຕະກູນອັນຕ່ຳ ຄືໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນເຮັດລົດ ຫຼືຕະກູນຖອກຂີ້ເຫຍື້ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນໍ້າໜ້ອຍ ເປັນຢູ່ຝືດເຄືອງ ມີອາຫາຣ ແລະ ເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ ເຂົາເປັນ
ພຸດທະວະຈະນະ - ໝວດທັມ
ຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ເຕ້ຍຕຸ້ຍ ຂີ້ພະຍາດ ຕາບອດ ເປັນຫງ້ອຍຕໍ່າຕ້ອຍ ເປັນເປ້ຍ ບໍ່ຄ່ອຍຈະມີເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ເຖິງປານນັ້ນ ເຂົາກໍປະພຶຕສຸຈະຣິຕດ້ວຍ ກາຍ ວາຈາ ໃຈ ຄັນເຂົາ ປະພຶຕສຸຈະຣິຕດ້ວຍກາຍ ວາຈາ ໃຈແລ້ວ ຄັນຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ມະຫາຣາຊະ ! ບຸຣຸສຍ່ອມຂຶ້ນຈາກແຜ່ນດິນສູ່ບັນລັງ ຫຼືຍ່ອມຂຶ້ນຈາກບັນລັງສູ່ຫຼັງມ້າ ຫຼືຍ່ອມຂຶ້ນຈາກຫຼັງມ້າສູ່ຄໍຊ້າງ ຫຼືຍ່ອມຂຶ້ນຈາກຄໍຊ້າງສູ່ຜາສາດ ນີ້ເຊັ່ນໃດ, ມະຫາຣາຊະ ! ຕະຖາຄົຕຍ່ອມກ່າວວ່າ ບຸກຄົນນີ້ມີອຸປະໄມເຊັ່ນນັ້ນ.
ມະຫາຣາຊະ ! ເຊັ່ນນີ້ແລ ບຸກຄົນຊື່ວ່າເປັນຜູ້ມືດແລ້ວ
ກັບສະຫວ່າງຕໍ່ໄປ.
ມະຫາຣາຊະ ! ກໍແນວໃດ ບຸກຄົນຊື່ວ່າເປັນຜູ້ສະຫວ່າງແລ້ວກັບມືດຕໍ່ໄປ ?








