ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ມານົບ ! ດ້ວຍປະການສະນີ້ແລ ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາຍຸສັ້ນ ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາຍຸຍືນ ປະຕິປະທາທີ່ເປັນໄປເພື່ອຄວາມມີພະຍາດຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີພະ ຍາດຫຼາຍ ປະຕິປະທາທີ່ເປັນໄປ ເພື່ອຄວາມມີພະຍາດໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີພະຍາດໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຍ່ອມນໍາເຂົ້າໄປສູ່

ສະບັບ : ແກ້ກັມ

ຄວາມເປັນຄົນມີຜິວພັນຂີ້ຮ້າຍ ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນໜ້າເຫຼື້ອມໃສ ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີສັກດານ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີສັກດາຫຼາຍ ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີໂພຄະໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີໂພຄະຫຼາຍ ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸນຕ່ຳ ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນສູງ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸນສູງ ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີປັນຍາຕື້ນ ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີປັນຍາຫຼາຍ.

ມານົບ ! ສັຕທັງຫຼາຍ ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈຳແນກສັຕໃຫ້ຕໍ່າຊາມແລະປະນີຕ.

ພຸດທະວະຈະນະ - ໝວດທັມ

ເມື່ອພຣະຜູ້ມີພຣະພາຄຕຣັດແລ້ວເຊັ່ນນີ້

ສຸພະມານົບ ໂຕເທີຍຍະບຸຕ ໄດ້ຂາບທູນພຣະຜູ້ມີພຣະພາຄດັ່ງນີ້ ວ່າ :-

ແຈ່ມແຈ້ງແລ້ວ ຂ້ານ້ອຍ ! ແຈ່ມແຈ້ງແລ້ວ ຂ້ານ້ອຍ ! ພຣະໂຄດົມຜູ້ຈະເຣີນຊົງປະກາດທັມໂດຍປະຣິຍາຍ ບໍ່ແມ່ນໜ້ອຍ ປຽບເໝືອນຫງາຍຂອງທີ່ຂວໍ້າ ຫຼືເປີດຂອງທີ່ປົກປິດ ຫຼືບອກທາງແກ່ຄົນຫຼົງທາງ ຫຼືໄຕ້ປະທີບໃນບ່ອນມືດ ດ້ວຍຫວັງວ່າຜູ້ມີຕາດີຈັກເຫັນຮູບໄດ້ສະນັ້ນ ຂ້ານ້ອຍນີ້ຂໍເຖິງພຣະໂຄດົມຜູ້ຈະເຣີນ ພຣະທັມ ແລະພຣະພິກຂຸສົງຄ໌ ວ່າເປັນສະຣະນະ. ຂໍພຣະໂຄດົມຜູ້ຈະເຣີນ ! ຈົ່ງຊົງຈໍາຂ້ານ້ອຍວ່າເປັນອຸປາສົກ ຜູ້ເຖິງສະຣະນະຕະຫຼອດຊີວິຕ ຕັ້ງແຕ່ບັດນີ້ເປັນຕົ້ນໄປ”.

ອຸປຣິ. ມ. ໑໔/ ໓໗໖ /໕໗໙.

ສະບັບ : ແກ້ກັມ

໒໗

ບຸຸຣະພະກັມຂອງການໄດ້ລັກສະນະ

“ມະຫາບຸຣຸສ”

ພິກຂຸທັງຫຼາຍ ! ພວກຣືສີພາຍນອກ ຈື່ມົນມະຫາປຸຣິສະລັກຂະນະໄດ້ກໍຈິງແລ ແຕ່ຫາຮູ້ບໍ່ວ່າ ການທີ່ມະຫາບຸຣຸສໄດ້ລັກຂະນະອັນນີ້ໆ ເພາະເຮັດກັມເຊັ່ນນີ້ໆ :

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ