ແກ້ກັມ
ໜ້າ/ 52
ວິບາກແຫ່ງສັມຜັປປະລາປະ ຂອງຜູ້ເປັນມະນຸສທີ່ເບົາກວ່າ ວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ວາຈາທີ່ບໍ່ມີໃຜເຊື່ອຖື.
ພິກຂຸທັງຫຼາຍ ! ການດື່ມນ້ຳເມົາຄືສຸຣາແລະເມຣັຍ ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງການດື່ມນ້ຳເມົາຄືສຸຣາແລະເມຣັຍ ຂອງຜູ້ເປັນມະນຸສ ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ຄວາມເປັນບ້າ (ອຸມມັຕຕະກະ).
ອັຕຖກ. ອັງ. ໒໓/໒໕໑/໑໓໐.
ພຸດທະວະຈະນະ - ໝວດທັມ
໓໒
ທຸຄະຕິຂອງຜູ້ທຸສີລ
ພິກຂຸທັງຫຼາຍ ! ເຮົາຈັກສະແດງທັມປະຣິຍາຍ ອັນເປັນເຫຕແຫ່ງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຕັ້ງໃຈຟັງໃຫ້ດີ.
ທັມປະຣິຍາຍ ອັນສະແດງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ສັຕທັງຫຼາຍ ເປັນຜູ້ມີກັມຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ້ຮັບຜົລຂອງກັມນັ້ນ.
ພິກຂຸທັງຫຼາຍ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີປົກກະຕິເຮັດປານາຕິບາຕ ຫຍາບຊ້າ ມີຝ່າມືເປື້ອນດ້ວຍເລືອດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ. ເຂົາກະເສືອກກະສົນດ້ວຍກາຍ ກະເສືອກກະສົນດ້ວຍວາຈາກະເສືອກກະສົນດ້ວຍໃຈ; ກາຢະກັມຂອງເຂົາຄົດ ວະຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ ; ຄະຕິຂອງເຂົາຄົດ ອຸບັຕ (ການເຂົ້າເຖິງພົບ) ຂອງເຂົາຄົດ.
ສະບັບ : ແກ້ກັມ
ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຄົດ ມີອຸບັຕຄົດນັ້ນ ເຮົາກ່າວຄະຕິເຍື່ອງໃດເຍື່ອງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາ ຄື ເຫຼົ່າສັຕນະຣົກ ຜູ້ມີທຸກຂ໌ໂດຍສ່ວນດຽວ, ຫຼືວ່າສັຕເດຣັຈສານຜູ້ມີກໍາເນີດກະເສືອກກະສົນ ໄດ້ແກ່ ງູ ແມງເງົາ ຂີ້ເຂັບ ຈອນພອນ ແມວ ໜູ ນົກເຄົ້າ ຫຼືສັຕເດຣັຈສານເຫຼົ່າອື່ນ ທີ່ເຫັນມະນຸສແລ້ວກະເສືອກກະສົນ.
ພິກຂຸທັງຫຼາຍ ! ພູຕະສັຕຍ່ອມມີດ້ວຍອາການເຊັ່ນນີ້ ຄືອຸບັຕ ຍ່ອມມີແກ່ພູຕະສັຕ, ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫຼາຍ ຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ້ອຸບັຕແລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າ ສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.
(ໃນກໍລະນີແຫ່ງບຸກຄົນ ຜູ້ເຮັດອະທິນນາທານ ກາເມສຸມິຈສາຈາຣ ກໍໄດ້ຕຣັດດ້ວຍຂໍ້ຄວາມແນວດຽວກັນກັບ ໃນກໍລະນີຂອງຜູ້ເຮັດ ປານາ
ຕິບາຕດັ່ງກ່າວມາແລ້ວ ຂ້າງເທິງທຸກປະການ ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີທຸຈະຣິຕສີ່ ມະໂນທຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ).
ທສກ. ອັງ. ໒໔/໓໐໙/໑໙໓.
ພຸດທະວະຈະນະ - ໝວດທັມ
໓໓
ເຮັດຊົ່ວໄດ້ຊົ່ວ
ຄວາມຍາກຈົນ ແລະການກູ້ໜີ້ ທ່ານກ່າວວ່າເປັນຄວາມທຸກຂ໌ໃນໂລກ.
ຄົນຈົນກູ້ໜີ້ມາລ້ຽງຊີວິຕ ຍ່ອມເດືອດຮ້ອນ ເພາະເຈົ້າໜີ້ຕິດຕາມແດ່ ເພາະຖືກຈັບກຸມແດ່.
ການຖືກຈັບກຸມນັ້ນ ເປັນຄວາມທຸກຂ໌ຂອງຜູ້ໄດ້ກາມ.
ເຖິງແມ່ນໃນອະຣິຍະວິນັຍນີ້ ກໍເຊັ່່ນດຽວກັນ :
ຜູ້ໃດ ບໍ່ມີສັທທາ ບໍ່ມີຫິຣິ ບໍ່ມີໂອຕຕັປປະ
ສັ່ງສົມແຕ່ບາບກັມ
ເຮັດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ
ປົກປິດຢູ່ດ້ວຍການເຮັດທາງກາຍ ທາງວາຈາ ທາງຈິຕ ເພື່ອບໍ່ໃຫ້ຜູ້ໃດຮູ້ຈັກເຂົາ,
ຜູ້ນັ້ນ ພອກພູນບາບກັມຢູ່ເນື່ອງນິດ ໃນບ່ອນນັ້ນ ໆ.
ສະບັບ : ແກ້ກັມ
ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ເໝືອນຄົນຍາກຈົນກູ້ໜີ້ມາບໍລິໂພກຢູ່ ຍ່ອມເດືອດຮ້ອນ.








