ແກ້ກັມ
ໜ້າ/ 52
ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຕົງ ມີອຸບັຕຕົງ ນັ້ນ ເຮົາກ່າວຄະຕິເຍື່ອງໃດເຍື່ອງໜຶ່ງ ໃນບັນດາຄະຕິສອງຢ່າງ ແກ່ເຂົາ ຄື ເຫຼົ່າສັຕຜູ້ມີສຸຂໂດຍສ່ວນດຽວ ຫຼືວ່າຕະກູລອັນສູງ ຕະກູນຂັດຕິຍະມະຫາສາລ ຕະກູນພຣາມມະຫາສາລ ຫຼືຕະກູນຄະຫະບໍດີມະຫາສາລ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນຫຼາຍ ມີອຸປະກອນແຫ່ງຊັບຫຼາຍ.
ພິກຂຸທັງຫຼາຍ ! ພູຕະສັຕຍ່ອມມີດ້ວຍອາການເຊັ່ນນີ້ ຄືອຸບັຕ (ການເຂົ້າເຖິງພົບ) ຍ່ອມມີແກ່ພູຕະສັຕ, ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫຼາຍຍ່ອມຖືກຕ້ອງ
ພູຕະສັຕນັ້ນ ຜູ້ອຸບັຕແລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າ ສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.
(ໃນກໍລະນີແຫ່ງບຸກຄົນຜູ້ບໍ່ເຮັດອະທິນນາທານ ບໍ່ເຮັດກາເມສຸມິຈສາຈາຣ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີຂອງຜູ້
ບໍ່ເຮັດປານາຕິບາຕ ດັ່ງກ່າວມາແລ້ວຂ້າງເທິງທຸກປະການ ; ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີສຸຈະຣິຕສີ່ ມະໂນສຸຈະຣິຕສາມ ດ້ວຍຂໍ້ຄວາມເຊັ່ນດຽວກັນອີກດ້ວຍ)
ທສກ. ອັງ. ໒໔/໓໑໑/໑໙໓.
ສະບັບ : ແກ້ກັມ
໓໑
ວິບາກຂອງຜູ້ທຸສີລ
ພິກຂຸທັງຫຼາຍ ! ປານາຕິບາຕ (ຂ້າສັຕ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງປານາຕິບາຕຂອງຜູ້ເປັນມະນຸສ ທີ່ເບົາກວ່າວິບາກທັງປວງຄືວິບາກທີ່ເປັນໄປເພື່ອ ມີອາຍຸສັ້ນ.
ພິກຂຸທັງຫຼາຍ ! ອະທິນນາທານ (ລັກຊັບ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງອະທິນນາທານຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ຄວາມເສື່ອມແຫ່ງໂພຄະ.
ພິກຂຸທັງຫຼາຍ ! ກາເມສຸມິຈສາຈາຣ (ປະພຶຕຜິດໃນກາມ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງກາເມສຸມິຈສາຈາຣ ຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ກໍ່ເວຣດ້ວຍສັຕຕູ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ມຸສາວາດ (ຄໍາຂີ້ຕົວະ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງມຸສາວາດ ຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການຖືກກ່າວຫາດ້ວຍຄໍາບໍ່ຈິງ.
ພິກຂຸທັງຫຼາຍ ! ປິສຸນະວາດ (ຄໍາຍຸແຍ່ໃຫ້ແຕກກັນ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງປິສຸນະວາດ ຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການແຕກຈາກມິຕ.
ພິກຂຸທັງຫຼາຍ ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງຜະຣຸສະວາດ ຂອງຜູ້ເປັນມະນຸສທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການໄດ້ຟັງສຽງທີ່ບໍ່ໜ້າພໍໃຈ.
ພິກຂຸທັງຫຼາຍ ! ສັມຜັປປະລາປະ (ຄໍາໂລເລ) ທີ່ເສບທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັຈສານ ເປັນໄປເພື່ອເປຕະວິສັຍ.
ສະບັບ : ແກ້ກັມ








