ແກ້ກັມ
ໜ້າ/ 52
(໓) ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ
ແລະຍ່ອມເປັນຜູ້ມີຄວາມຕ້ອງການ ທີ່ເກີດຂຶ້ນຕາມກາລບໍລິບູນ ໃນບ່ອນທີ່ທານນັ້ນໃຫ້ຜົລ.
(໔) ຄັນເປັນຜູ້ມີຈິຕອະນຸເຄາະໃຫ້ທານແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ
ແລະເປັນຜູ້ມີຈິຕນ້ອມໄປເພື່ອບໍຣິໂພກ ກາມະຄຸນ ໕ ສູງຍິ່ງຂຶ້ນ ໃນບ່ອນທີ່ທານນັ້ນໃຫ້ຜົລ.
(໕) ຄັນໃຫ້ທານບໍ່ກະທົບຕົນ ແລະບໍ່ກະທົບຜູ້ອື່ນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ
ແລະຍ່ອມເປັນຜູ້ມີໂພຄະຊັບ ບໍ່ມີພັຍອັນຕະລາຍມາແຕ່ບ່ອນໃດໆ ຄື ຈາກໄຟ ຈາກນ້ຳ ຈາກພະຣາຊາ ຈາກໂຈຣ ຈາກຄົນບໍ່ເປັນທີ່ຮັກ ຫຼືຈາກທາຍາດ ໃນບ່ອນທີ່ທານນັ້ນໃຫ້ຜົລ.
ພິກຂຸທັງຫຼາຍ ! ນີ້ແລສັບປຸຣິສະທານ ໕ ປະການ.
ປັນຈກ. ອັງ. ໒໒/໑໙໒/໑໔໘.
ສະບັບ : ແກ້ກັມ
໒໕
ກັມທີ່ເຮັດໃຫ້ໄດ້ຮັບຜົລເປັນຄວາມບໍ່ຕົກຕ່ຳ
ພິກຂຸທັງຫຼາຍ ! ແຕ່ຊາຕທີ່ແລ້ວມາແຕ່ອະດີຕ ຕະຖາຄົຕໄດ້ເຄີຍຈະເລີນເມຕຕາພາວະນາຕະຫລອດ ໗ ປີ ຈຶ່ງບໍ່ເຄີຍມາບັງເກີດໃນໂລກມະນຸສນີ້ ຕະຫຼອດ ໗ ສັງວັຕຕະກັບ ແລະວິວັຕຕະກັບ. ໃນລະຫວ່າງກາລອັນເປັນສັງວັຕຕະກັບນັ້ນ ເຮົາໄດ້ບັງເກີດໃນອາພັສສະຣະພຣົມ. ໃນລະຫວ່າງກາລອັນເປັນວິວັຕຕະກັບນັ້ນ ເຮົາກໍໄດ້ຢູ່ພຣົມວິມານອັນວ່າງເປົ່າແລ້ວ.
ພິກຂຸທັງຫຼາຍ ! ໃນກັບນັ້ນ ເຮົາໄດ້ເຄີຍເປັນພຣົມ ໄດ້ເຄີຍເປັນມະຫາພຣົມຜູ້ຍິ່ງໃຫຍ່ ບໍ່ມີໃຜຄອບງຳໄດ້ ເປັນຜູ້ເຫັນສິ່ງທັງປວງໂດຍເດັດຂາດ ເປັນຜູ້ມີອໍານາດສູງສຸດ.
ພິກຂຸທັງຫຼາຍ ! ເຮົາໄດ້ເຄີຍເປັນສັກກະ ຜູ້ເປັນຈອມແຫ່ງເທວະດານັບໄດ້ ໓໖ ເທື່ອ ເຮົາໄດ້ເຄີຍເປັນຣາຊາຈັກກະພັດ ຜູ້ປະກອບດ້ວຍທັມ ເປັນພະຣາຊາໂດຍທັມ ມີເຂຕແຄວ້ນຈໍາຮອດມະຫາສະມຸດທັງສີ່ເປັນທີ່ສຸດ ເປັນຜູ້ຊະນະແລ້ວຢ່າງດີ ມີຊົນນະ ບົດອັນບໍລິບູນປະກອບດ້ວຍແກ້ວເຈັດປະການ ນັບດ້ວຍຮ້ອຍໆ ຄັ້ງ, ບໍ່ຕ້ອງກ່າວເຖິງຄວາມເປັນຣາຊາຕາມທໍາມະດາເລີຍ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ ຜົລ
ວິບາກແຫ່ງກັມຫຍັງຂອງເຮົາໜໍ ທີ່ເຮັດໃຫ້ເຮົາເປັນຜູ້ມີລິດຫຼາຍເຖິງປານນີ້ ມີອານຸພາບຫຼາຍເຖິງປານນີ້ ໃນຕອນນັ້ນ ໆ.
ພິກຂຸທັງຫຼາຍ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຜົລວິບາກແຫ່ງກັມ ໓ ຢ່າງນີ້ແລ ທີ່ເຮັດໃຫ້ເຮົາມີລິດຫຼາຍເຖິງປານນີ້ ມີອານຸພາບຫຼາຍເຖິງປານນີ້,
ວິບາກແຫ່ງກັມ ໓ ຢ່າງ ໃນຕອນນັ້ນ ຄື
ຜົລວິບາກແຫ່ງທານະ (ການໃຫ້) ໑,
ຜົລວິບາກແຫ່ງທະມະ (ການບີບບັງຄັບໃຈ) ໑,
ຜົລວິບາກແຫ່ງສັນຍະມະ (ການສັງລວມລະວັງ) ໑, ດັ່ງນີ້.
ອິຕິວຸ. ຂຸ. ໒໕/໒໔໐/໒໐໐.
ສະບັບ : ແກ້ກັມ
໒໖
ເຫຕທີ່ເຮັດໃຫ້ມະນຸສເກີດມາແຕກຕ່າງກັນ
ສຸພະມານົບ ໂຕເທີຍຍະບຸຕ ໄດ້ທູນຖາມພຣະຜູ້ມີພຣະພາຄ ດັ່ງນີ້ວ່າ
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍແລ ເປັນເຫຕເປັນປັຈຈັຍໃຫ້ພວກມະນຸສ ທີ່ເກີດເປັນມະນຸສຢູ່ ປາກົດຄວາມຕໍ່າຊາມແລະຄວາມປະນີຕ ຄື ມະນຸສທັງຫຼາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ ມີພະຍາດຫຼາຍ ມີພະຍາດໜ້ອຍ ມີຜິວພັນຂີ້ຮ້າຍ ມີຜິວພັນງາມ ມີສັກດານ້ອຍ ມີສັກດາຫຼາຍ ມີໂພຄະໜ້ອຍ ມີໂພຄະຫຼາຍ ເກີດໃນສະກຸນຕ່ຳ ເກີດໃນສະກຸນສູງ ຂາດປັນຍາ ມີປັນຍາ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍແລ ເປັນເຫຕ ເປັນປັຈຈັຍ ໃຫ້ພວກມະນຸສທີ່ເກີດເປັນມະນຸສຢູ່ ປາກົດຄວາມຕໍ່າຊາມແລະຄວາມປະນີຕ”.
ພຣະຜູ້ມີພຣະພາຄຕຣັດວ່າ








