ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ໃຫ້ ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະໜ້ອຍ .

ພຸດທະວະຈະນະ - ໝວດທັມ

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມ ໂພຄະໜ້ອຍນີ້ ຄື ບໍ່ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້

ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ໃຫ້ ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍນີ້ ຄື ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້

ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນກະດ້າງຈອງຫອງ ຍ່ອມບໍ່ຂາບໄຫວ້ຄົົນທີ່ຄວນຂາບໄຫວ້ ບໍ່ລຸກຮັບຄົົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະ

ສະບັບ : ແກ້ກັມ

ແກ່ຄົົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົົນທີ່ຄວນສັກກາຣະ ບໍ່ເຄົາລົບຄົົນທີ່ຄວນເຄົາລົບ ບໍ່ນັບຖືຄົົນທີ່ຄວນນັບຖື ບໍ່ບູຊາຄົົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນສະກຸນຕ່ຳ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳນີ້ ຄື ເປັນຄົນກະດ້າງ ຈອງຫອງ ຍ່ອມບໍ່ຂາບໄຫວ້ຄົົນທີ່ຄວນ ຂາບໄຫວ້ ບໍ່ລຸກຮັບຄົົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ບໍ່ສັກກາຣະຄົົນທີ່ຄວນສັກກາຣະ ບໍ່ເຄົາລົບຄົົນທີ່ຄວນເຄົາລົບ ບໍ່ນັບຖືຄົົນທີ່ຄວນນັບຖື ບໍ່ບູຊາຄົົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ກະດ້າງ ບໍ່ຈອງຫອງ ຍ່ອມຂາບໄຫວ້ຄົົນທີ່ຄວນຂາບໄຫວ້ ລຸກຮັບຄົົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ພຸດທະວະຈະນະ - ໝວດທັມ

ສັກກາຣະຄົົນທີ່ຄວນສັກກາຣະ ເຄົາລົບຄົົນທີ່ຄວນເຄົາລົບ ນັບຖືຄົົນທີ່ຄວນນັບຖື ບູຊາຄົົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນສະກຸນສູງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ