ແກ້ກັມ
ໜ້າ/ 52
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນສູງນີ້ ຄື ເປັນຄົນບໍ່ກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົົນທີ່ຄວນຂາບໄຫວ້ ລຸກຮັບຄົົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ
ສັກກາຣະຄົົນທີ່ຄວນສັກກາຣະ ເຄົາລົບຄົົນທີ່ຄວນເຄົາລົບ ນັບຖືຄົົນທີ່ຄວນນັບຖື ບູຊາຄົົນທີ່ຄວນບູຊາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ
ສະບັບ : ແກ້ກັມ
ເພື່ອຄວາມສຸຂຊົ່ວສິ້ນກາລະນານ ເຂົາຕາຍໄປ ຈະເຂົ້າເຖິງ
ອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຕື້ນ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນນີ້ ຄື ບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ
ພຸດທະວະຈະນະ - ໝວດທັມ
ຊົ່ວສິ້ນກາລະນານ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກ ຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຫຼາຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍນີ້ ຄື ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.








