ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

(ຜ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກມຸສາວາດ ເວົ້າຄວາມຈິງ ປ່ອຍຄໍາສັຈ ທ່ຽງແທ້ ຊື່ຕົງ ບໍ່ຫຼອກລວງໂລກ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂົນຂຸມລະເສັ້ນ, ມີອຸນາໂລມຫວ່າງຄິ້ວຂາວອ່ອນເໝືອນຍອງຝ້າຍ ... (ລັກຂະນະທີ ໑໓, ໓໑), ຍ່ອມເປັນຜູ້ທີ່ມະຫາຊົນເຂົ້າໄປໃກ້ຊິດ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນໃກ້ຊິດ.

(ຝ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນວາຈາສໍ່ສຽດ (ຄໍາຍຸແຍ່ໃຫ້ແຕກກັນ), ຄື ບໍ່ຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍນັ້ນເພື່ອທໍາລາຍພວກນີ້, ບໍ່ຟັງຈາກຝ່າຍນັ້ນແລ້ວມາບອກຝ່າຍນີ້ເພື່ອທໍາລາຍພວກນັ້ນ, ເປັນຜູ້ສະໝານມິຕພວກທີ່ແຕກກັນແລ້ວ ແລະສົ່ງເສີມພວກທີ່ພ້ອມພຽງກັນ ເປັນຜູ້ຍິນດີໃນການພ້ອມພຽງກັນ ເພີດເພີນໃນການພ້ອມພຽງ ກ່າວແຕ່ວາຈາທີ່ກໍ່ໃຫ້ເກີດຄວາມພ້ອມພຽງ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້

ສະບັບ : ແກ້ກັມ

ຄື ມີແຂ້ວຄົບ ໔໐ ເຫຼັ້ມ ມີແຂ້ວຖີ່ ບໍ່ຫ່າງກັນ ... (ລັກຂະນະທີ ໒໓, ໒໕), ຍ່ອມເປັນຜູ້ມີບໍຣິສັດບໍ່ກະແຈກກະຈາຍ ຄື ພິກຂຸ ພິກຂຸນີ

ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເປັນບໍຣິສັດບໍ່ກະແຈກກະຈາຍ.

(ພ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກຄໍາຫຍາບ ກ່າວວາຈາທີ່

ບໍ່ມີໂທດ ເປັນສຸຂແກ່ຫູ ເປັນທີ່ຕັ້ງແຫ່ງຄວາມຮັກ ຊາບຊຶ້ງເຖິງໃຈ ເປັນຄໍາເວົ້າຂອງຊາວເມືອງ ເປັນທີ່ພໍໃຈແລະຖືກໃຈຂອງຊົນທັງຫຼາຍ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີລີ້ນອັນພຽງພໍ, ມີສຽງເໝືອນພຣົມ ເວົ້າເໝືອນນົກກາຣະວິກ ... (ລັກຂະນະທີ ໒໗, ໒໘), ຍ່ອມເປັນຜູ້ມີວາຈາທີ່ຜູ້ອື່ນເຊື່ອຟັງ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເອື້ອເຟື້ອເຊື່ອຟັງ.

(ຟ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກການເວົ້າໂລເລ, ເປັນຜູ້ກ່າວຄວນແກ່ເວລາ ກ່າວຄວາມຈິງ ກ່າວເປັນທັມ ກ່າວມີອັດຖະ

ພຸດທະວະຈະນະ - ໝວດທັມ

ກ່າວເປັນວິນັຍ ກ່າວມີທີ່ຕັ້ງ ມີຫຼັກຖານ ມີທີ່ສຸດ ປະກອບດ້ວຍປະໂຍຊນ໌. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນ ນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີຄາງດຸດດັ່ງ

ຣາຊະສີ ... (ລັກຂະນະທີ ໒໒), ຍ່ອມເປັນຜູ້ທີ່ສັດຕູ ທັງພາຍໃນແລະພາຍນອກກໍາຈັດບໍ່ໄດ້ ສັດຕູຄື ຣາຄະ ໂທສະ ໂມຫະ ຫຼື ສະມະນະ ພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ກໍາຈັດບໍ່ໄດ້.

(ມ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະມິດສາຊີບ ມີການລ້ຽງຊີວິຕຖືກຕ້ອງ ເວັ້ນຈາກການສໍ້ໂກງດ້ວຍຕາຊັ່ງ ດ້ວຍຂອງປອມ ດ້ວຍເຄື່ອງຕວງເຄື່ອງວັດ ຈາກການໂກງການລໍ້ລວງ ເວັ້ນຈາກການຕັດ ການຂ້າ ການຜູກມັດ ການຮ່ວມທໍາຮ້າຍ ການປຸ້ນ ການຍາດດຶງ. ເພາະ... ກັມນັ້ນໆ... ຄັມມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ນີ້ຄື ມີແຂ້ວອັນພຽງສະເໝີ. ມີແຂ້ວຂາວງາມ ... (ລັກຂະນະທີ ໒໔, ໒໖), ຍ່ອມເປັນຜູ້ມີບໍລິວານເປັນຄົນສະອາດ ຄື ມີພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເປັນບໍລິວານທີ່ສະອາດ.

ປາ. ທີ. ໑໑/໑໕໙-໑໙໓/໑໓໐, ໑໗໑.

ສະບັບ : ແກ້ກັມ

໒໘

ເປັນຫຍັງຄົົນທີ່ເຮັດບາບກັມເຊັ່ນດຽວກັນ

ແຕ່ຮັບວິບາກກັມຕ່າງກັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ